ຂ່າວສານ

ເຊື່ອ​ໝັ້ນ​ຢ່າງ​ແນວ​ແນ່ຕໍ່​ເສັ້ນ​ທາງ​ທີ່​ໄດ້​ເລືອກ

ໃນປື້ມຫົວຫນຶ່ງທີ່ມີຊື່ວ່າ: “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມ” ໄດ້ເປີດຕົວໃນວັນທີ 9 ກຸມພາ ຢູ່ ຫວຽດນາມ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ເຕື້ອງເຖິງ, ກຳນົດທິດ ແລະ ເຈາະຈີ້ມຫລາຍບັນຫາໃຫຍ່ ແລະ ໃຫມ່ອ່ຽມກ່ຽວກັບເສັ້ນທາງປະຕິວັດຊື່ງ ພັກ, ປະທານໂຮ່ຈີມິນ ແລະ ປະຊາຊົນ ຫວຽດນາມ ໄດ້ເລືອກເຟັ້ນ.

ໃນປື້ມຫົວຫນຶ່ງທີ່ມີຊື່ວ່າ: “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມ” ໄດ້ເປີດຕົວໃນວັນທີ 9 ກຸມພາ ຢູ່ ຫວຽດນາມ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ເຕື້ອງເຖິງ, ກຳນົດທິດ ແລະ ເຈາະຈີ້ມຫລາຍບັນຫາໃຫຍ່ ແລະ ໃຫມ່ອ່ຽມກ່ຽວກັບເສັ້ນທາງປະຕິວັດຊື່ງ ພັກ, ປະທານໂຮ່ຈີມິນ ແລະ ປະຊາຊົນ ຫວຽດນາມ ໄດ້ເລືອກເຟັ້ນ. ນີ້ແມ່ນປື້ມຫົວຫນຶ່ງທີ່ເຕັມໄປດ້ວຍຫລັກມູນດ້ານວິທະຍາສາດ, ມີຄວາມໝາຍດ້ານທິດສະດີ ແລະ ພຶດຕິກຳຕົວຈິງອັນໃຫຍ່ຫລວງສຳລັບກິດຈະການປ່ຽນແປງໃຫມ່ຂອງປະເທດຊາດ ເວົ້າສະເພາະ, ພາລະກິດປະຕິວັດຫວຽດນາມ ເວົ້າລວມໃນໄລຍະໃຫມ່.

ທ່ານ ຫງວຽນຊວັນທັງ ປະທານສະພາທິດສະດີສູນກາງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ
ກ່າວຄຳເຫັນທີ່ພິທີເປີດຕົວປື້ມຄັດສະເຫນີບົດຂຽນ, ບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ

ໃນບົດຂຽນທຳອິດ ຊື່ງຫົວຂໍ້ແມ່ນໄດ້ນຳໃຊ້ເປັນຊື່ຂອງປື້ມຫົວນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຕັ້ງຫລາຍຄຳຖາມຍາກ ແລະ ໃຫມ່ ຊື່ງເກີດຂຶ້ນຈາກພຶດຕິກຳຕົວຈິງ ຫລັງຈາກນັ້ນ ສຸມໃສ່ແກ້ຕອບຄຳຖາມຢ່າງຈະແຈ້ງ ແລະ logic. ດ້ວຍຂໍ້ອ້າງອີງຈະແຈ້ງ, ເລິກເຊິ່ງ, ເນື້ອໃນບັນດາບົດຂຽນຂອງທ່ານເລຂາທິການໃຫຍ່ ໄດ້ຕອບບາງຄຳຖາມໃຫຍ່ເທື່ອລະກ້າວທີ່ພວມໄດ້ຮັບຄວາມສົນໃຈ ແລະ ພັກກອມມູນິດ ຫວຽດນາມ ກຳລັງຄົ້ນຄ້ວາ, ເຮັດແຈ້ງ ນັບທັງທິດສະດີ ແລະ ພຶດຕິກຳຕົວຈິງຄື: ສັງຄົມນິຍົມແມ່ນຫຍັງ? ເປັນຫຍັງ ຫວຽດນາມ ເລືອກເຟັ້ນເສັ້ນທາງກ້າວຂຶ້ນສັງຄົມນິຍົມ?, ເຮັດແນວໃດ ແລະ ດ້ວຍວິທີໃດເພື່ອກໍ່ສ້າງສັງຄົມນິຍົມຢູ່ ຫວຽດນາມ ເທື່ອລະກ້າວ?..

ໃນນັ້ນ ທ່ານເລຂາທິການໃຫຍ່ ສະຫລຸບຖອດຖອນໄດ້ວ່າ: “ສັງຄົມນິຍົມ ຊື່ງ ປະຊາຊົນ ຫວຽດນາມ ພວມສູ້ຊົນກໍ່ສ້າງ ແມ່ນສັງຄົມທີ່ມີປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ; ໂດຍປະຊາຊົນເປັນເຈົ້າ; ມີພື້ນຖານເສດຖະກິດພັດທະນາສູງ, ອີງໃສ່ກຳລັງການຜະລິດທັນສະໄຫມ ແລະ ການພົວພັນການຜະລິດທີ່ກ້າວຫນ້າ ເໝາະສົມ; ມີພື້ນຖານວັດທະນະທຳກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ; ປະຊາຊົນມີຊີວິດອີ່ມໜຳສຳລານສົມບູນພູນສຸກ, ມີເງື່ອນໄຂພັດທະນາຮອບດ້ານ, ບັນດາຊົນເຜົ່າໃນວົງຄະນາຍາດ ຫວຽດນາມ ມີຄວາມສະເຫມີພາບ, ສາມັກຄີ, ເຄົາລົບ ແລະ ຊ່ວຍເຫລືອກັນ ພ້ອມກັນພັດທະນາ; ມີລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມເປັນຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ໂດຍແມ່ນພັກກອມມູນິດ ຫວຽດນາມ ນຳພາ; ມີການພົວພັນໄມຕິຈິດມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດໃນໂລກ.

ຕອບຄຳຖາມຕໍ່ໄປ, ທ່ານເລຂາທິການໃຫຍ່ ຖືວ່າ: ນີ້ແມ່ນບັນດາບັນຫາທີ່ເປັນພື້ນຖານ, ແຕ່ຮຽກຮ້ອງທິດສະດີຕ້ອງມີການເຄື່ອນໄຫວ “ໄປກ່ອນຕັດຫນ້າ”, ຖອດຖອນບົດຮຽນຢ່າງທັນການ, ສະຫລຸບພຶດຕິກຳຕົວຈິງເພື່ອແກ້ໄຂບັນຫາຢ່າງເຖິງຖອງ, ຖືກຕ້ອງຕາມກົດເກນ. ດ້ວຍວິທີເຂົ້າເຖິງຄືແນວນັ້ນ, ບັນດາບົດຂຽນຂອງທ່ານເລຂາທິການໃຫຍ່ ໄດ້ແກ້ໄຂບັນຫາທິດສະດີໃນບັນດາຂົງເຂດຂອງກິດຈະການປ່ຽນແປງໃຫມ່ຂອງປະເທດຊາດເທື່ອລະກ້າວ. ຜ່ານນັ້ນ ສາມາດວາດພາບຈີນຕະນາການ, ຮັບຮູ້ຫລັກສະນະພິເສດສະເພາະ, ທາດແທ້ເທື່ອລະກ້າວ, ເປັນຕົ້ນແມ່ນຫລັກສະນະດີເລີດຂອງລະບົບສັງຄົມນິຍົມຢູ່ ຫວຽດນາມ  ລະບອບ ເພື່ອການພັດທະນາຢ່າງຮອບດ້ານແທ້ຈິງ ຂອງມະນຸດ, ເພື່ອຄວາມອີ່ມໜຳສຳລານສົມບູນພູນສຸກຂອງປະຊາຊົນ, ເພື່ອຄວາມສັນຕິພາບຂອງມວນມະນຸດ, ພ້ອມກັນກ້າວຫນ້າ, ພັດທະນາ…

ດ້ວຍຄວາມສຳຄັນນັບທັງທິດສະດີ ແລະ ພຶດຕິກຳຕົວຈິງ, ປື້ມຫົວດັ່ງກ່າວໄດ້ຊ່ວຍຜູ້ອ່ານຮັບຮູ້ໄດ້ຢ່າງຈະແຈ້ງກ່ຽວກັບເສັ້ນທາງຊື່ງ ປະຊາຊົນຫວຽດນາມ, ຊາດຫວຽດນາມ ພວມເດີນຕາມ ແມ່ນຖືກຕ້ອງ ເຖິງວ່າ ໃນພາຍພາກຫນ້າຍັງປະສົບກັບຄວາມຫຍຸ້ງຍາກ ສິ່ງທ້າທາຍນາໆປະການກໍຕາມ, ແຕ່ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ ແນ່ນອນວ່າ ຈະບັນລຸຜົນສຳເລັດ.

ບັນດາບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ສົ່ງສານດ້ວຍຄວາມເຊື່ອໝັ້ນຕໍ່ສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ ຕໍ່ຜູ້ອ່ານ ແລະ ປະຊາຊົນ. ເມື່ອໄດ້ອ່ານບົດຂຽນແຕ່ລະບົດ, ຜູ້ອ່ານ ແນ່ນອນວ່າ ຈະຍິ່ງມີຄວາມເຊື້ອໝັ້ນຢ່າງແນວແນ່ຕໍ່ລັກສະນະດີເລີດຂອງລະບອບສັງຄົມນິຍົມຂຶ້ນຕື່ມ ຊື່ງແມ່ນ ສັງຄົມເພື່ອມະນຸດຢ່າງແທ້ຈິງ, ການພັດທະນາເສດຖະກິດຍາມໃດກໍ່ໄປຄຽງຄູ່ກັບຄວາມກ້າວຫນ້າ ແລະ ຍຸຕິທຳສັງຄົມ; ແມ່ນສັງຄົມເຕັມໄປດ້ວຍຄວາມເມດຕາປານີ, ສາມັກຄີກັນ, ອຸ້ມຊູ່ຊ່ວຍເຫລືອເຊິ່ງກັນ ແລະກັນ, ມຸ່ງໄປເຖິງບັນດາຄຸນຄ່າກ້າວຫນ້າ, ວັດທະນະທຳມະນຸດ, ການພັດທະນາແບບຍືນຍົງ, ມີຄວາມກົມກ່ຽວກັບທຳມະຊາດເພື່ອຮັບປະກັນສິ່ງແວດລ້ອມແຫ່ງການດຳລົງຊີວິດທີ່ປອດໄສໃຫ້ແກ່ຄົນລຸ້ນປະຈຸບັນ ແລະ ອະນາຄົດ, ລະບົບການເມືອງແມ່ນມີສິດອຳນາດຢ່າງແທ້ຈິງເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະ ຮັບໃຊ້ປະຊາຊົນ. ບັນດາເນື້ອໃນຊື່ງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເຕື້ອງເຖິງໃນປື້ມຫົວນີ້ ແມ່ນບັນຫາທິດສະດີລວມ, ກໍ່ແມ່ນການສຸມສິ່ງຍອດຍິ່ງທາງດ້ານທິດສະດີປັນຍາຂອງທົ່ວພັກໃນກິດຈະການປ່ຽນແປງໃຫມ່ປະເທດຊາດ, ສະແດງໃຫ້ເຫັນບັນຫາຫລັກ, ບັນຫາທີ່ເປັນພື້ນຖານຂອງການປະຕິວັດຫວຽດນາມ ໃນໄລຍະທາງຕໍ່ໆໄປ.

(ແຫຼ່ງຄັດຈາກ VOV)


top