ຮ່າງກົດໝາຍສະບັບປັບປຸງໄດ້ເພີ່ມການກຳນົດຢູ່ເຂດທີ່ມີສານລົ້ມລະລາຍ, ສານສັບຊິນທາງປັນຍາ, ຂອບເຂດສິດອຳນາດຂອງແຕ່ລະສານສະເພາະກິດນີ້ ໂດຍຄະນະປະຈຳ ສະພາແຫ່ງຊາດກຳນົດ
ທ່ານ ເລມິງຈີ ປະທານສານປະຊາຊົນສູງສຸດ (ພາບ: quochoi.vn)
ຕອນເຊົ້າວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ເລມິງຈີ ປະທານສານປະຊາຊົນສູງສຸດ ໄດ້ສະເໜີບົດສະເໜີຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XV. ທ່ານ ເລມິງຈີ ໃຫ້ຮູ້ວ່າ ຮ່າງກົດໝາຍແມ່ນເພື່ອແນໃສ່ຫັນແຜນນະໂຍບາຍ, ການຊີ້ນຳຂອງພັກໃນການສັບຊ້ອນ, ປັບປຸງກົງຈັກການຈັດຕັ້ງໃຫ້ກະລັດທັດລົງ ໃຫ້ປະກົດຜົນເປັນຈິງ ເພື່ອແນໃສ່ຍົກສູງປະສິດທິຜົນ, ປະສິດທິພາບໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງສານທຸກຂັ້ນ.
ທ່ານເລມິງຈິງ ໃຫ້ຮູ້ວ່າ ຮ່າງກົດໝາຍສະບັບປັບປຸງໄດ້ເພີ່ມການກຳນົດຢູ່ເຂດທີ່ມີສານລົ້ມລະລາຍ, ສານສັບຊິນທາງປັນຍາ, ຂອບເຂດສິດອຳນາດຂອງແຕ່ລະສານສະເພາະກິດນີ້ ໂດຍຄະນະປະຈຳ ສະພາແຫ່ງຊາດກຳນົດ. ການສັບຊ້ອນບັນດາສານສະເພາະກິດກ່ຽວກັບການລົ້ມລະລາຍ, ຊັບສິນທາງປັນຍາ ຢູ່ສານຈຳນວນໜຶ່ງຂຶ້ນກັບແຂວງ, ນະຄອນໃຫຍ່ເພື່ອແນໃສ່ປະຕິບັດການຫັນຄຳໝັ້ນສັນຍາໃຫ້ປະກົດຜົນເປັນຈິງ ແລະ ຢັ້ງຢືນຄວາມຕັດສິນໃຈຂອງ ຫວຽດນາມ ກັບປະຊາຄົມສາກົນ ໃນການປະຕິບັດຊັບສິນທາງປັນຍາ, ບັນດາສັນຍາສະບັບໃໝ່ໃນການລົງທຶນ, ດຳເນີນທຸລະກິດ ຢ່າງເຂັ້ມງວດ, ດຶງດູດການລົງທຶນຈາກຕ່າງປະເທດ ເຂົ້າມາຫວຽດນາມ.