ຂ່າວສານ

ເປີດຕົວປະຕູຖານຂໍ້ມູນວິສາຫະກິດອາຊຽນ

      ເປີດຕົວ ASEAN Access - ປະຕູຖານຂໍ້ມູນ “ຈຸດນັດພົບໜຶ່ງດຽວ” ທີ່ສະຫງວນໃຫ້ແກ່ວິສາກິດໃນພາກພື້ນທີ່ຢາກເປີດກວ້າງຂອບເຂດສຳຜັດກັບຕະຫຼາດ
ພິທີເປີດຕົວປະຕູຖານຂໍ້ມູນວິສາຫະກິດອາຊຽນ
(ພາບ: TTXVN)
      ວັນທີ 16 ມິຖຸນາ, ຄະນະກຳມະການປະສານງານອາຊຽນ ກ່ຽວກັບຈຸລະວິສະຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ACCMSME) ໄດ້ເປີດຕົວ ASEAN Access - ປະຕູຖານຂໍ້ມູນ “ຈຸດນັດພົບໜຶ່ງດຽວ” ທີ່ສະຫງວນໃຫ້ແກ່ວິສາກິດໃນພາກພື້ນທີ່ຢາກເປີດກວ້າງຂອບເຂດສຳຜັດກັບຕະຫຼາດ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນ MSME (ວັນທີ 27 ມິຖຸນາ) ແຕ່ລະປີ.
        ເພື່ອແນໃສ່ຫຼຸດຜ່ອນຄວາມສ່ຽງເມື່ອເຂົ້າຮ່ວມຕະຫຼາດທີ່ຫາກໍ່ພົ້ນເດັ່ນຂຶ້ນ, ປະຕູຖານຂໍ້ມູນນີ້ໄດ້ຮັບການອອກແບບເພື່ອເຊື່ອມຕໍ່ບັນດາວິສາຫະກິດກັບນັກສະໜອງການບໍລິການໃນບັນດາຂົງເຂດແຈກຢາຍ, ຂົນສົ່ງ ແລະ ພະລາທິການ, ຄົ້ນຄວ້າຕະຫຼາດ ແລະ ໃຫ້ຄຳປຶກສາຊັບສິນທາງປັນຍາ, ກົດໝາຍ…
        ເລື່ອງສ້າງປະຕູຖານຂໍ້ມູນດັ່ງກ່າວແມ່ນເພື່ອປະຕິບັດແຜນການກະທຳຍຸດທະສາດອາຊຽນ ກ່ຽວກັບການພັດທະນາບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ໄລຍະ 2016 – 2025 ດ້ວຍເປົ້າໝາຍສ້າງບັນດາ MSME ມີກຳລັງແກ່ງແຍ້ງທົ່ວໂລກ.
(ແຫຼ່ງຄັດຈາກ VOV)
 


top