ຂ່າວສານ

ເປີດຕົວເວັບໄຊພິເສດກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

ຕອນເຊົ້າວັນທີ 03 ທັນວາ, ທີ່ຮ່າໂນ້ຍ, ສຳນັກຂ່າວສານຫວຽດນາມ ໄດ້ເປີດ ຕົວເວັບໄຊພິເສດ, ຫລາຍຮູບການ, ຫລາຍພາສາ, ເພື່ອຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ດ້ວຍລະຫັດ: http://daihoidang.vn.

ພິທີເປີດຕົວເວັບໄຊພິເສດກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ 

ກ່າວຄຳເຫັນທີ່ພິທີເປີດຕົວເວັບໄຊ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ຢືນຢັນວ່າ ເວັບໄຊສະເພາະນີ້ ຈະແມ່ນຖານຂໍ້ມູນບັນທຶກບັນດາຂໍ້ມູນສຳຄັນທີ່ສຸດທີ່ກ່ຽວຂ້ອງເຖິງກອງປະຊຸມໃຫຍ່ພັກຄັ້ງຕ່າງໆທຸກຂັ້ນທັງໝົດ. ບັນດາຂໍ້ມູນຂ່າວສານດັ່ງກ່າວໄດ້ສະແດງດ້ວຍຫລາຍພາສາ ແລະ ບັນດາສຳນັກຂ່າວສານຂອງຕ່າງປະເທດສາມາດເພີ່ມທະວີການສົມທົບ, ແບ່ງປັນຂໍ້ມູນຂ່າວສານທາງການ ເພື່ອແຜ່ຂະຫຍາຍຢ່າງທັນການ, ຊັດເຈນ.
(ແຫຼ່ງຄັດຈາກ VOV)

top