ຂ່າວສານ

ເປີດກວ້າງການເຄື່ອນໄຫວພົວພັນແລກປ່ຽນລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ - ລາວ

      ຕອນບ່າຍວັນທີ 7 ທັນວາ, ຢູ່ ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ ໄດ້ມີການພົບປະກັບ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.
ທ່ານປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ
ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ
      ທີ່ການພົບປະ, ທ່ານ ໂດ້ວັນຈຽນ ໄດ້ເນັ້ນໜັກວ່າປີ 2022 ເປັນປີສະເຫຼີມສະ ຫຼອງວັນ 2 ປະເທດສ້າງຕັ້ງການພົວພັນທາງການທູດຄົບຮອບ 60 ປີ (5/9/1962 – 5/9/2022) ແລະ ວັນລົງນາມໃຫ້ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ (18/7/1977 – 18/7/2022), ສະນັ້ນ, ແນວໂຮມປະເທດຊາດ       ຫວຽດນາມ ຈະຈັດຕັ້ງບັນດາເຫດການທີ່ມີຄວາມໝາຍ, ແນໃສ່ສຶກສາມູນເຊື້ອໃຫ້ແກ່ລຸ່ນໜຸ່ມພ້ອມກັນຮັກສາ, ເສີມຂະຫຍາຍສາຍພົວພັນແບບພິເສດທີ່ຍິ່ງໃຫຍ່, ຫາຍາກລະຫວ່າງ 2 ປະເທດໃຫ້ດີກວ່າອີກ. ກ່ຽວກັບວຽກງານພົວພັນຕ່າງປະເທດປະຊາຊົນລະຫວ່າງ 2 ປະເທດ, ແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນຈະສືບຕໍ່ສ້າງແຜນການເພື່ອເປີດກວ້າງ ການເຄື່ອນໄຫວ ພົວພັນແລກປ່ຽນລະຫວ່າງປະຊາຊົນ 2 ປະເທດ, ໂດຍສະເພາະແມ່ນຢູ່ບັນດາເຂດລຽບຕາມຊາຍແດນ, ເພືື່ອຈາກນັ້ນກໍ່ພ້ອມກັນສ້າງ 2 ປະເທດໃຫ້ນັບມື້ນັບພັດທະນາ.
            ສ່ວນທ່ານປະທານສະພາແຫ່ງຊາດ ລາວ ໄດ້ສະແດງຄວາມປາດຖະໜາຢາກໃຫ້ ແນວໂຮມ ລາວ ສ້າງຊາດ ແລະ ແນວໂຮມປະເທດຊາດ ຫວຽດນາມສືບຕໍ່ປະຕິບັດຂໍ້ຕົກລົງການຮ່ວມມືຢ່າງມີປະສິດທິຜົນຕາມທິດນັບມື້ນັບເປີດກວ້າງ, ມີຫຼາຍຮູບແບບກວ່າອີກ.
            ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ມີການເຮັດວຽກກັບກຸ່ມບໍລິສັດເກວເລິມ, ຢູ່ເມືອງ ບິງຊວຽນ, ແຂວງ ຫວິງຟຸກ. ນີ້ແມ່ນຫົວໜ່ວຍແຖວໜ້າໃນຂົງເຂດການຜະລິດ, ດຳເນີນທຸລະກິດກ່ຽວກັບຝຸ່ນອົງຄະທາດໃນທົ່ວປະເທດ. ທ່ານປະທານສະພາແຫ່ງຊາດ ລາວ ຫວັງວ່າກຸ່ມບໍລິສັດເກວເລິມຈະໄປ ຊອກຮູ້ກາລະໂອການລົງທຶນ, ຮ່ວມມືຜະລິດກະສິກຳອົງຄະທາດຢູ່ລາວ. 
(ແຫຼ່ງຄັດຈາກ VOV)


top