ຂ່າວສານ

ເປີດຕົວຄະນະປະສານງານສະມາຄົມພຸດທະສາສະໜາຫວຽດນາມ ປະຈໍາລາວ

      ວັນທີ 11 ພະຈິກ, ທີ່ວັດເຟີດຕິກ ນະຄອນຫຼວງວຽງຈັນ, ລາວ, ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ໄດ້ຈັດພິທີປະກາດຂໍ້ຕົກລົງ ແລະ ເປີດຕົວຄະນະປະສານງານສະມາຄົມພຸດທະສາສະໜາຫວຽດນາມ ປະຈໍາ ລາວ.

ພະສັງຄະນາຍົກ ທິກມິນກວາງ ກ່າວຄໍາເຫັນທີ່ພິທີ (ພາບ:phatgiao.org.vn)
      ໂດຍຕາງໜ້າໃຫ້ອົງການພຸດທະສາສະໜາສໍາພັນລາວ, ພະອາຈານ ມະຫາເວດ ມະເສໄນ ໄດ້ມອບຂໍ້ຕົກລົງກ່ຽວກັບການສ້າງຕັ້ງຄະນະປະສານງານສະມາຄົມພຸດທະສາສະໜາຫວຽດນາມປະຈໍາລາວ ໃຫ້ ພະສັງຄະນາຍົກ ທິກມິນກວາງ, ຫົວໜ້າຄະນະປະສານງານສະມາຄົມພຸດທະສາສະໜາ ຫວຽດນາມ ປະຈໍາລາວ, ເຈົ້າອາວາດວັດເຟີດຕິກ.
        ການສ້າງຕັ້ງຄະນະປະສານງານສະມາຄົມພຸດທະສາສະໜາຫວຽດນາມ ປະຈໍາລາວ ແມ່ນເພື່ອແນໃສ່ໜູນຊ່ວຍ ສະຫະພັນພຸດທະສາສະໜາລາວ ແລະ ສະມາຄົມພຸດທະສາສະໜາຫວຽດນາມໃນວຽກງານການຄຸ້ມຄອງ, ບໍລິຫານພະສົງສໍາມະເນນ ແລະ ພຸດທະສາສະນິກກະຊົນ ຫວຽດນາມ ທີ່ພວມເຮັດວຽກ ແລະ ດໍາລົງຊີວິດຢູ່ລາວ.
 (ແຫຼ່ງຄັດຈາກ VOV)
 


top