ຂ່າວສານ

ເຊື້ອພະຍາດ Covid-19: ຮັບປະກັນເງື່ອນໄຂໃຫ້ບັນດາເຂດແຍກຕົວ

ຢູ່ຫຼາຍທ້ອງຖິ່ນຂອງຫວຽດນາມ ໄດ້ນຳໃຊ້ຫຼາຍບັນດາມາດຕະການ, ໃນນັ້ນສິ່ງທີ່ໜ້າສົນໃຈທີ່ສຸດແມ່ນຮັບປະກັນການເຄື່ອນໄຫວແຍກຄົນຕິດເຊື້ອພະຍາດອອກຢູ່ຕ່າງຫາກຢ່າງມີປະສິດທິຜົນ.

(ພາບປະກອບ: TTXVN)

ເພື່ອເປັນການເພີ່ມທະວີການປ້ອງກັນ, ຕ້ານເຊື້ອພະຍາດ Covid-19 (ຊື່ໃໝ່ຂອງ ເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່), ຢູ່ຫຼາຍທ້ອງຖິ່ນຂອງຫວຽດນາມ ໄດ້ນຳໃຊ້ຫຼາຍບັນດາມາດຕະການ, ໃນນັ້ນສິ່ງທີ່ໜ້າສົນໃຈທີ່ສຸດແມ່ນຮັບປະກັນການເຄື່ອນໄຫວແຍກຄົນຕິດເຊື້ອພະຍາດອອກຢູ່ຕ່າງຫາກຢ່າງມີປະສິດທິຜົນ, ຍົກອອກບັນດາກໍລະນີຮັບມືຢ່າງຮີບດ່ວນ.

          ຢູ່ແຂວງ ບິ່ງດິ້ງ, ຕາມການຄາດຄະເນແລ້ວ ຈະມີການແຍກຕົວຊາວຫວຽດນາມ 1.260 ຄົນຈາກຈີນ ກັບເມືອປະເທດ ຜ່ານສະໜາມບິນ ຟູ່ກ໊າດ ຫຼື ທ່າກຳປັ່ນ ກຸຍເຍີນ, ແຂວງ ບິ່ງດິ້ງ.

          ຕາມຂໍ້ມູນຂ່າວຈາກຄະນະຊີ້ນຳການປ້ອງກັນ, ຕ້ານເຊື້ອພະຍາດ Covid – 19 ແຂວງ ຮ່າຢາງ ແລ້ວ, ໃນໄລຍະຈະມາເຖິງ, ຈະມີແຮງງານແຂວງຮ່າຢາງ ເກືອບ 1.400 ແຮງງານກັບເມືອປະເທດ. ປະຈຸບັນ, ວຽກງານກະກຽມເຂດແຍກຕົວເພື່ອຮັບເອົາ, ແຍກຕົວ, ຕິດຕາມຜູ້ເຂົ້າເມືອງ, ປິ່ນປົວຄົນເຈັບຕາມບັນດາກໍລະນີຖືກເຊື້ອພະຍາດແຊກຊຶມພວມໄດ້ຮັບການປະຕິບັດຢ່າງຖືກຕ້ອງຕາມການແນະນຳຂອງກະຊວງສາທາລະນະສຸກ ໄດ້ສຳເລັດແລ້ວ.

          ແລະກໍ່ໃນວັນທີ 11 ກຸມພາ, ແຂວງບ່າເຣ້ຍ - ວູງເຕົ່າ, ແຂວງ ຕວຽນກວາງ ກໍ່ໄດ້ຄວບຄຸມບັນດາກໍລະນີມີຄົນມາຈາກເຂດເກີດເຊື້ອພະຍາດເຂົ້າເມືອງ. ພ້ອມທັງຍູ້ແຮງວຽກງານໂຄສະນາ, ຍົກສູງຄວາມຮູ້ໃຫ້ແກ່ປະຊາຊົນກ່ຽວກັບບັນດາມາດຕະການປ້ອງກັນ, ຕ້ານເຊື້ອພະຍາດ…

(ແຫຼ່ງຄັດຈາກ VOV)


top