ຂ່າວສານ

ເຊື່ອມ​ຕໍ່, ໃຫ້​ຄຳ​ປຶກ​ສາ​​ວຽກ​ເຮັດ​ງານ​ທຳ ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ຊາວ​ໜຸ່ມ​ຜ່ານ​ໂປ​ແກຼມ ດີ​ຈີ​ຕອນ

ສູນກາງຄະນະຊາວໜຸ່ມໄດ້ກຳນົດວ່າ i-HR ແມ່ນເຄື່ອງມື ຂອງ ຄະນະຊາວໜຸ່ມ ກ່ຽວກັບການນຳໃຊ້ເຕັກໂນໂລຢີດີຈີຕອນ ໃນການປຶກສາ, ແນະນຳວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ, ໃນນັ້ນມີ ນາຍທະຫານທີ່ປະຕິບັດສຳເລັດພັນທະການທະຫານແລ້ວ, ພິເສດແມ່ນມີການປະກອບສ່ວນແກ້ໄຂບັນຫາວຽກເຮັດງານທຳຫຼັງໂລກລະບາດໂຄວິດ - 19.
ພິທີລົງນາມຂໍ້ຕົກລົງການຮ່ວມມື ລະຫວ່າງສອງຝ່າຍ

ນັບແຕ່ວັນທີ 30 ຕຸລາ, ໂຄງການ “ສົມທົບກັນຜັນຂະຫຍາຍໂປແກຼມດີຈີຕອນ i-HR ໃນການປຶກສາແນະນຳວຽກເຮັດງານທຳໃຫ້ຊາວໜຸ່ມ ເຍົາວະຊົນ” ໄລຍະ 2021 – 2026 ລະຫວ່າງສູນກາງຄະນະຊາວໜຸ່ມ ພັກກອມມູນິດ ໂຮ່ຈີມິນ ແລະ ບໍລິສັດຫຸ້ນສ່ວນສະໜອງບຸກຄະລາກອນທີ່ມີຄຸນນະພາບສູງ CLC ຈະໄດ້ຮັບການຜັນຂະຫຍາຍຢ່າງກ້ວາງຂວາງໃນທົ່ວໂລກ ຜ່ານລະບົບຂອງບັນດາຄະນະຊາວໜຸ່ມແຂວງ ແລະ ນະຄອນ.

ສູນກາງຄະນະຊາວໜຸ່ມໄດ້ກຳນົດວ່າ i-HR ແມ່ນເຄື່ອງມື ຂອງ ຄະນະຊາວໜຸ່ມ ກ່ຽວກັບການນຳໃຊ້ເຕັກໂນໂລຢີດີຈີຕອນ ໃນການປຶກສາ, ແນະນຳວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ, ໃນນັ້ນມີ ນາຍທະຫານທີ່ປະຕິບັດສຳເລັດພັນທະການທະຫານແລ້ວ, ພິເສດແມ່ນມີການປະກອບສ່ວນແກ້ໄຂບັນຫາວຽກເຮັດງານທຳຫຼັງໂລກລະບາດໂຄວິດ - 19.

ຕາມແຜນການແລ້ວ, ນັບແຕ່ທ້າຍເດືອນຕຸລາ 2021, ໂປແກຼມ i-HR ຈະໄດ້ຮັບການຜັນຂະຫຍາຍໃນຂອບຂະໜາດທົ່ວປະເທດ ຜ່ານລະບົບບັນດາຄະນະຊາວໜຸ່ມ ແຂວງ ແລະ ນະຄອນ, ຜັນຂະຫຍາຍຢ່າງຄົບຊຸດລົງຮອດຂັ້ນເມືອງ, ຕາແສງ ແລະ ບັນດາໜ່ວຍງານ, ສູ້ຊົນໝົດເດືອນ ທັນວາ ປີ 2021 ຈະບັນລຸໄດ້ເປົ້າໝາຍ ມີຜູ້ອອກແຮງງານ 500.000 ຄົນ, ວິສາຫະກິດ 10.000 ແຫ່ງ ແລະ ໂຮງຮຽນອາຊີວະສຶກສາ 1000 ແຫ່ງທີ່ນຳໃຊ້ໂປແກຼມດັ່ງກ່າວ.

(ແຫຼ່ງຄັດຈາກ VOV)


top