ຂ່າວສານ

ເປັນເຈົ້າການໃນການເຊື່ອມໂຍງຕາມເນື້ອໃນຈິດໃຈ FTA ໃຫມ່

ຜ່ານກວ່າ 3 ທົດສະວັດແຫ່ງການປ່ຽນແປງໃຫມ່ແລະເຊື່ອມໂຍງຫວຽດນາມໄດ້ເຊັນສຳເລັດ 18 ສັນຍາການຄ້າເສລີ (FTA) . ສະເພາະໄລຍະ 5 ປີຜ່ານມາຫວຽດນາມໄດ້ມີການເຈລະຈາແລະລົງນາໃນສັນຍາການຄ້າກັບບັນດາຄູ່ຮ່ວມມືໃຫຍ່ຫລາຍສະບັບເປັນຕົ້ນແມ່ນບັນດາສັນຍາ FTAລຸ້ນໃຫມ່ດ້ວຍມາດຕະຖານສູງຄືສັນຍາຄູ່ຮ່ວມມືຮອບດ້ານແລະກ້າວນ້າຂ້າມປາຊີຟິກ (CPTPP);ລົງນາມໃນສັນຍາກັບສະຫະພາບເອີລົບ (ອີຢູ) 2 ສະບັບສັນຍາການຄ້າເສລີ EVFTA)ແລະສັນຍາອາລັກຂາການລົງທຶນ (EVIPA); ສັນຍາການຄ້າເສລີ ລະຫວ່າງຫວຽດນາມແລະລາຊະອານາຈັກອັງກິດແລະໄອແລນເຫນືອ UKVFTA; ສັນຍາຄູ່ຮ່ວມືເສດຖະກິດຮອບດ້ານພາກພື້ນ(RCEP).

ວິສາຫະກິດສົ່ງອອກຊອກໄດ້ຕະຫລາດໃຫມ່ຫລາຍແຫ່ງຜ່ານບັນດາສັນຍາ FTA

ຕາມທ່ານເຈີນຕວນແອງຫົວຫນ້າຄະນະເສດຖະກິດສູນກາງແລ້ວ, ຜ່ານການລົງນາມແລະປະຕິບັດບັນດາສັນຍາການຄ້າເສລີ (FTA) ລຸ້ນໃຫມ່ຢ່າງມີປະສິດທິຜົນ, ຫວຽດນາມໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງທັດສະນະ “ຫວຽດນາມແມ່ນປະເທດທີ່ມີຄວາມສະເໝີຕົ້ນສະເຫມີປາຍ, ເປັນເຈົ້າການ, ຕັ້ງຫນ້າໃນການປະຕິບັດເຊື່ອມໂຍງແລະເປີດປະຕູ. ຜ່ານນັ້ນຢັ້ງຢືນບົດບາດ, ພາບພົດ, ອິດທິພົນຊື່ສຽງແລະຖານະບົດບາດຂອງ “ຫວຽດນາມໃຫມ່” ບົນເວທີສາກົນ.

ໂດຍແມ່ນປະເທດ ພຽງເຂົ້າຮ່ວມຂອບເຂດເຊື່ອມໂຍງກ່ອນນີ້ ຄືອົງການການຄ້າໂລກ (WTO)ຫລື AFTA ໃນອາຊຽນນັ້ນແຕ່ມາປະຈຸບັນຫວຽດນາມໄດ້ກາຍເປັນນຶ່ງໃນບັນດາປະເທດພາທາງໃນບັນດາຂອບເຂດເຊື່ອມໂຍງແລະນຳບັນດາສັນຍາການຄ້າເສລີຫລາຍຝ່າປະສົບຜົນສຳເລັດເພາະສະນັ້ນພາບພົດຂອງ “ຫວຽດນາມໃຫມ່” ດ້ວຍກຳລັງຄວາມສາມາດຂອງລະບອບນະໂຍບາຍກໍ່ຄືຄວາມຮັບຜິດຊອບການຕັດສິນຊີ້ຂາດໄດ້ຢັ້ງຢືນຢ່າງຈະແຈ້ງ”.

 

ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ຮັບການລົງນາມຢ່າງເປັນທາງການເມື່ອວັນທີ 15 ພະຈິກ ປີ 2020

ເລື່ອງສັນຍາ FTA ລຸ້ນໃຫມ່ຫລາຍສະບັບໄດ້ຮັບການຜັນຂະຫຍາຍແລະປະຕິບັດໄດ້ຊ່ວຍໃຫ້ຫວຽດນາມບືນຕົວຂຶ້ນກາຍເປັນປະເທດຢືນອັນດັບ 22 ກ່ຽວກັບຂອບຂະຫນາດວົງເງິນ ແລະກຳລັງຄວາມສາມາດສົ່ງອອກໃນໂລກ,ດຶງດູດແຫລ່ງເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI) ນັບຮ້ອຍໆຕຶ້ USD, ປະກອບສ່ວນເສີມສ້າງປະຊາຄົມວິສາຫະກິດເປັນຫລາຍຮູບແບບ, ຫລາຍຂົງເຂດ.. ເລື່ອງເປັນເຈົ້າການເຊື່ອມໂຍງເຂົ້າກັບເສດຖະກິດສາກົນຜ່ານການເຈລະຈາ, ລົງນາມແລະປະຕິບັດບັນດາສັນຍາການຄ້າເສລີສອງຝ່າຍແລະຫລາຍຝ່າຍ, ໃນນັ້ນມີບັນດາສັນຍາການຄ້າເສລີລຸ້ນໃຫມ່, ດ້ວຍມາດຕະຖານສູງໄດ້ຊ່ວຍໃຫ້ກຳລັງຄວາມສາມາດແກ້ງແຍ່ງຂອງພື້ນຖານເສດຖະກິດແລະຂອງວິສາຫະກິດຫວຽດນາມໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ. ທ່ານນາງຫງວຽນທິຮ່ວຽນຜູ້ອຳນວຍການບໍລິສັດຜະລິດແລະສົ່ງອອກ ເຄື່ອງເທດ (ອົບເຊີຍ)ຫວຽດນາມແບ່ງປັນວ່າ:

 “ຕະຫລາດອີຢູແມ່ນຕະຫລາດຕົ້ນຕໍຊື່ງພວກຂ້າພະເຈົ້າໄດ້ວາງແຜນສົ່ງອອກນັບແຕ່ປີ 2013 ໂດຍກຳແຫນ້ນໄດ້ທ່າອ່ຽງຂອງຕະຫລາດສາກົນເວົ້າລວມແລະຕະຫລາດເອີລົບເວົ້າສະເພາະພວກຂ້າພະເຈົ້າໄດ້ສ້າງລະບົບມູນຄ່າຄວບຄຸມໄດ້ເຂດວັດຖຸດິບຂອງຕົນ. ມາຮອດປະຈຸບັນ ພວກຂ້າພະເຈົ້າໄດ້ມີໃບຢັ້ງຢືນຫລາຍສະບັບຈາກສາກົນແລ້ວ”

ຕາມບັນດາຜູ້ຊ່ຽວຊານແລ້ວ, ເພື່ອເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ຈິດໃຈເປັນເຈົ້າການໃນການເຊື່ອມໂຍງຍັງຄົງໄດ້ຮັບການຮັກສາແລະຊຸກຍູ້ຢ່າງຕັ້ງຫນ້າດ້ວຍຫລາຍແງ່ມູມ. ໃນນັ້ນສຳຄັນທີ່ສຸດແມ່ນສຸມໃສ່ກໍ່ສ້າງປະຊາຄົມວິສາຫະກິດເຊິ່ງແມ່ນພາກສ່ວນເຊື່ອມໂຍງເຂົ້າກັບເສດຖະກິດສາກົນ. ປອຫງວຽນດີ່ງກູງອະດີດຫົວຫນ້າສະຖາບັນຄົ້ນຄວ້າການຄຸ້ມຄອງເສດຖະກິດສູນກາງເນັ້ນຫນັກວ່າ:

ຍຸດທະສາດເຊື່ອມໂຍງບໍ່ພຽງແຕ່ແມ່ນການເຊັນສັນຍາເທົ່ານັ້ນຫາກຕ້ອງສ້າງຖັນແຖວເຊື່ອມໂຍງນຳອີກນັ້ນແມ່ນວິສາຫະກິດສະນັ້ນທຳອິດຕ້ອງຄິດເຖິງການສ້າງຖັນແຖວວິສາຫະກິດໃຫ້ເຕີບໃຫຍ່ເຂັ້ມແຂງຢາກນຳເຂົ້າເຕັກໂນໂລຊີໄດ້ຫລາຍກວ່ານັ້ນ ແມ່ນຢູ່ພາຍໃນປະເທດພວກເຮົາຕ້ອງສ້າງບັນດາວິສາຫະກິດທີ່ມີກຳລັງຄວາມສາມາດສຳຜັດຮັບເອົາການຖ່າຍທອດເຕັກໂນໂລຊີມີກຳລັງນູນເພື່ອນຳໃຊ້ເຕັກໂນໂລຊີ”;

ກໍ່ມີທັດສະນະເຊັ່ນດຽວກັນ, ທ່ານເລືອງຮ່ວາງທາຍຫົວຫນ້າກົມນະໂຍບາຍການຄ້າຫລາຍຝ່າຍສັງກັດກະຊວງອຸດສາຫະກຳການຄ້າຫວຽດນາມຖືວ່າ:

ຖ້າວ່າບາດກ້າວເບື້ອງຕົ້ນໃນວິວັດການເປັນເຈົ້າການເຊື່ອມໂຍງຂອງພວກເຮົາແມ່ນເລື່ອງລົງນາມແລະປະຕິບັດບັນດາສັນຍາການຄ້າເສລີນັ້ນການເປັນເຈົ້າການຕໍ່ມາແລະໄດ້ໃຫ້ບຸລິມະສິດໃນໄລຍະຈະມາເຖິງແມ່ນຄວາມເປັນເຈົ້າການໃນການກະກຽມບັນດາເງື່ອນໄຂພາຍໃນປະເທດເພື່ອໃຫ້ພວກເຮົາສາມາດພັດທະນາດ້ວຍຄຸນນະພາບດີກວ່າແລະສະນິດຕິດພັນກວ່າລະຫວ່າງພື້ນຖານເສດຖະກິດພາຍໃນປະເທດກັບວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ

 

 “ເປັນເຈົ້າການແລະຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ ແລະ ກວ້າງຂວາງ, ມີປະສິດທິຜົນ..” ໂດຍມະຕິກອງປະຊຸມໃຫຍ່ ຄັ້ງທີXIII ຂອງພັກຊີ້ແຈ້ງໃນ “ການກຳນົດທິດພັດທະນາປະເທດຊາດໄລຍະ 2021 – 2030”. ພິເສດຕາມບັນດາຜູ້ຊ່ຽວຊານແລ້ວ, ໃນສະພາບໂລກລະບາດໂຄວິດ  19 ໄດ້ຮັບການຄາດຄະເນວ່າຍັງມີຫລາຍການກະທົບບໍ່ດີເຖິງເສດຖະກິດທົ່ວໂລກນັ້ນ, ຈິດໃຈເປັນເຈົ້າການເຊື່ອມໂຍງຍິ່ງຈຳເປັນຕ້ອງໄດ້ຮັບຄວາມເອົາໃຈໃສ່ຜັນຂະຫຍາຍ. ໃນນັ້ນການກໍ່ສ້າງກຳລັງເປັນເຈົ້າການເຊື່ອມໂຍງເພື່ອປະຕິບັດບັນດາສັນຍາ FTA ນັ້ນແມ່ນວິທີການຢ່າງມີປະສິດທິຜົນເພື່ອໃຫ້ຫວຽດນາມຢັ້ງຢືນແລະປັບປຸງທີ່ຕັ້ງບົດບາດຂອງຕົນໃນພື້ນຖານເສດຖະກິດທົ່ວໂລກ.

 (ແຫຼ່ງຄັດຈາກ VOV)


top