ຂ່າວສານ

ເດືອນມັງກອນ 2022, ການສົ່ງອອກຂອງ ຫວຽດນາມ ບັນລຸ 29 ຕື້ USD, ເພີ່ມຂຶ້ນ 1,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021

      ການສົ່ງອອກໃນເດືອນ ມັງກອນ 2022 ຂອງ ຫວຽດນາມ ໄດ້ເພີ່ມຂຶ້ນ 1,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ໃນນັ້ນ, ມີສິນຄ້າ 7 ປະເພດບັນລຸວົງເງິນການຄ້າສົ່ງອອກຫຼາຍກວ່າ 1 ຕື້ USD, ກວມເອົາ 63,3% ຍອດວົງເງິນສົ່ງອອກ.
(ພາບ: TTXVN)
      ມີຫຼາຍເຫດຜົນທີ່ພາໄປເຖິງການບັນລຸໄດ້ໝາກຜົນເປັນໜ້າປະເອີບໃຈນີ້, ໃນນັ້ນ ມີລາຄາຂາຍເພີ່ມຂຶ້ນ ແລະ ມີສັນຍາຫຼາຍສະບັບໄດ້ຮັບການລົງນາມ, ມີສິນຄ້າຫຼາຍຖ້ຽວໄດ້ຮັບການມອບ - ຮັບ. ໃນຊຸມວັນຕົ້ນປີໃໝ່, ວິສາຫະກິດສົ່ງອອກກໍພວມຮີບເຮັ່ງທຳການຜະລິດເພື່ອໃຫ້ມອບສິນຄ້າທັນເວລາ. ນັບແຕ່ການຜະລິດຜະລິດຕະພັນແຫ້ງ, ຕະຫຼອດຮອດສິນໃນນ້ຳ ຫຼື ເຄື່ອງເຟີນີເຈີ ລ້ວນແຕ່ມີການເຕີບໂຕທີ່ໜ້າປະທັບໃຈ. ທ່ານ ຫງວຽນແມ້ງຮ່າ, ຜູ້ອຳນວຍການບໍລິສັດ ຫຸ້ນສ່ວນ ທ່າກ່ຳປັ່ນ ນາມດິ່ງຫວູ, ຫາຍຟ່ອງ ໃຫ້ຮູ້ວ່າ: ປະລິມານສິນຄ້າ ແລະ ການເດີນທະເລຂອງກ່ຳປັ່ນເພີ່ມຂຶ້ນນັບແຕ່ຊຸມວັນຕົ້ນປີໃໝ່, ດ້ວຍປະລິມານສິນຄ້າຂົນຖ່າຍຜ່ານທ່າກ່ຳປັ່ນໃນວັນຕົ້ນປີໃໝ່ແມ່ນປະມານ 150 ໂຕນ.   
(ແຫຼ່ງຄັດຈາກ VOV)


top