ຂ່າວສານ

ເດືອນ ມັງກອນ, ຫວຽດນາມ ສົ່ງອອກເກີນດຸນເກືອບ 1,4 ຕື້ USD

ສິນຄ້າຂອງ ຫວຽດນາມ ສົ່ງອອກໄປຕະຫຼາດ ຈີນ ຫຼາຍທີ່ສຸດດ້ວຍມູນຄ່າ 400 ລ້ານ USD. ຖັດຈາກນັ້ນແມ່ນຕະຫຼາດ ອາເມລິກາ, ສ.ເກົາຫຼີ, ຮົ່ງກົງ, ຍີ່ປຸ່ນ…
(ພາບປະກອບ: dantri.com.vn)

 ຕາມກົມໃຫຍ່ພາສີ ຫວຽດນາມ ແລ້ວ, ການເຄື່ອນໄຫວສົ່ງອອກ - ນຳເຂົ້າໃນເດືອນ ມັງກອນ ປີ 2022 ແມ່ນໜ້າປະທັບໃຈພໍສົມຄວນ, ດ້ວຍຂອບເຂດວົງເງິນການຄ້າບັນລຸກວ່າ 60 ຕື້ USD, ໃນນັ້ນການສົ່ງອອກເກີນດຸນບັນລຸເກືອບ 1,4 USD. ລະອຽດແມ່ນ, ການສົ່ງອອກສິນຄ້າບັນລຸເກືອບ 31 ຕື້ USD, ເພີ່ມຂຶ້ນເກືອບ 8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ມີ 7 ໝວດສິນຄ້າສົ່ງອອກບັນລຸວົງເງິນການຄ້າແຕ່ 1 ຕື້ USD ຂຶ້ນໄປ ນັບແຕ່ຕົ້ນປີ 2022 ຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ໄມ້ ແລະ ຜະລິດຕະພັນຈາກໄມ້, ພາຫະນະຂົນສົ່ງ ແລະ ເຄື່ອງອາໄຫຼ່, ສິນໃນນ້ຳ, ກາເຟ, ໝາກພິກໄທ, ເຂົ້າສານ…

ກົງກັນຂ້າມ, ໃນເດືອນ ມັງກອນ, ວົງເງິນນຳເຂົ້າບັນລຸ 29,4 ຕື້ USD, ເພີ່ມຂຶ້ນເກືອບ 11% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ໃນນັ້ນຫຼາຍກວ່າໝູ່ຍັງແມ່ນ ຄອມພິວເຕີ, ຜະລິດຕະພັນເອກເລັກໂຕນິກ ແລະ ເຄື່ອງອາໄຫຼ່.

ສິນຄ້າຂອງ ຫວຽດນາມ ສົ່ງອອກໄປຕະຫຼາດ ຈີນ ຫຼາຍທີ່ສຸດດ້ວຍມູນຄ່າ 400 ລ້ານ USD. ຖັດຈາກນັ້ນແມ່ນຕະຫຼາດ ອາເມລິກາ, ສ.ເກົາຫຼີ, ຮົ່ງກົງ, ຍີ່ປຸ່ນ…




top