ຂ່າວສານ

ເປັນ​ຄັ້ງ​ທຳ​ອິ​ດ ທີ່​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ໄດ້​ຮັບ​ບຸ​ລິ​ມະ​ສິດ​ໃນ​ວ​າ​ລະປະ​ຊຸມ​ຂອງກອງປະ​ຊຸມ​ລັດ​ຖະ​ມົນ​ຕີ​ແຮງ​ງານ ອາ​ຊຽນ

ບັນດາກອງປະຊຸມໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງມາດຕະການຮັບມືກັບສະພາບການວ່າງງານຢູ່ພາກພື້ນຢ່າງມີປະສິດທິຜົນກ່ວາເກົ່າ.
  ພາບປະກອບ: Reuters  

ກອງປະຊຸມລັດຖະມົນຕີແຮງງານ ອາຊຽນ ຄັ້ງທີ 27 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ດຳເນີນຢູ່ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ ແຕ່ວັນທີ 25 – 29 ຕຸລາ, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີແຮງງານ, ເຈົ້າໜ້າທີ່ຂັ້ນສູງຂອງ 10 ປະເທດສະມາຊິກອາຊຽນ. ນອກຈາກນັ້ນ, ໃນຂອບເຂດສັບປະດາປະຊຸມກໍ່ຈະດຳເນີນກອງປະຊຸມອາຊຽນ + 3 ດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ໃນກະຊວງແຮງງານຈີນ, ສ.ເກົາຫຼີ, ຍີ່ປຸ່ນ.

ກອງປະຊຸມໄດ້ສຸມໃສ່ຫົວຂໍ້ ຜ່ານຜ່າໂລກລະບາດ, ຊຸກຍູ້ການຟື້ນຟູ ແລະ ເຕີບໂຕຢາງຮອບດ້ານ, ຍືນຍົງ ແລະ ຊຸກຍູ້ການຫັນເປັນດີຈີຕອນໃຫ້ຜູ້ອອກແຮງງານກ່ວາອີກ. ໜຶ່ງໃນບັນດາເນື້ອອື່ນອີກນັ້ນແມ່ນ ການພິຈາລະນາຄວາມຄືບໜ້າຂອງບັນດາໂຄງການຢູ່ພາກພື້ນ ກ່ຽວກັບການພັດທະນາທັກສະ, ຫັນເປັນດີຈີຕອນ, ການປ່ຽນແປງຂອງດິນຟ້າອາກາດ ແລະ ວຽກເຮັດງານທຳສີຂຽວ, ການປ່ຽນແປງຂອງວຽກເຮັດງານທຳ, ອົບພະຍົບ ແລະ ການໜູນຊ່ວຍສັງຄົມ. ບັນດາກອງປະຊຸມກໍ່ເນັ້ນໜັກເຖິງຄວາມຈຳເປັນຂອງມາດຕະການຮັບມືກັບສະພາບການວ່າງງານຢູ່ພາກພື້ນຢ່າງມີປະສິດທິຜົນກ່ວາເກົ່າ.


top