ຂ່າວສານ

ເປີດຖ້ຽວບິນໂດຍກົງຈາກນະຄອນຫຼວງວຽງຈັນ ໄປ ດ່ານັ້ງ

ຖ້ຽວບິນ ນະຄອນຫຼວງວຽງຈັນ - ດ່ານັ້ງ ໄດ້ນຳໃຊ້ເຮືອບິນ Airbus A320 ສາມາດໂດຍສານຜູ້ໂດຍສານທັງໝົດ 158 ຄົນ, ຄາດວ່າ ການເດີນທາງຈະໃຊ້ເວລາ 1 ໂມງ 15 ນາທີ
  ຜູ້ໂດຍສານ ລາວ 150 ຄົນທຳອິດມາຍັງນະຄອນ ດ່ານັ້ງ (ພາບ: VGP)  

ວັນທີ 30 ມີນາ, ຖ້ຽວບິນໂດຍກົງຈາກ ນະຄອນຫຼວງວຽງຈັນ ໄປ ດ່ານັ້ງ ໂດຍບໍລິສັດການບິນແຫ່ງຊາດ ລາວ (Lao Airlines) ໄດ້ເລີ່ມຂຸດຄົ້ນຢ່າງເປັນທາງການ, ໂດຍພາຜູ້ໂດຍສານ 150 ຄົນທຳອິດມາຍັງນະຄອນ ດ່ານັ້ງ.

ຖ້ຽວບິນ ນະຄອນຫຼວງວຽງຈັນ - ດ່ານັ້ງ ໄດ້ນຳໃຊ້ເຮືອບິນ Airbus A320 ສາມາດໂດຍສານຜູ້ໂດຍສານທັງໝົດ 158 ຄົນ, ຄາດວ່າ ການເດີນທາງຈະໃຊ້ເວລາ 1 ໂມງ 15 ນາທີ, ດ້ວຍ 2 ຖ້ຽວຕໍ່ອາທິດ ໃນວັນພະຫັດ ແລະ ວັດອາທິດ. ປີ 2022, ລາວ ນອນໃນ top 10 ຕະຫຼາດແຂກທ່ອງທ່ຽວຕົ້ນຕໍຂອງ ດ່ານັ້ງ, ດ້ວຍຈຳນວນແຂກທ່ອງທ່ຽວເກືອບ 10.000 ເທື່ອຄົນ. ທ່ານ ຫງວຽນຊວັນບິ່ງ, ຮອງຫົວໜ້າພະແນກທ່ອງທ່ຽວນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ:

“ມາຮອດຈຸດເວລານີ້, ດ່ານັ້ງ ພວມຜັນຂະຫຍາຍຢ່າງຂ້ຽວຂາດການເພີ່ມລະດັບຄວາມໄວ, ຟື້ນຟູການພັດທະນາຂະແໜງທ່ອງທ່ຽວເວົ້າລວມ, ພິເສດແມ່ນການຟື້ນຟູບັນດາຕະຫຼາດສາກົນ. ບັນດາຖ້ຽວບິນ, ສາຍການບິນມາ ດ່ານັ້ງ ໃນຊຸມເດືອນຕົ້ນປີ 2023 ແມ່ນສັນຍານທີ່ມີຄວາມໝາຍທີ່ສຸດໃຫ້ແກ່ເລື່ອງຟື້ນຟູ, ພັດທະນາຕະຫຼາດການບິນ ແລະ ການທ່ອງທ່ຽວ ດ່ານັ້ງ, ພິເສດແມ່ນຕະຫຼາດແຂກທ່ອງທ່ຽວສາກົນ”.

ເສັ້ນທາງບິນຈາກນະຄອນຫຼວງວຽງຈັນ - ໄປ ດ່ານັ້ງ ມີຄວາມໝາຍສຳຄັນສຳລັບການທ່ອງທ່ຽວຂອງ ດ່ານັ້ງ, ບໍ່ພຽງແຕ່ເຊື່ອມຕໍ່ລະຫວ່າງ ດ່ານັ້ງ ກັບຕະຫຼາດແຂກທ່ອງທ່ຽວຂອງ ລາວ ເທົ່ານັ້ນ, ຫາກຍັງຊ່ວຍເຊື່ອມຕໍ່ລະຫວ່າງ ດ່ານັ້ງ ແລະ ບັນດາຕະຫຼາດແຂກທ່ອງທ່ຽວທາງທິດຕາເວັນອອກສ່ຽງເໜືອຂອງ ໄທ ອີກດ້ວຍ.


top