ຂ່າວສານ

ເປັນຄັ້ງທຳອິດຈັດຕັ້ງກອງປະຊຸມການນຳອົງການພຸດທະສາສະໜາ ຫວຽດນາມ,ລາວ,ກຳປູເຈຍ

      ການນຳອົງການພຸດທະສາສະໜາ 3 ປະເທດໄດ້ເຫັນດີເປັນເອກະພາບເພີ່ມທະວີການປັບປຸງ ແລະ ພັດທະນານ້ຳໃຈສາມັກຄີ, ປອງດອງໃນພະສົງສຳມະເນນຂອງ 3 ປະເທດ; ພ້ອມທັງສຶກສາມູນເຊື້ອສາມັກຄີ

ກອງປະຊຸມໄດ້ຈັດຕັ້ງຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ
      ວັນທີ 12 ພະຈິກ, ກອງປະຊຸມການນຳອົງການພຸດທະສາສະໜາສາມປະເທດ ຫວຽດນາມ, ລາວ, ກຳປູເຈຍ ຈັດຕັ້ງຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ. ນີ້ແມ່ນຄັ້ງທຳອິດກອງປະຊຸມໄດ້ຮັບການຈັດຕັ້ງເພື່ອແນໃສ່ຊຸກຍູ້ການພົວພັນ, ຮ່ວມມື, ພັດທະນາພຸດທະສາສະໜາ, ສ້າງສັນຕິພາບ, ຄວາມຜາສຸກໃຫ້ມະນຸດ.
        ທີ່ກອງປະຊຸມ, ການນຳອົງການພຸດທະສາສະໜາ 3 ປະເທດໄດ້ເຫັນດີເປັນເອກະພາບເພີ່ມທະວີການປັບປຸງ ແລະ ພັດທະນານ້ຳໃຈສາມັກຄີ, ປອງດອງໃນພະສົງສຳມະເນນຂອງ 3 ປະເທດ; ພ້ອມທັງສຶກສາມູນເຊື້ອສາມັກຄີ, ມິດຕະພາບແບບພິເສດລະຫວ່າງປະຊາຄົມພຸດທະສາສະນິກກະຊົນ ແລະ ປະຊາຊົນສາມປະເທດ ຫວຽດນາມ, ລາວ, ກຳປູເຈຍ ບົນພື້ນຖານເຄົາລົບອະທິປະໄຕ, ຄວາມສະເໝີພາບ, ຄວາມຮັກຫອມສັນຕິພາບ ແລະ ການພັດທະນາຢ່າງກົມກຽວລະຫວ່າງ 3 ປະເທດ. ການນຳອົງການພຸດທະສາສະໜາ 3 ປະເທດພ້ອມກັນເຫັນດີ ເພີ່ມທະວີການພົວພັນແລກປ່ຽນໃນດ້ານວັດທະນະທຳພຸດທະສາສະໜາສາມປະເທດ ແລະ ຜັນຂະຫຍາຍບັນດາໂຄງການອະນຸລັກຮັກສາບັນດາຄຸນຄ່າມໍລະດົກວັດທະນະທຳພຸດທະສາສະໜາຢູ່ແຕ່ລະປະເທດ.
 (ແຫຼ່ງຄັດຈາກ VOV)


top