ວັດທະນະທຳ

ເປີດງານບຸນເກົາຕາວ ຂອງຊົນເຜົ່າມົ້ງ ຕາແສງ ປາກໍ່ ປີ 2026

ໃນຕອນເຊົ້າວັນທີ 31 ມັງກອນ 2026, ຢູ່ທີ່ເດີ່ນກິລາບ້ານ ຊາລີ້ງ, ຄະນະກຳມະການປະຊາຊົນຕາແສງ ປາກໍ່, ແຂວງ ຝູເຖາະ) ໄດ້ຈັດພິທີເປີດງານບຸນ ເກົາຕາວ ຂອງຊົນເຜົ່າ ມົ້ງ ຕາແສງ ປາກໍ່ ປີ 2026. 

ແມ່ນເຫດການວັດທະນະທຳຮີດຄອງປະເພນີທີ່ມີຄວາມໝາຍເປັນພິເສດ, ເປັນການເລີ່ມຕົ້ນລະດູການບຸນປະເພນີ ໃນຕົ້ນລະດູບານໃໝ່ ຂອງພໍ່ແມ່ປະຊາຊົນເຜົ່າ ມົ້ງ ຢູ່ເຂດພູດອຍ, ທັງເປັນການປະກອບສ່ວນ ເຂົ້າໃນການອະນຸລັກ, ເສີມຂະຫຍາຍຄຸນຄ່າເອກະລັກວັດທະນະທຳ ຂອງຊົນເຜົ່າ ຕິດພັນກັບການພັດທະນາການທ່ອງທ່ຽວແບບຊຸມຊົນ.

ໝໍເຢົາທຳພິທີບູຊາຢູ່ພາຍໃຕ້ຕົ້ນທຸງຫາງ ກ່ອນພິທີເປີດງານບຸນ ເກົາຕາວ. ພາບ: ຈ້ອງດາດ - VNA

ຊາວເຜົ່າມົ້ງຢູ່ ປາກໍ່ ພ້ອມກັບນັກທ່ອງທ່ຽວຢ່າງຫຼວງຫຼາຍ ເຂົ້າຮ່ວມງານບຸນ ເກົາຕາວ. ພາບ: ຈ້ອງດາດ - VNA

ບັນດາທິມເຂົ້າຮ່ວມການແຂ່ງຂັນຕຳ ແບັ໋ງໄຢ່ (ເຂົ້າໜົມປຽກປູນ) ໃນວັນບຸນ. ພາບ: ຈ້ອງດາດ - VNA

ແບ໋ັງໄຢ່ ທີ່ມີຮູບຊົງມົນ ແລະ ກ້ຽງດີ ໄດ້ຮັບການຈັດວາງຢ່າງຈົບງາມ ໃນການແຂ່ງຂັນຕຳແບ໋ັງໄຢ່ ພາຍໃນງານບຸນ. ພາບ: ຈ້ອງດາດ - VNA

ບັນດາຜູ້ແທນ ແລະ ນັກທ່ອງທ່ຽວ ຮ່ວມກັນເຂົ້າຮ່ວມກິດຈະກຳ, ຈັບມືກັນຟ້ອນອ້ອມຕົ້ນທຸງຫາງ ຕາມທຳນອງສຽງແຄນ ມົ້ງ. ພາບ: ຈ້ອງດາດ - VNA

ທ່ານ ບຸ່ຍດຶກຮິ່ງ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ຝູເຖາະ ມອບຂອງຂວັນໃຫ້ແກ່ປະຊາຊົນ ໃນວັນເປີດງານບຸນ ເກົາຕາວ. ພາບ: ຈ້ອງດາດ - VNA

top