ຂ່າວສານ

ເປັນ​ຄັ້ງ​ທຳ​ອິດ ເຕັກ​ໂນ​ໂລ​ຢີ​ຈຳ​ລອງ​ການ​ເດີນ​ເຮືອ​ຂອງ ຫວຽດ​ນາມ ບັນ​ລຸ​ມາດ​ຖານ​ສາ​ກົນ​ສູງ​ສຸດ

ບໍ່ພຽງແຕ່ແມ່ນຂີດໝາຍດ້ານເຕັກໂນໂລຢີເທົ່ານັ້ນ, ການຢັ້ງຢືນນີ້ຍັງຍົກສູງຄຸນຄ່ານຳໃຊ້ຂອງລະບົບຈຳລອງສຳລັບຕໍ່ບັນດາກົມກອງຝືກອົບຮົບ ແລະ ບັນຊາກຳປັ່ນທະເລພາຍໃນປະເທດ ແລະພາກພື້ນ.
ລະບົບຈຳລອງການຝືກແອັບ ການເດີນເຮືອໂດຍກຸ່ມບໍລິສັດອຸດສາຫະກຳເຕັກໂນໂລຢີສູງ Viettel (ພາບ: qdnd.vn)

ລະບົບຈຳລອງການຝືກແອັບ ການເດີນເຮືອໂດຍ ກຸ່ມບໍລິສັດອຸດສາຫະກຳເຕັກໂນໂລຢີສູງ Viettel (Viettel High Tech),, ສະມາຊິກຊອງກຸ່ມບໍລິສັດເຕັກໂນໂລຢີ - ໂທລະຄົມມະນາຄົມ ກອງທັບ Viettel ພັດທະນາ ໂດຍອົງການສາກົນ DNV (Det Norske Veritas) ຫາກໍ່ຢັ້ງຢືນບັນລຸລະດັບສູງສຸດໃນການໄດ້ອັນດັບການຈຳລອງໃນການເດີນເຮືອ. ການຢັ້ງຢືນີ້ຢັ້ງຢືນວ່າຜະລິດຕະພັນຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການຢ່າງເຄັ່ງຄັດໃນການບຳລຸງສ້າງລູກເຮືອ, ນາຍທະຫານ ແລະ ຜູ້ບັນຊາກຳປັ່ນທະເລ. ນີ້ແມ່ນຄັ້ງທຳອິດ ຫວຽດນາມ ມີລະບົບຈຳລອງການເດີນເຮືອທີ່ບັນລຸມາດຖານສາກົນຢູ່ລະດັບສູງສຸດ. ບໍ່ພຽງແຕ່ແມ່ນຂີດໝາຍດ້ານເຕັກໂນໂລຢີເທົ່ານັ້ນ, ການຢັ້ງຢືນນີ້ຍັງຍົກສູງຄຸນຄ່ານຳໃຊ້ຂອງລະບົບຈຳລອງສຳລັບຕໍ່ບັນດາກົມກອງຝືກອົບຮົບ ແລະ ບັນຊາກຳປັ່ນທະເລພາຍໃນປະເທດ ແລະພາກພື້ນ.


top