ການປຸກລະດົມຍຸດທະນາການ 500 ວັນແລະ ຄືນ ບໍ່ພຽງແຕ່ແມ່ນຂໍ້ລິເລີ່ມການກະທຳເທົ່ານັ້ນ ຫາກຍັງແມ່ນການຢັ້ງຢືນຄວາມຕັດສິນໃຈຂອງທົ່ວລະບົບການເມືອງ.
ທ່ານນາງ ຫງວຽນທິແທັງຈ່າ ຮອງນາຍົກລັດຖະມົນຕີ ເປັນປະທານກອງປະຊຸມ ກ່ຽວກັບການປະຕິບັດ ຍຸດທະນາການ 500 ວັນແລະ ຄືນ (ພາບ: VOV)
ຕອນບ່າຍວັນທີ 4 ພຶດສະພາ, ທີ່ການເຮັດວຽກກັບກົມເສນາຮັກ, ກົມໃຫຍ່ພະລາທິການ - ເຕັກນິກ ກ່ຽວກັບໜ້າທີ່ໄດ້ຮັບການມອບໝາຍໃນ “ຍຸດທະນາການ 500 ວັນແລະ ຄືນຍູ້ແຮງການປະຕິບັດຊອກຫາ, ທ້ອນໂຮມ ແລະ ກຳນົດຊື່ ແລະ ນາມສະກຸນຂອງ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ” (ຍຸດທະນາການ 500 ວັນ ແລະ ຄືນ), ທ່ານພົນຕີ ເຈິ່ນມຶງດຶກ, ຫົວໜ້າກົມໃຫຍ່ພະລາທິການ - ເຕັກນິກ, ເນັ້ນໜັກວ່າ ຍຸດທະນາການ 500 ວັນ ແລະ ຄືນແມ່ນຍຸດທະນາການພິເສດ, ເພາະສະນັ້ນ, ບັນດາອົງການ, ກົມກອງຕ້ອງມານະພະຍາຍາມກະທຳ, ສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍຂອງຍຸດທະນາການ 500 ວັນ ແລະ ຄືນ. ກ່ອນໜ້ານັ້ນ, ຍຸດທະນາການ 500 ວັນແລະ ຄືນໂດຍທ່ານນາງ ຟ້າມທິແທັງຈ່າຮອງນາຍົກລັດຖະມົນຕີ , ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຊອກຫາ, ເຕົ້າໂຮມ ແລະ ກຳນົດຊື່ ແລະ ນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ ປຸກລະດົມ.
ວຽກງານຊອກຫາ, ເຕົ້າໂຮມ ແລະ ກຳນົດຊື່ ແລະ ນາມສະກຸນຂອງນັກຮົບເສຍສະຫຼະຊີວິດເພື່ອຊາດສະແດງໃຫ້ເຫັນສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ແມ່ນຄວາມຮັບຜິດຊອບດ້ານການເມືອງອັນສັກສິດຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ແມ່ນການສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ທີ່ໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ແກ່ປະເທດຊາດ.
ການປຸກລະດົມຍຸດທະນາການ 500 ວັນແລະ ຄືນ ບໍ່ພຽງແຕ່ແມ່ນຂໍ້ລິເລີ່ມການກະທຳເທົ່ານັ້ນ ຫາກຍັງແມ່ນການຢັ້ງຢືນຄວາມຕັດສິນໃຈຂອງທົ່ວລະບົບການເມືອງ. ທ່ານພັນເອກ ເລຮົ່ງຫວຽດ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ຮອງຫົວໜ້າຄະນະຊີ້ນຳ 515 ແຂວງ ກ໋ວາງຈິ ໃຫ້ຮູ້ວ່າ:
ແຂວງກ໋ວາງຈິ ຕັດສິນໃຈຈະປະຕິບັດສຳເລັດເປົ້າໝາຍຊອກຫາອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ 240 ອັດຖິ ໃນໄລຍະເວລາ 500 ວັນແລະ ຄືນ. ສະເພາະການກວດວິໄຈ ADN , ພວກຂ້າພະເຈົ້າພວມໝູນໃຊ້ວິທະຍາສາດເຕັກໂນໂລຢີຢ່າງແຮງ, ມີແຜນການລະອຽດໃນແຕ່ລະໄລຍະ, ນຳອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກັບເມືອບ້ານເກີດເມືອງນອນ, ແລະເພື່ອນຮ່ວມກົມກອງໂດຍໄວ.