ຂ່າວສານ

ເຊື້ອພະຍາດ Covid-19: ຫວຽດນາມ ປະຕິບັດການແຍກຕົວ ແລະ ຢັ້ງຢືນເງື່ອນໄຂຄົບຖ້ວນໃນການກັບຄືນສູ່ວົງຄະນະຍາດຕາມຂໍ້ກຳນົດ

      ວັນທີ 17 ກຸມພາ, ທ່ານ ດ່າວດີ່ງເກື່ອງ ຫົວໜ້າສູນຄວບຄຸມພະຍາດແຂວງ ລ້າງເຊີນ ໃຫ້ຮູ້ວ່າ: ພົນລະເມືອງ 120 ຄົນຖືກແຍກຕົວນັບແຕ່ວັນທີ 03 ກຸມພາ ໄດ້ມີເງື່ອນໄຂຄົບຖ້ວນເພື່ອກັບຄືນສູ່ວົງຄະນະຍາດ. 
            ພົນລະເມືອງທັງໝົດເຫຼົ່ານັ້ນ ລ້ວນແຕ່ໄດ້ຮັບການຕີລາຄາວ່າ ມີສຸຂະພາບແຂງແຮງດີ ຈາກບັນດາອົງການເຈົ້າໜ້າທີ່, ອົງການສາທາລະນະສຸກແຂວງ ລ້າງເຊີນ; ປະຕິບັດສຳເລັດການຕິດຕາມກວດກາ, ແຍກຕົວເປັນເວລາ 14 ວັນ. ພະແນກສາທາລະນະສຸກແຂວງ ລ້າງເຊີນ ໄດ້ມອບໃບຢັ້ງຢືນໃຫ້ແກ່ບັນດາພົນລະເມືອງທີ່ສຳເລັດການແຍກຕົວເປັນເວລາ 14 ວັນຕາມຂໍ້ກຳນົດຂອງກະຊວງສາທາລະນະສຸກ.

ຫວຽດນາມ ປະຕິບັດການແຍກຕົວ ແລະ ຢັ້ງຢືນເງື່ອນໄຂຄົບຖ້ວນໃນການກັບຄືນສູ່ວົງຄະນະຍາດຕາມຂໍ້ກຳນົດ (ພາບ: TTXVN)
       ວັນທີ 17 ກຸມພາ, ທ່ານນາງ ເລງອັກເຮິນ, ຫົວໜ້າພະແນກຖະແຫຼງຂ່າວ ແລະ ສື່ສານແຂວງ ກ໋ວາງນິງ ໃຫ້ຮູ້ວ່າ: ພົນລະເມືອງ 6 ຄົນທີ່ຖືກແຍກຕົວເປັນເວລາ 14 ວັນ ລ້ວນແຕ່ມີສຸຂະພາບແຂງແຮງ, ໄດ້ກັບຄືນສູ່ບ່ອນພັກອາໄສແຕ່ວັນທີ 16 ກຸມພາ. ປັດຈຸບັນ, ແຂວງ ກ໋ວາງນິງ ໄດ້ສ້າງຕັ້ງເຂດແຍກຕົວທີ່ມີຂອບຂະໜາດ 300 ຄົນ, ລວມມີ 2 ເຂດຕ່າງຫາກ, ເຂດໜຶ່ງສະຫງວນໃຫ້ແກ່ພົນລະເມືອງກັບຄືນມາຈາກບັນດາເຂດເກີດເຊື້ອພະຍາດ, ເຂດໜຶ່ງອີກແມ່ນສະຫງວນໃຫ້ບັນດາພົນລະເມືອງກັບຄືນມາຈາກເຂດທີ່ຍັງບໍ່ທັນເກີດເຊື້ອພະຍາດ. ບັນດາວັດຖຸອຸປະກອນການແພດໄດ້ຮັບການເພີ່ມເຕີມ, ປັບປຸງ, ຖັນແຖວແພດໝໍໄດ້ຮັບການເພີ່ມທະວີ.
        ແລະກໍ່ໃນວັນດຽວກັນ, ສຸກສາລາຕາແສງ ເຊີນໂລຍ, ເມືອງ ບີ່ງຊວຽນ, ແຂວງ ຫວີງຟຸກ ໄດ້ດຳເນີນພິທີມອບຮັບລົດເອັກສະເລດີຈີຕອນເຄື່ອນທີ່ ໂດຍໂຮງໝໍປອດສູນກາງໜູນຊ່ວຍໃຫ້ແກ່ວຽກງານກວດພະຍາດໃນບໍລິເວນຕາແສງ.
ແລະຕອນເຊົ້າວັນທີ 18 ກຸມພາ, ມີ 4 ຄົນຕິດເຊື້ອພະຍາດ Covid - 19 ໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮມໝໍ.
 (ແຫຼ່ງຄັດຈາກ VOV)


top