ຂ່າວສານ

ເປີດງານ​ບຸນ​ວັດ ​ເຮືອງ

ງານບຸນວັດເຮືອງ ແມ່ນໜຶ່ງໃນບັນດາງານບຸນມີຂອບຂະໜາດໃຫຍ່ທີ່ສຸດຂອງຫວຽດນາມ.

ຄະນະຈັດຕັ້ງ ໄດ້ກະກຽມເຮືອຫຼາຍກວ່າ 4.000 ລໍາ ເພື່ອຮັບໃຊ້ແຂກທ່ອງທ່ຽວ 

ວັນທີ 30 ມັງກອນ ກົງກັບວັນທີ 6 ເດືອນຈຽງ, ງານບຸນວັດເຮືອງ ໄດ້ໄຂຂຶ້ນຢູ່ຕາແສງ ເຮືອງເຊີນ, ເມືອງໝີດຶກ, ຮ່າໂນ້ຍ. ໂດຍໄດ້ດໍາເນີນແຕ່ວັນທີ 6 ເດືອນຈຽງ ຮອດເດືອນສາມ ໄລ່ຕາມຈັນທະປະຕິທິນໃນທຸກໆປີ, ງານບຸນວັດເຮືອງ ແມ່ນໜຶ່ງໃນບັນດາງານບຸນມີຂອບຂະໜາດໃຫຍ່ທີ່ສຸດຂອງຫວຽດນາມ, ແຕ່ລະປີໄດ້ດຶງດູດແຂກມາຢ້ຽມຊົມຈາກພາຍໃນ ແລະ ຕ່າງປະເທດ ນັບຫຼາຍລ້ານເທື່ອຄົນ.

        ຄະນະຈັດຕັ້ງງານບຸນດັ່ງກ່າວ ໃຫ້ຮູ້ວ່າ ໄດ້ກະກຽມເຮືອຫຼາຍກວ່າ 4.000 ລໍາ ເພື່ອຮັບໃຊ້ແຂກທ່ອງທ່ຽວ, ພ້ອມກັນນັ້ນ ກໍໄດ້ວາງອອກບັນດາມາດຕະການເພື່ອຮັບປະກັນຄວາມສະຫງົບປອດໄພອີກດ້ວຍ.  ປີ 2019 ເຂດທັດສະນີຍະພາບ ເຮືອງເຊີນ ໄດ້ຮັບການຮັບຮອງວ່າແມ່ນມໍລະດົກລະດັບຊາດແບບພິເສດ.

(ແຫຼ່ງຄັດຈາກ VOV)


top