ຂ່າວສານ

ເປັນຄັ້ງທຳອິດສະພາຄວາມໝັ້ນຄົງສະຫະປະຊາຊາດຮັບຮອງເອົາບັນດາມະຕິຕາມລະບຽບການພິເສດ

      ເປັນຄັ້ງທຳອິດໃນປະຫວັດສາດແຫ່ງການເຄື່ອນໄຫວ, ໃນວັນທີ 30 ມີນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮັບຮອງເອົາບັນດາມະຕິຕາມຮູບການປ່ອນບັດຜ່ານລາຍລັກອັກສອນ.

ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ (ພາບ:TASS) 
      ມີ ມະຕິ 4 ສະບັບໄດ້ຮັບການຮັບຮອງເອົາໃນການປ່ອນບັດຄັ້ງທຳອິດນີ້ແມ່ນ ມະຕິເລກທີ 2515 ຕໍ່ກຳນົດເວລາປະຕິບັດໜ້າທີ່ຂອງກຸ່ມນັກຊ່ຽວຊານ (PoE) ຂອງຄະນະກຳມະການ 1718 ກ່ຽວຂ້ອງເຖິງສາທາລະນະລັດປະຊາທິປະໄຕປະຊາຊົນ ເກົາຫຼີ; ມະຕິເລກທີ 2516 ຕໍ່ກຳນົດເວລາຄະນະປະຕິບັດງານໜູນຊ່ວຍຂອງ ສປຊຂອງ ໂຊມາລີ (UNSOM)…
        ສຳລັບມະຕິເລກທີ 2518, ຫວຽດນາມໄດ້ສະເໜີເນື້ອໃນຮັບປະກັນຄວາມປອດໄພ ແລະ ຄວາມໝັ້ນຄົງໃຫ້ແກ່ກຳລັງເພດຍິງເຂົ້າຮ່ວມການຮັກສາສັນຕິພາບ ແລະ ເນື້ອໃນນີ້ໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດ. ຄຽງຄູ່ກັນນັ້ນ, ຫວຽດນາມກໍ່ພ້ອມກັບບັນດາປະເທດເຂົ້າຮ່ວມການຊຸກຍູ້ ແລະ ກໍ່ສ້າງບັນດາເນື້ອໃນຄືກ່າວເຕືອນບັນດາຄວາມສ່ຽງມີຜົນສະທ້ອນເຖິງການເຄື່ອນໄຫວຂອງກຳລັງຮັກສາສັນຕິພາບ, ຮັບປະກັນແຫຼ່ງກຳລັງໃຫ້ແກ່ບັນດາຄະນະປະຕິບັດງານ, ເພີ່ມທະວີການບຳລຸງສ້າງ, ສະໜອງອຸປະກອນ, ສ້າງກຳລັງຄວາມສາມາດໃຫ້ແກ່ກຳລັງຮັກສາສັນຕິພາບ, ຊຸກຍູ້ເພີ່ມທະວີຄວາມສະໜິດຕິດພັນລະຫວ່າງກຳລັງຮັກສາສັນຕິພາບ ແລະ ປະຊາຄົມ.
 (ແຫຼ່ງຄັດຈາກ VOV)


top