ຂ່າວສານ

ເປີດຕົວໜັງສືພິມ Thoi Dai ເອເລັກໂຕນິກ ພາສາລາວ ແລະ ພາສາຂະແມ

      ຍາມໃດຫວຽດນາມກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ການປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ.

ພິທີເປີດຕົວ ໜັງສືພິມຍຸກສະໄໝ ເອເລັກໂຕນິກ ພາສາລາວ, ພາສາຂະແມ
      ຕອນເຊົ້າວັນທີ 14 ມິຖຸນາ, ຢູ່ຮ່າໂນ້ຍໜັງສືພິມ  Thoi Dai (ຍຸກສະໄໝ) ໄດ້ຈັດຕັ້ງພິທີເປີດຕົວ ໜັງສືພິມຍຸກສະໄໝ ເອເລັກໂຕນິກ ພາສາລາວ, ພາສາຂະແມ ດ້ວຍເວັບໄຊ huunghivietlao.thoidai.com.vn  ແລະ huunghivietnamcampuchia.thoidai.com.vn.
        ທີ່ພິທີເປີດຕົວ, ຜູ້ຕາງໜ້າການນຳ ໜັງສືພິມຍຸກສະໄໝ  ໃຫ້ຮູ້ວ່າ, ຍາມໃດຫວຽດນາມກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ການປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ. ໃນທ່າມກາງສະພາບການທົ່ວໂລກ ແລະ ພາກພື້ນ ມີການຜັນແປສັບສົນຫຼາຍຢ່າງ, ແມ່ນຕ້ອງການບັນດາຜະລິດຕະພັນສື່ສານທີ່ມີຄຸນນະພາບ ແລະ ສະໜິດສະໜົມທີ່ສຸດ ເພື່ອແນໃສ່ຕິດພັນ, ເພີ່ມທະວີນໍ້າໃຈມິດຕະພາບລະຫວ່າງຫວຽດນາມກັບບັນດາປະເທດ; ມານະພະຍາຍາມຮັກສາ ແລະ ພັດທະນາການພົວພັນສາມັກຄີ ແລະ ມິດຕະພາບຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ; ປະຕິເສດບັນດາຖ້ອຍທຳນອງຜິດພາດ, ເສກສັນປັ້ນແຕ່ງ, ກໍ່ຄວາມຂັດແຍ່ງ ແລະ ແບ່ງແຍກການພົວພັນສາມັກຄີ, ມິດຕະພາບ, ການຮ່ວມມືຂອງປະຊາຊົນຫວຽດນາມ ກັບລາວ, ກຳປູເຈຍເວົ້າສະເພາະ ແລະ ໃນໂລກເວົ້າລວມ.
 (ແຫຼ່ງຄັດຈາກ VOV)

top