ເທດສະການເຕັ້ນໄຟຂອງຊາວເຜົ່າ ປ່າແຖນ ສະແດງໃຫ້ເຫັນຄວາມ ເຊື່ອຖືຂອງເຂົາເຈົ້າ ໃນໂລກແຫ່ງສະຫວັນ, ພະລັງເໜືອທຳມະຊາດ ແລະ ກຳລັງແຮງພິເສດເໜືອມະນຸດ ເພື່ອຜ່ານຜ່າທຸກຄວາມຫຍຸ້ງ ຍາກໃນຊີວິດ.
ເທດສະການເຕັ້ນໄຟຂອງຊາວເຜົ່າ ປ່າແຖນ ສະແດງໃຫ້ເຫັນຄວາມ ເຊື່ອຖືຂອງເຂົາເຈົ້າ ໃນໂລກແຫ່ງສະຫວັນ, ພະລັງເໜືອທຳມະຊາດ ແລະ ກຳລັງແຮງພິເສດເໜືອມະນຸດ ເພື່ອຜ່ານຜ່າທຸກຄວາມຫຍຸ້ງ ຍາກໃນຊີວິດ.
ຕາມຄວາມເຊື່ອ ຂອງຊາວເຜົ່າ ປ່າແຖນ, ເທດສະການບຸນເຕັ້ນໄຟ ຈັດຂຶ້ນ ເພື່ອສະແດງຄວາມຂອບໃຈຕໍ່ເທວະດາຟ້າແຖນ ທີ່ໄດ້ດົນບັນ ດານ ໃຫ້ຝົນຟ້າອາກາດເອື້ອອຳນວຍ, ການປູກຝັງໄດ້ຮັບຜົນດີ, ໃນຂະນະດຽວກັນ ກໍຂັບໄລ່ທຸກສິ່ງທີ່ບໍ່ດີ. ໃນທາງກົງກັນຂ້າມ, ໄຟ ຈະ ນໍາມາຄວາມອົບອຸ່ນ, ໂຊກດີ ແລະ ກໍາຈັດຄວາມໂຫດຮ້າຍ ຂອງ ລະ ດູໜາວ ທີ່ຈະມາເຖິງ. ນີ້ແມ່ນການເຄື່ອນໄຫວວັດທະນະທຳພື້ນເມືອງ ໃນວົງຄະນາຍາດຊາວເຜົ່າ ປ່າແຖນ, ສະແດງໃຫ້ເຫັນກຳລັງແຮງ, ຂະບວນການອອກແຮງງານ, ຄວບຄຸມທຳມະຊາດ ເພື່ອຢູ່ລອດ ແລະ ພັດທະນາ.
ເທດສະການເຕັ້ນໄຟ ຂອງ ຊາວເຜົ່າ ປ່າແຖນ ຈະໄດ້ຈັດຂຶ້ນທຸກໆ ປີ ໃນ ລະຫວ່າງການປ່ຽນຜ່ານ ປີເກົ່າ ແລະ ປີໃໝ່ ຫຼື ໃນໂອກາດລະດູ ເກັບກ່ຽວ (ປະມານເດືອນ ຕຸລາ ຫາ ມື້ເພັງເດືອນ ຈຽງ (1) ຕາມຈັນ ທະປະຕິທິນ). ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ເດີ່ນ ເຊິ່ງເປັນສະຖານທີ່ ເຄື່ອນໄຫວ ດ້ານວັດທະນະທຳ ຂອງ ວົງຄະນະຍາດ ໃນໝູ່ບ້ານ, ຕາແສງ ແລະ ໄດ້ແບ່ງອອກເປັນ 2 ພາກ ຄື: ພິທີໄຫວ້ບູຊາ ກ່ອນເວລາຕາເວັນຕົກປະມານ 3-4 ຊົ່ວໂມງ ແລະ ການເຕັ້ນໄຟ ໄດ້ເລີ່ມຂຶ້ນ ເມື່ອ ຟ້າມືດໃນເວລາປະມານ 1 ຊົ່ວໂມງ.
ທຳພິທີເຊື້ອເຊີນເທວະດາຟ້າແຖນ ກ່ອນທໍາພິທີເຕັ້ນໄຟ. ພາບ: ກີມເຟືອງ/VNP
ເມື່ອຮອດຍາມຄ່ຳ, ໝໍເຢົາ ຈະທຳພິທີເຊື້ອເຊີນ ເທວະດາຟ້າແຖນມາເຂົ້າຮ່ວມງານບຸນ ແລະ ເຂົ້າສິງບັນດາລູກສິດ. ໝໍເຢົານັ່ງ ຢູ່ເທິງຕັ່ງ ຍາວ ເພື່ອການໄຫວ້ບູຊາເທວະດາຟ້າແຖນ, ມືຖືທ່ອນເຫຼັກ ເຄາະໃສ່ ເຫຼັກແທ່ງໜຶ່ງຢູ່ເທິງຕັ່ງ ເພື່ອສ້າງສຽງຄຶກຄື້ນ ຢ່າງຕໍ່ເນື່ອງ ປະມານ 4 ຊົ່ວໂມງ. ກ່ອນເວລາຈັດພິທີ, ໝໍເຢົາ ຈະອະທິຖານຕໍ່ເທວະດາ ຟ້າ ແຖນ ເພື່ອອວຍພອນໃຫ້ບັນດາຜູ້ຊາຍຊາວເຜົ່າ ປ່າແຖນ ມີກຳລັງ ແຮງພິເສດ ເພື່ອ “ເຕັ້ນລຳ” ຢູ່ເທິງກອງໄຟ.
ພາຍຫຼັງພິທີເຊື້ອເຊີນເທວະດາຟ້າແຖນ ສຳເລັດລົງ, ເທດສະການ ເຕັ້ນໄຟ ກໍ່ເລີ່ມຂຶ້ນ. ກອງໄຟຂະໜາດໃຫຍ່ ຖືກຈູດຂຶ້ນ ກາຍເປັນ ຖ່ານໄຟສີແດງ ຢ່າງແຮງ, ບັນດາຊາວໜຸ່ມ ທີ່ເຂົ້າຮ່ວມງານເຕັ້ນໄຟ ຈະຜັດປ່ຽນກັນ ໂດດເຂົ້າໄປໃນກອງໄຟ, ໃຊ້ທັງມື ແລະ ຕີນເປົ່າ ເພື່ອມອດໄຟ. ພິເສດ, ຫຼັງຈາກໂດດເຂົ້າໄປໃນກອງໄຟ, ແຂນຂາ ຂອງ ເຂົາ ເຈົ້າບໍ່ຖືກ ໄຟໄໝ້, ເຈັບປວດ ຫຼື ມີຮອຍຂີດຂ່ວນ ແຕ່ຢ່າງ ໃດ.
ຜູ້ເຂົ້າຮ່ວມເທດສະການເຕັ້ນໄຟ ຈະເຕັ້ນໄປມາ ຈົນຖ່ານໃນກອງໄຟ ມອດຈຶ່ງຢຸດເຊົາ. ພາບ: ກີມເຟືອງ/VNP
ທ່ານ ຟູ່ວັນກີ໋ວ, ຜູ້ເຂົ້າຮ່ວມເທດສະການ ເຕັ້ນໄຟ ໃຫ້ຮູູ້ວ່າ: “ເມື່ອ ໂດດເຂົ້າໄປ ໃນກອງໄຟ, ຂ້າພະເຈົ້າໄດ້ຫຼັບຕາ, ຮ່າງກາຍເຢັນໄປ ທັງ ສັ່ນ, ຂ້າພະເຈົ້າ ບໍ່ຮູ້ສຶກຫຍັງເລີຍ ແລະ ເໝືອນວ່າ ຖືກ ເທບພະ ເຈົ້າ ພາໄປ, ເພາະສະນັ້ນ ຂ້າພະເຈົ້າບໍ່ຮູ້ວ່າ ຕົນເອງກຳລັງ ແລ່ນເຂົ້າ ໄປໃນກອງໄຟ, ຈົນ ເວລາຮູ້ສຶກໄດ້ ຄວາມຮ້ອນ ຈຶ່ງແລ່ນ ອອກມາ ຈາກກອງໄຟ. ເມື່ອອອກມາແລ້ວ, ຂ້າພະເຈົ້າຊໍ້າພັດຮູ້ສຶກໜາວ, ຮ່າງ ກາຍສັ່ນ ໂດດເຂົ້າໄປໃນກອງໄຟອີກ ແລະ ການໂດດເຂົ້າໄປໃນ ກອງໄຟ ໄດ້ປະຕິບັດຊໍ້າໄປ ຊໍ້າມາ ຫຼາຍຄັ້ງ, ຈົນເຖິງເວລາຖ່ານ ມອດ. ເມື່ອຂ້າພະເຈົ້າ ແລ່ນອອກໄປຂ້າງນອກ, ຂ້າພະເຈົ້າ ຍັງແນມ ເຫັນຄົນເບິ່ງຢູ່, ແຕ່ມັນນ້ອຍ, ນ້ອຍຫຼາຍ”.
ທ່ານ ຝູ໋ວັນກີ໋ວ, ຊາວເຜົ່າ ປ່າແຖນ ສະແດງຄວາມຮູ້ສຶກ ໃນເທດສະການເຕັ້ນໄຟ. ພາບ: ກີມເຟືອງ/VNP
ພາຍຫຼັງກອງໄຟມອດລົງ, ໝໍເຢົາ ເອີ້ນລູກສິດກັບຄືນສູ່ແຖວສາດ ຢູ່ ເບື້ອງຫຼັງເພື່ອສິ້ນສຸດພິທີ. ເຂົາເຈົ້າໄດ້ຂອບໃຈຕໍ່ເທບພະເຈົ້າ ທີ່ໄດ້ ມາ ຮ່ວມມ່ວນຊື່ນກັບຊາວບ້ານ, ອະທິຖານ ເພື່ອໃຫ້ເທບພະເຈົ້າ ທັງ ຫຼາຍ ປົກປ້ອງຊາວບ້ານໄດ້ໃຊ້ຊີວິດ ໃນຄວາມອີ່ມໜໍາສໍາລານ, ມີສຸ ຂະພາບແຂງແຮງ ແລະ ສັນຍາວ່າ ຈະເຊື້ອເຊີນເທບພະເຈົ້າທັງຫຼາຍ ເຂົ້າຮ່ວມງານເຕັ້ນໄຟ ໃນຄັ້ງຕໍ່ໄປ.
ເທດສະການເຕັ້ນໄຟຂອງຊາວເຜົ່າ ປ່່າແຖນ ໄດ້ຈັດຂຶ້ນໃນທຸກໆ ປີ, ເພື່ອແນໃສ່ເຊີດຊູ, ອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳ ພື້ນເມືອງ, ຊຸກຍູ້ການຂຸດຄົ້ນຄວາມສາມາດບົ່ມຊ້ອນ ມໍລະດົກວັດທະ ນະທຳພ້ືນເມືອງ, ຮັບໃຊ້ໃຫ້ແກ່ ການພັດທະນາ ການທ່ອງທ່ຽວຂອງທ້ອງຖິ່ນ.
ນອກຈາກ ເທດສະການເຕັ້ນໄຟ ຂອງ ຊາວເຜົ່າ ປ່າແຖນ ຍັງມີກິດ ຈະກຳມ່ວນຊື່ນພື້ນເມືອງອີກຫຼາຍຢ່າງ. ພາບ: ກີມເຟືອງ/VNP
ຊາວເຜົ່າ ປ່າແຖນ ມີພົນລະເມືອງ 8.000 ກວ່າຄົນ, ສ່ວນຫຼາຍອາໄສຢູ່ ເມືອງ ບັກຢາງ ແລະ ກວາງບິ່ງ (ແຂວງ ຮ່າຢາງ); ຈຽມຮ໋ວາ, ອຽນເຊີນ, ເລິມບິ່ງ (ແຂວງ ຕວຽນກວາງ) ເປັນຕົ້ນຕໍ. ກ່ຽວກັບຄວາມເຊື່ອຖື, ຊາວເຜົ່າ ປ່າແຖນ ມີຄວາມເຊື່ອ ສິ່ງທີ່ເໜືອທໍາມະຊາດ, ທຸກສິ່ງທຸກຢ່າງມີຈິດວິນຍານ. ການເຄື່ອນໄຫວ ວັດທະນະທຳພື້ນເມືອງ ຂອງຊາວເຜົ່າ ປ່າແຖນ ແມ່ນອຸດົມສົມບູນ ຊ່ຶ່ງສະແດງໃຫ້ເຫັນ ໂດຍ ຜ່ານຂຸມຊັບນິທານ, ເພງພື້ນເມືອງ, ຂັບກ່ອມລູກ, ຟ້ອນລຳ ແລະ ເຄື່ອງດົນຕີຊະນິດຕ່າງໆ...
ປະຕິບັດໂດຍ: ກີມເຟືອງ - ແປໂດຍ: ບິກລຽນ