ຂ່າວສານ

ເປິດກ້ວາງຂົງເຂດ ແລະ ແງ່ຫວັງພັດທະນາທາງທິດຕາເວັນອອກພາກໃຕ້ ທີ່ມີທ່າແຮງຫຼາຍຢ່າງ

ວັນທີ 22 ຕຸລາ 2022, ກົມການເມືອງ, ຄະນະເລຂາໄດ້ຈັດກອງປະຊຸມທົ່ວປະເທດຜັນຂະຫຍາຍມະຕິເລກທີ 24 ຂອງກົມການເມືອງຊຸດທີ XIII ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢູ່ທາງຕາເວັນອອກພາກໃຕ້ ຮອດປີ 2030, ວິໄສທັດຮອດປີ 2045.
  ເຂດທາງທິດຕາເວັນອອກພາກໃຕ້ (ພາບປະກອບຈາກ congluan.vn)  

ທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ມີບົດຄຳເຫັນສຳຄັນ, ໂດຍຊີ້ແຈ້ງວ່າເປັນຫຍັງໃນຊ່ວງເວລານີ້ກົມການເມືອງຈຶ່ງປຶກສາຫາລື ແລະ ອອກມະຕິກ່ຽວກັບທິດທາງການພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບທາງທິດຕາເວັນອອກພາກໃຕ້ຮອດປີ 2030, ວິໄສທັດຮອດປີ 2045. ບັນດາແນວຄວາມຄິດໃໝ່, ຈິດໃຈໃໝ່, ເນື້ອໃນໃໝ່ຂອງມະຕິຄັ້ງນີ້ແມ່ນຫຍັງ ແລະ ຕ້ອງເຮັດຫຍັງ, ເຮັດແນວໃດເພື່ອປະຕິບັດມະຕິຂອງກົມການເມືອງໃຫ້ມີໝາກຜົນ, ຫັນມະຕິໃຫ້ປະກົດຜັນເປັນຈິງຢ່າງມີຊີວິດຊີວາ. ຕາມທ່ານເລຂາທິການໃຫຍ່ແລ້ວ, ທາງທິດຕາເວັນອອກພາກໃຕ້ມີທີ່ຕັ້ງ, ບົດບາດສຳຄັນພິເສດໃນການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຂອງປະເທດຊາດ. ການຄົ້ນຄ້ວາສ້າງ, ປະກາດໃຊ້ມະຕິໃໝ່ຄັ້ງນີ້ແມ່ນເພື່ອແນໃສ່ສ້າງການຫັນປ່ຽນໃຫ້ມີລັກສະນະບຸກທະລຸໃນພາລະກິດແຫ່ງການປ່ຽນແປງໃໝ່, ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດຕາເວັນອອກພາກໃຕ້ໃນໄລຍະພັດທະນາໃໝ່.

ຕາມທ່ານເລຂາທິການໃຫຍ່ແລ້ວ, ກ່ຽວກັບທັດສະນະ, ສະຕິຄວາມຮັບຮູ້ ແລະ ແນວຄິດຊີ້ນຳ, ມະຕິຄັ້ງນີ້ໄດ້ຊາບຊຶມເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ສະແດງໃຫ້ເຫັນຈິດໃຈປ່ຽນແປງໃໝ່, ເຈດຈຳນົງສູງຂອງພັກກອມມູນິດ ຫວຽດນາມ ໃນການຕັດສິນໃຈສ້າງການຫັນປ່ຽນຢ່າງແຮງ, ມີລັກສະນະບຸກທະລຸໃນການພັດທະນາເຂດທາງທິດຕາເວັນອອກພາກໃຕ້, ປະກອບສ່ວນປະຕິບັດເປົ້າໝາຍຮອດປີ 2030 ໄດ້ຢ່າງມີໄຊ ແລະ ວິໄສທັດຮອດປີ 2045 ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກ. ມະຕິຄັ້ງນີ້ໄດ້ກຳນົດຢ່າງຈະແຈ້ງກ່ຽວກັບເປົ້າໝາຍສັງລວມ ແລະ ບາງຕົວເລກຄາດໝາຍລະອຽດຮອດປີ 2030, ວິໄສທັດຮອດປີ 2045, ສູ້ຊົນຮອດປີ 2030: “ເຂດທາງທິດຕາເວັນອອກພາກໃຕ້ກາຍເປັນເຂດພັດທະນາທີ່ຂະຫຍັນຂັນເຄື່ອນ, ມີລະດັບການເຕີບໂຕເສດຖະກິດສູງ, ກຳລັງໜູນການເຕີບໂຕໃຫຍ່ຫຼວງທີ່ສຸດໃນທົ່ວປະເທດ; ສູນວິທະຍາສາດ - ເຕັກໂນໂລຊີ ແລະ ປ່ຽນໃໝ່ປະດິດຄິດສ້າງ, ອຸດສາຫະກຳເຕັກໂນໂລຊີສູງ”. ນຳໜ້າໃນການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຫັນເປັນດີຈີຕອນ, ສ້າງ “ອຳນາດການປົກຄອງດີຈີຕອນ”, “ເສດຖະກິດດີຈີຕອນ”, “ສັງຄົມດີຈີຕອນ”. ກ່ຽວກັບໜ້າທີ່ ແລະ ມາດຕະການ, ມະຕິຄັ້ງນີ້ໄດ້ວາງອອກບັນດາມາດຕະການຢ່າງຄົບຖ້ວນ, ຄົບຊຸດ ແລະ ໃໝ່ອ່ຽມພໍສົມຄວນ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໄລຍະພັດທະນາໃໝ່, ເຊິ່ງລວມມີບັນດາໝວດໜ້າທີ່, ມາດຕະການກ່ຽວກັບການພັດທະນາໄວ, ຍືນຍົງ, ສ້າງບາດກ້າວບຸກທະລຸໃນເຂດເສດຖະກິດ; ສຸມໃສ່ສ້າງລະບອບລະບຽບການ, ນະໂຍບາຍພັດທະນາໃຫ້ສົມບູນແບບ ແລະ ຍູ້ແຮງການຮ່ວມສຳພັນລະຫວ່າງເຂດ; ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ປ່ຽນໃໝ່ປະດິດຄິດສ້າງ; ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ກ່ຽວກັບການກໍ່ສ້າງປັບປຸງພັກ ແລະ ລະບົບການເມືອງຂອງບັນດາທ້ອງຖິ່ນໃນເຂດ.

ທີ່ກອງປະຊຸມການນຳບັນດາທ້ອງຖິ່ນໄດ້ຕີລາຄາວ່າມະຕິເລກທີ 24 ຂອງກົມການເມືອງໄດ້ເປີດຂົງເຂດໃໝ່ ແລະ ແງ່ຫວັງພັດທະນາໃຫ້ແກ່ເຂດທາງທິດຕາເວັນອອກພາກໃຕ້ ມີຫຼາຍທ່າແຮງ, ພິເສດແມ່ນການສ້າງນະໂຍບາຍ ແລະ ລະບອບລະບຽບການໃຫ້ສົມບູນແບບ ເພື່ອສ້າງກຳລັງໜູນພັດທະນາ. ທ່ານ ຟານວັນໝາຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ເນັ້ນໜັກວ່າທາງນະຄອນໄດ້ຕັດສິນໃຈຜັນຂະຫຍາຍໄວ ແລະ ບັນລຸບັນດາເປົ້າໝາຍ, ໜ້າທີ່ເຊິ່ງມະຕິໄດ້ວາງອອກ:

“ນະຄອນໄດ້ສ້າງໂຄງການເຄື່ອນໄຫວລະອຽດ, ກ່ອນອື່ນໝົດແມ່ນສຸມໃສ່ຜັນຂະຫຍາຍບັນດາໜ້າທີ່ຈຸດສຸມ ທັງແກ້ໄຂບັນດາບັນຫາຄົງຄ້າງໃນຕໍ່ໜ້າ ທັງສ້າງພື້ນຖານໃຫ້ແກ່ການພັດທະນາຍາວນານ, ສຸມໃສ່ສ້າງໂຄງປະກອບພື້ນຖານເສດຖະກິດພາຍຫຼັງໂລກລະບາດ ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ ໂດຍອີງໃສ່ວິທະຍາສາດເຕັກໂນໂລຊີ ແລະ ສະມັດຕະພາບການອອກແຮງງານສູງ. ນະຄອນພວມກວດກາຄືນ ແລະ ສຸມໃສ່ພັດທະນາເສດຖະກິດການບໍລິການຕາມທິດພັດທະນາການບໍລິການແບບໃໝ່ ແລະ ການບໍລິການທີ່ມີມູນຄ່າສູງຕິດພັນກັບການສ້າງສູນການເງິນສາກົນ, ສູນການຄ້າການທ່ອງທ່ຽວ, ງານຕະຫຼາດນັດ Logictic ສາກົນ, ສູນດີຈີຕອນ, ສູນບຳລຸງສ້າງຊັບພະຍາກອນມະນຸດ ແລະ ສູນເບິ່ງແຍງດູແລສຸຂະພາບຢູ່ພາກພື້ນ ແລະ ສາກົນ”.

  ກອງປະຊຸມທົ່ວປະເທດຜັນຂະຫຍາຍມະຕິ 24 ຂອງກົມການເມືອງ (ພາບ: quochoi.vn)  

ທ່ານ ຟ້າມວຽດແທັງ, ເລຂາພັກຄະນະພັກແຂວງ ບ່າເຣ້ຍ - ຫວູງເຕົາ, ຢັ້ງຢືນວ່າຄະນະພັກ, ອຳນາດການປົກຄອງປະຊາຊົນແຂວງ ບ່າເຣ້ຍ - ຫວູງເຕົາ ຈະຜັນຂະຫຍາຍ ແຜນການປະຕິບັດມະຕິເລກທີ 24 ຂອງກົມການເມືອງຢ່າງວ່ອງໄວ, ຄົບຖ້ວນ ແລະ ມີຂັ້ນຕອນ, ທ່ານສະເໜີວ່າ:

“ຂ້າພະເຈົ້າສະເໜີໃຫ້ກົມການເມືອງວ່າການປະກາດໃຊ້ບັນດາມະຕິຕ້ອງໄປຄຽງຄູ່ກັບການປະກາດໃຊ້ຂໍ້ກຳນົດກົດລະບຽບການເຮັດວຽກໃຫ້ມີລັກສະນະເປັນແບບຟອມໃຫ້ແກ່ຂົງເຂດນຳໃຊ້, ເພື່ອຫຼີກລ້ຽງສະພາບການບໍ່ຮັດກຸມ ແລະ ຮູບການຄືໃນໄລຍະຜ່ານມາ. ກ່ອນອື່ນໝົດໃນປີ 2023 ແມ່ນຈັດການລົງນາມການຮ່ວມສຳພັນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດລະຫວ່າງບັນດາທ້ອງຖິ່ນໃນເຂດຈຸດສຸມທາງພາກໃຕ້ກ່ອນ ຍ້ອນຄວາມຕ້ອງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດເຂດຈຸດສຸມພາກໃຕ້ແມ່ນມີຄວາມຈຳເປັນທີ່ສຸດ. ທີສາມ, ແມ່ນຄົ້ນຄ້ວາຈັດການສົ່ງເສີມການລົງທຶນ, ສົ່ງເສີມການທ່ອງທ່ຽວຮ່ວມກັນລະຫວ່າງບັນດາທ້ອງຖິ່ນໃນເຂດທາງທິດຕາເວັນອອກພາກໃຕ້”.

ທີ່ກອງປະຊຸມຜັນຂະຫຍາຍມະຕິເລກທີ 24 , ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະເໜີຕໍ່ລັດຖະບານ ແລະ ບັນດາອົງການຂັ້ນສູນກາງເພີ່ມທະວີການສົມທົບກັບບັນດາທ້ອງຖິ່ນໃນເຂດຕ້ອງສ້າງ, ປະກາດໃຊ້ ແລະ ຈັດຕັ້ງປະຕິບັດມະຕິເລກທີ 24 ຂອງກົມການເມືອງຢ່າງຮີບດ່ວນ ແລະ ເປັນຢ່າງດີທີ່ສຸດ ເພື່ອແນໃສ່ພັດທະນາເຂດ ແລະ ປະກອບສ່ວນເຂົ້າໃນພາລະກິດແຫ່ງການປ່ຽນແປງໃໝ່ຂອງ ຫວຽດນາມ ຢ່າງໃຫຍ່ຫຼວງກ່ວາເກົ່າ.


top