ການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 21 – 24 ເມສາ ຂອງທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ຄັ້ງນີ້ແມ່ນການສືບຕໍ່ການຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ເມື່ອເດືອນສິງຫາ 2025.
ທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ (ພາບ: TTXVN)
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ, ວັນທີ 21 ເມສາ, ທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ພ້ອມດ້ວຍພັນລະຍາ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 21 – 24 ເມສາ ຂອງທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ຄັ້ງນີ້ແມ່ນການສືບຕໍ່ການຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ເມື່ອເດືອນສິງຫາ 2025.
ເມື່ອແບ່ງປັນກ່ອນເວລາດຳເນີນການຢ້ຽມຢາມ, ທ່ານ Choi Yongsam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ ເຊື່ອໝັ້ນວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Lee Jae Myung ຈະກາຍເປັນຂີດໝາຍພິເສດ ແລະ ມີຄວາມໝາຍສຳຄັນໃນປະຫວັດສາດ 34 ປີ ສາຍພົວພັນທາງການທູດລະຫວ່າງສອງປະເທດ (1992 – 2026) ແລະ ແມ່ນຈຸດເລີ່ມຕົ້ນໃຫ້ແກ່ບາດກ້າວກະໂດດຂັ້ນຍຸດທະສາດ ແນໃສ່ຍົກລະດັບສາຍພົວພັນສອງຝ່າຍຂຶ້ນສູ່ລະດັບສູງກວ່າ. ສ.ເກົາຫຼີ ປາດຖະໜາຢາກກາຍເປັນຄູ່ຮ່ວມມືຮ່ວມເດີນທາງໃນວິວັດທະນາການຫັນເປັນດີຈີຕອນ ແລະ ເຕີບໂຕສີຂຽວຂອງ ຫວຽດນາມ ຢ່າງໝັ້ນແກ່ນທີ່ສຸດ.
ໃນຂະນະນັ້ນ, ສຈ. Choe Won Gi, ຜູ້ອຳນວຍການສູນຄົ້ນຄວ້າ ອາຊຽນ - ອິນເດຍ ຂຶ້ນກັບສະຖາບັນການຕ່າງປະເທດ ສ.ເກົາຫຼີ (KNDA), ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືແກ່ນສານໃນນະໂຍບາຍການຕ່າງປະເທດຂອງ ສ.ເກົາຫຼີ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ດ້ວຍລັກສະນະການຮ່ວມມືຍຸດທະສາດຮອບດ້ານ, ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມຂອງທ່ານປະທານາທິບໍດີ Lee Jae Myung ຈະເປີດອອກໄລຍະພັດທະນາໃໝ່ດ້ວຍບັນດາກຳນົດທິດຍຸດທະສາດຍາວນານໃນສາຍພົວພັນສອງປະເທດ.