ຂ່າວສານ

ເປັນຄັ້ງທຳອິດທະນາຄານຫວຽດນາມເປີດຫ້ອງການຕາງໜ້າຢູ່ອາເມລິກາ

      ວັນທີ 01 ພະຈິກ, ທະນາຄານການຄ້າຫຸ້ນສ່ວນຕ່າງປະເທດຫວຽດນາມ (Vietcombank) ໄດ້ເປີດສະຫຼອງຫ້ອງການຕາງໜ້າຢູ່ນິວຢອກ, ປະເທດອາເມລິກາ.
ນີ້ແມ່ນຫ້ອງການຕາງໜ້າແຫ່ງທຳອິດຂອງທະນາຄານການຄ້າຫວຽດນາມ ທີ່ມີໜ້າຢູ່ຕະຫຼາດອາເມລິກາ ພາຍຫຼັງໄດ້ຮັບໜັງສືອະນຸຍາດໃຫ້ເຄື່ອນໄຫວຢ່າງເປັນທາງການ. ເຫດການດັ່ງກ່າວແມ່ນການຢັ້ງຢືນບັນດາຄວາມມານະພະຍາຍາມຢ່າງກະໂດດຂັ້ນຂອງ Vietcombank ເວົ້າສະເພາະ ແລະ ທະນາຄານຫວຽດນາມ ເວົ້າລວມໃນການປ່ຽນແປງໃໝ່ຢ່າງແຮງ, ຮອບດ້ານເພື່ອພັດທະນາ.
 (ແຫຼ່ງຄັດຈາກ VOV)

top