ຂ່າວສານ

ເຊື້ອໄວລັດສາຍພັນໃໝ່ Omicro (B.1.1.529) ມີຕົ້ນກຳເນີດຈາກອາຟະລິກາໃຕ້ ພວມສ້າງຄວາມວິຕົກກັງວົນໃນທົ່ວໂລກ

ໄລ່ຮອດເວລາ 1:00 ໂມງຕອນເຊົ້າວັນທີ 8 ພະຈິກ (ຕາມເວລາ UTC) ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດຫຼາຍກວ່າ 261,3 ລ້ານຄົນ, ໃນນັ້ນມີຫຼາຍກວ່າ 5,2 ລ້ານຄົນເສຍຊີວິດ.
ເຊື້ອໄວລັດສາຍພັນໃໝ່  Omicro (B.1.1.529) ພວມສ້າງຄວາມວິຕົກກັງວົນໃນທົ່ວໂລກ

ອາເມລີກາສືບຕໍ່ຢັ້ງຢືນມີຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າໝູ່ໃນໂລກດ້ວຍຈຳນວນຜູ້ເສຍຊີວິດ 799.312 ຄົນໃນຍອດຈຳນວນຜູ້ຕິດເຊື້ອທັງໝົດ 49.077.675 ຄົນ, ຖັດມາແມ່ນອິນເດຍແລະ ບຣາຊິນ.

    ການປາກົດຕົວຂອງເຊື້ອໄວລັດສາຍພັນໃໝ່ Omicro (B.1.1.529) ມີຕົ້ນກຳເນີດຈາກອາຟະລິກາໃຕ້  ພວມສ້າງຄວາມວິຕົກກັງວົນໃນທົ່ວໂລກ. ຫຼາຍພາກພື້ນພວມແຂ່ງຂັນກັບເວລາເພື່ອຄວບຄຸມເຊື້ອໄວລັດສາຍພັນໃໝ່ Omicro (B.1.1.529) ທີ່ແຜ່ລະບາດອອກສູ່ວົງກວ່າງດ້ວຍບັນດາມາດຕະການເພີ່ມທະວີການຄວບຄຸມເຂົ້າອອກເມືອງ ແລະ ແຍກຕົວ, ກວດວິໄຈສຳລັບຜູ້ຄົນທີ່ມາຈາກອາຟະລິກາ. ພ້ອມດຽວກັນນັ້ນ 4 ປະເທດອາຊີ ຕາເວັນອອກສ່ຽງໃຕລວມມີມາເລເຊຍ, ໄທຟີລິປິນ, ແລະ ສິງກະໂປກໍ່ໄດ້ເພີມທະວີການຄວບຄຸມ ການໄປມາກັບບັນດາປະເທດຢູ່ທາງທິດໃຕ້ຂອງອາຟະລິກາ, ສະເໜີໃຫ້ແຍກຕົວສຳລັບຜູ້ເຂົ້າເມືອງໃນຊຸມມື້ທີ່ຜ່ານມາ.

  ບັນດາການກະທຳເຊັ່ນດຽວກັນກໍ່ໄດ້ຖືກປະຕິບັດຢູ່ ອົດສະຕາລີ ,ຍີ່ປຸ່ນ,ອິນເດຍ,ອີລານ,ບຣາຊິນແລະການາດາ.

(ແຫຼ່ງຄັດຈາກ VOV)


top