ຂ່າວສານ

ເປີດ “ເຂດວາງສະແດງປື້ມທິດສະດີ, ການເມືອງປົກປັກຮັກສາພື້ນຖານແນວຄິດຂອງພັກ”

ບັນດາບົດປະພັນຂອງປະທານໂຮ່ຈີມິນ ແລະ ປື້ມຂຽນກ່ຽວກັບເພີ່ນ; ວຽກງານກໍ່ສ້າງພັກ ແລະ ລະບົບການເມືອງໃນໄລຍະປະຈຸບັນ...
  ພິທີໄຂເຂດວາງສະແດງຈັດຂຶ້ນໃນວັນທີ 14 ເມສາ (ພາບ:dangcongsan.vn)  

ຕອນບ່າຍວັນທີ 14 ເມສາ, ຢູ່ຮ່າໂນ້ຍ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດຕົວຈິງ ໄດ້ສົມທົບກັບໂຮງຮຽນບຳລຸງສ້າງພະນັກງານ ເລຮົ່ງຟອງ ຈັດພິທີເປີດ “ເຂດວາງສະແດງປື້ມທິດສະດີ, ການເມືອງປົກປັກຮັກສາພື້ນຖານແນວຄິດຂອງພັກ”.

ທີ່ເຂດວາງສະແດງນີ້ລວມມີປື້ມເກືອບ 1.000 ຫົວ ແລະ ບັນດາພາຫະນະຮັບໃຊ້ ຄວາມຕ້ອງການຂອງປຶ້ມເອເລັກໂຕນິກ. ບັນດາສິ່ງພິມລ້ວນແຕ່ແມ່ນຜະລິດຕະພັນຂອງສຳນັກພິມຈຳໜ່າຍການເມືອງແຫ່ງຊາດຕົວຈິງ, ເຊິ່ງໄດ້ແບ່ງເປັນຫຼາຍຫົວຂໍ້ຄື: ບັນດາບົດປະພັນຂອງປະທານໂຮ່ຈີມິນ ແລະ ປື້ມຂຽນກ່ຽວກັບເພີ່ນ; ວຽກງານກໍ່ສ້າງພັກ ແລະ ລະບົບການເມືອງໃນໄລຍະປະຈຸບັນ; ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ ຢູ່ ຫວຽດນາມ; ປົກປັກຮັກສາພື້ນຖານແນວຄິດຂອງພັກ.


top