ບໍ່ພຽງແຕ່ແມ່ນພິທີກໍາ ຂໍໃຫ້ຄື້ນລົມສະຫງົບ, ເທສະການ ຂໍພອນ ຂອງຊາວປະມົງ ໃນເຂດແຄມຝັ່ງທະເລຂອງ ຫວຽດນາມ ຍັງສະທ້ອນ ໃຫ້ເຫັນເຖິງສາຍພົວພັນອັນສະໜິດແໜ້ນ ລະຫວ່າງ ມະນຸດ ກັບມະຫາສະໝຸດ ແລະ ຄວາມມຸ່ງຫວັງ ທີ່ຈະເອົາຊະນະ ທະເລອັນກວ້າງໃຫຍ່ຂອງປະຊາຊົນ ເຂດແຄມທະເລ ຫວຽດນາມ. ຈາກຄວາມເຊື່ອບູຊາ ປາອົງ (ປາວານ) ຈົນເຖິງ ພິທີຕ້ອນຮັບ ປາວານ, ການຂັບ ບ່າຈ້າວ ແລະ ການຊ່ວງເຮືອ, ປະເພນີນີ້ ໄດ້ກາຍເປັນມໍລະດົກ ວັດທະນະທໍາ ອັນເປັນເອກະລັກ ທີ່ຮັກສາຄວາມຊົງຈໍາ, ຈິດວິນຍານ ແລະ ຄວາມກ້າຫານ ຂອງ ຊາວ ຫວຽດນາມ ຕໍ່ໜ້າທະເລ ອັນກວ້າງໃຫຍ່ໄພສານ.
ບໍ່ພຽງແຕ່ແມ່ນພິທີກໍາ ຂໍໃຫ້ຄື້ນລົມສະຫງົບ, ເທສະການ ຂໍພອນ ຂອງຊາວປະມົງ ໃນເຂດແຄມຝັ່ງທະເລຂອງ ຫວຽດນາມ ຍັງສະທ້ອນ ໃຫ້ເຫັນເຖິງສາຍພົວພັນອັນສະໜິດແໜ້ນ ລະຫວ່າງ ມະນຸດ ກັບມະຫາສະໝຸດ ແລະ ຄວາມມຸ່ງຫວັງ ທີ່ຈະເອົາຊະນະ ທະເລອັນກວ້າງໃຫຍ່ຂອງປະຊາຊົນ ເຂດແຄມທະເລ ຫວຽດນາມ. ຈາກຄວາມເຊື່ອບູຊາ ປາອົງ (ປາວານ) ຈົນເຖິງ ພິທີຕ້ອນຮັບ ປາວານ, ການຂັບ ບ່າຈ້າວ ແລະ ການຊ່ວງເຮືອ, ປະເພນີນີ້ ໄດ້ກາຍເປັນມໍລະດົກ ວັດທະນະທໍາ ອັນເປັນເອກະລັກ ທີ່ຮັກສາຄວາມຊົງຈໍາ, ຈິດວິນຍານ ແລະ ຄວາມກ້າຫານ ຂອງ ຊາວ ຫວຽດນາມ ຕໍ່ໜ້າທະເລ ອັນກວ້າງໃຫຍ່ໄພສານ.
ປະຊາຊົນ ເຂດທະເລ ດ່າໜັງ ຈຸດທູບ ຢູ່ຂ້າງຊາກ ປາວານ ໄຫຼມາເກີຍຕື້ນ ຢູ່ຫາດຊາຍທະເລ ຫງວຽນເຕິດແທ່ງ.
ພາບ: ແທັງຮວ່າ/VNP
ຮີດຄອງປະເພນີ ຝັງສົບ ປາວານ ຂອງຊາວບ້ານເຂດແຄມທະເລ. ພາບ: ແທັງຮ່ວາ/VNP
ປະເທດ ທີ່ມີຊາຍຝັ່ງທະເລຍາວ 3.260 ກມ, ອັນໄດ້ເຮັດໃຫ້ຢູ່ ຫວຽດ ນາມ ປະກົດມີປະເພນີ ກໍຄືຄວາມເຊື່ອຖື ຫຼາຍຢ່າງ ທີ່ຕິດພັນ ກັບທະ ເລ. ສິ່ງທີ່ໂດດເດັ່ນໃນນັ້ນ ແມ່ນປະເພນີ ການບູຊາ ປາວານ - ຄວາມເຊື່ອຖື
ທີ່ເປັນເອກະລັກ ຂອງປະຊາຊົນ ຢູ່ເຂດ ຊາຍຝັ່ງທະເລ ພາກກາງ ແລະ ພາກໃຕ້ ຫວຽດນາມ.
ປາວານ ເປັນປາທະເລຂະໜາດໃຫຍ່ ທີ່ຊາວປະມົງ ໃຫ້ຄວາມເຄົາລົບນັບຖື ຄືກັບເທບພະເຈົ້າ ຜູ້ພິທັກ ແຫ່ງທ້ອງທະເລ. ຕາມຄວາມເຊື່ອພື້ນເມືອງ, ທຸກໆ
ຄັ້ງທີ່ເຮືອປະມົງ ພົບພາຍຸລົມແດງ ຫຼື ໄພອັນຕະລາຍ, ປາວານ ມັກຈະປະກົດຕົວຂຶ້ນມາ
ເພື່ອຊ່ວຍເຫຼືອ ຜູ້ເດີນເຮືອ. ດັ່ງນັ້ນ,
ເມື່ອ ປາວານ ຕາຍ,
ປະຊາຊົນ ຈະຈັດພິທີຂຸດຂຸມຝັງຊາກ ຫຼື ນໍາເອົາ ກະດູກ ໄປໄວ້ໃນສານເຈົ້າບູຊາ ເຊິ່ງແມ່ນ
ຮູບການໜຶ່ງ ທີ່ສະແດງເຖິງຄວາມຮູ້ບຸນຄຸນ ຕໍ່ “ຜູ້ຊ່ວຍຊີວິດ” ແຫ່ງທະເລກວ້າງ.
ບັນດາ ຜູ້ອາວຸໂສ ບ້ານ ຖ້ວນອານ, ຕາແສງເກາະ ຕາມຫາຍຈັດພິທີ ເຊັ່ນໄຫວ້ ຢູ່ ເຂດປ່າຊ້າ ປາອົງ.
ພາບ: ແທັງຮວ່າ/VNP
ປັດຈຸບັນ, ຕາມທ້ອງຖິ່ນແຄມຝັ່ງທະເລພາກກາງ ແລະ ພາກໃຕ້ ຍັງມີເຂດຝັງຊາກ, ສານເຈົ້າ ແລະ ວັດ ບູຊາປາວານ ຫຼາຍແຫ່ງ, ບາງແຫ່ງມີຫຼຸມຝັງ ນ້ອຍໃຫຍ່ຫຼາຍຮ້ອຍແຫ່ງ. ທີ່ໂດດເດັ່ນ ແມ່ນເຂດຝັງຊາກ ປາວານ ຢູ່ຕາແສງເກາະ ຕາມຫາຍ (ນະຄອນ
ດ່າໜັງ) ແລະ ບ້ານປະມົງ ເຟືອກຫາຍ (ບ່າເຣ້ຍ - ຫວຸ໊ງເຕົາ, ປັດຈຸບັນ ຂຶ້ນກັບ ນະຄອນ ໂຮ່ຈີມິນ). ບັນດາສະຖານທີ່ ເຫຼົ່ານີ້ ບໍ່ພຽງແຕ່
ແມ່ນບ່ອນປະຕິບັດ ຄວາມເຊື່ອຖືເທົ່ານັ້ນ, ແຕ່ຍັງຮັກສາຄຸນຄ່າວັດທະນະທໍາ
ອັນໂດດເດັ່ນຫຼາຍຢ່າງ ຂອງຊຸມຊົນ ຊາວປະມົງ ຫວຽດນາມ.
ເຈົ້າພາບພິທີບູຊາ ອ່ານບົດສູດ ໄຫວ້ເທບພະເຈົ້າ ນາມຫາຍ ໃນພິທີຕ້ອນຮັບ ເທບພະເຈົ້າ ຢູ່ ເທສະການ ຂໍພອນ
ຂອງຊາວປະມົງ ຢູ່ ບ້ານປະມົງ ແທັງເຄ (ນະຄອນ ດ່າໜັງ). ພາບ: ແທັງຮວ່າ/VNP
ເທສະການ ຂໍພອນ ຂອງຊາວປະມົງ ຢູ່ເຂດທະເລ ດ່າໜັງ. ພາບ: ແທັງຮ່ວາ/VNP
ຈາກຄວາມເຊື່ອຖືບູຊາ ປາວານ, ເທດສະການ ຂໍພອນ ຂອງ ຊາວປະມົງ ໄດ້ຄ່ອຍໆ ປະກົດຂຶ້ນ ແລະ ກາຍເປັນງານບຸນ ທີ່ສໍາຄັນ ຂອງ ປະຊາຊົນເຂດທະເລ. ເຖິງວ່າ ຮູບແບບການຈັດງານ
ຢູ່ແຕ່ລະທ້ອງຖິ່ນ ຈະມີຄວາມແຕກຕ່າງກັນ,
ແຕ່ງານບຸນລ້ວນແຕ່ມຸ່ງໄປເຖິງ ຄວາມປາດຖະໜາຮ່ວມກັນຄື: ຂອບໃຈທະເລກວ້າງ, ອາໄລຫາປາ
ວານ ແລະ ຂໍໃຫ້ປະເທດຊາດ ມີຄວາມສະຫງົບສຸກ,
ຟ້າຝົນຕົກ ຖືກຕ້ອງຕາມລະດູການ, ການອອກທະເລແຕ່ລະຄັ້ງ
ມີຄວາມປອດໄພ ແລະ ໄດ້ປາກຸ້ງ ເຕັມລໍາເຮືອ.
ເທດສະການ ຂໍພອນ ຂອງຊາວປະມົງ ມັກຈັດຂຶ້ນໃນລະດູໃບໄມ້ຫຼົ່ນ, ແຕ່ເດືອນ ມັງກອນ ຫາເດືອນ ກຸມພາ ຕາມຈັນທະຄະຕິ. ວາລະພິທີກໍາ ປະກອບມີ ພິທີຕ້ອນຮັບ ປາວານ, ການຖວາຍທູບ
ແລະ ພິທີໄຫວ້ ຢູ່ສານເຈົ້າ ບູຊາ ປາວານ. ຫຼັງຈາກພິທີກໍາ ອັນສັກສິດ ແມ່ນລາຍການຫຼິ້ນບຸນ
ທີ່ຟົດຟື້ນມ່ວນຊື່ນ ດ້ວຍກິດຈະກໍາ ວັດທະນະທໍາ ພື້ນເມືອງຫຼາຍຢ່າງ ເຊັ່ນ: ການຂັບບ່າຈ້າວ, ຂັບໂບ້ຍ, ຂັບ
ຕ່ວງ ແລະ ການຊ່ວງເຮືອ. ກິດຈະກໍາເຫຼົ່ານີ້ ໄດ້ສ້າງບັນຍາກາດ ແຫ່ງຄວາມສາມັກຄີ, ຄວາມຜູກພັນກັນ
ລະຫວ່າງຄອບຄົວ ແລະ ຊຸມຊົນຊາວປະມົງເຂດ ແຄມທະເລ.
ສໍາລັບປະຊາຊົນ ເຂດທະເລ, ມະຫາສະໝຸດ ບໍ່ພຽງແຕ່ ແມ່ນບ່ອນ ຫາລ້ຽງຊີບເທົ່ານັ້ນ, ແຕ່ຍັງແມ່ນໂລກ
ອັນສັກສິດ ທີ່ເຕັມໄປດ້ວຍ ຄວາມລຶກລັບ. ໃນໂລກນັ້ນ, ເທດສະການ ຂໍພອນ ຂອງຊາວປະມົງ
ໄດ້ກາຍເປັນຂົວຕໍ່ ລະຫວ່າງມະນຸດ ກັບທໍາມະຊາດ, ລະຫວ່າງຊີວິດປະຈໍາວັນ
ກັບ ຊີວິດທາງຈິດໃຈ,
ອັນໄດ້ ສ້າງເປັນຄຸນຄ່າວັດທະນະທໍາ ທີ່ຍາກ ຈະຫາໄດ້ ຢູ່ແຫ່ງອື່ນໆ.
ເທສະການ ຂໍພອນ ຂອງຊາວປະມົງ ລະຫວ່າງ ບັນດາທ້ອງຖິ່ນ ເຖິງວ່າ ຈະມີຄວາມແຕກຕ່າງກັນ ກ່ຽວກັບຮູບການ
ແຕ່ລ້ວນແຕ່ ມີຄວາມໝາຍອັນດຽວກັນ.
ຂະບວນເຮືອ ຂອງຊາວປະມົງ ຕາແສງເກາະ ຕາມຫາຍ (ດ່າໜັງ) ຜ່ານຜ່າຄື້ນຟອງ ອອກສູ່ທະເລ ປະຕິບັດ ພິທີກຳ
ຕ້ອນຮັບ ປາອົງ ມາຮ່ວມ ເທສະການ ຂໍພອນ ຂອງຊາວປະມົງ. ພາບ: ແທັງຮວ່າ/VNP
ສິ່ງທີ່ຊ້ອນຢູ່ເລິກໆ ໃນປັດຊະຍາ ຂອງ ງານບຸນ ກໍຄື ຈິດໃຈເຄົາລົບ ທໍາມະຊາດ. ຄວາມເຊື່ອຖືບູຊາ ປາວານ ໄດ້ເຕືອນສະຕິ ໃຫ້ມະນຸດ ຮູ້ ຈັກຖະໜອມ ຊີວິດຂອງສິ່ງທີ່ມີຊີວິດ
ໃນທະເລ, ຮູ້ຈັກການຂຸດຄົ້ນ ໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ເພື່ອຮັກສາ
ແຫຼ່ງຊີວິດ ໄວ້ໃຫ້ຄົນຮຸ່ນຫຼັງ.
ດ້ວຍຄຸນຄ່າມະນຸດສະທໍາ ແລະ ວັດທະນະທໍາ ອັນໂດດເດັ່ນ ເຫຼົ່ານັ້ນ, ເທດສະການ ຂໍພອນ ຂອງຊາວປະມົງ ໄດ້ຮັບການ ຮັບຮອງເປັນມໍລະດົກວັດທະນະທໍາ ທີ່ ເປັນນາມມະທໍາ ລະດັບຊາດ.
ຜ່ານຫຼາຍຊົ່ວອາຍຸຄົນ,
ງານບຸນ ຍັງຖືກຮັກສາໄວ້ ຄືກັນກັບສ່ວນໜຶ່ງທີ່ຂາດບໍ່ໄດ້ ໃນຊີວິດຈິດໃຈ
ຂອງຊຸມຊົນ ເຂດແຄມຝັ່ງທະເລ,
ທັງປະກອບສ່ວນແນະນໍາ ໃຫ້ເພື່ອນມິດສາກົນ ໄດ້ຮູ້ຈັກ
ກັບຄວາມງາມ ທ່ີເປັນເອກະລັກ ໃນວັດທະນະທໍາ ທະເລ ຂອງ ຫວຽດນາມ.
- ບົດ ແລະ ພາບ: ແທັງຮວ່າ/VNP, VNA