ຂ່າວສານ

ເຊື່ອມຕໍ່ສູນ Crypto Valley ຂອງ ສະວິດ ກັບລະບົບນິເວດນະວັດຕະກຳຂອງ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ສອງຝ່າຍສົມທົບກັນເພື່ອໃຫ້ ສັນຍາມີຜົນບັງຄັບໃຊ້ໂດຍໄວ; ສົ່ງເສີມວິສາຫະກິດ, ກອງທຶນລົງທຶນຂອງ ສະວິດ ເປີດກວ້າງການລົງທຶນເຂົ້າ ຫວຽດນາມ
ທ່ານເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບສົນທະນາກັບທ່ານ Guy Parmelin, ປະທານາທິບໍດີ ສະວິດ. (ພາບ: VNA)

ຕອນບ່າຍວັນທີ 17 ຕຸລາ, ທີ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານເລ​ມິງ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ພົບປະກັບສົນ​ທະ​ນາ​ກັບທ່ານ Guy Parmelin, ປະທານາທິບໍດີ ສະວິດ, ໃນຂອບເຂດທ່ານປະທານາທິບໍດີ ສະວິດ ແລະ ພັນລະຍາ ​ມາ​ຢ້ຽ​ມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ.

ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ສອງຝ່າຍສົມ​ທົບ​ກັນ​ເພື່ອ​ໃຫ້ ສັນຍາມີຜົນບັງຄັບໃຊ້ໂດຍໄວ; ສົ່ງ​ເສີມວິສາຫະກິດ, ກອງທຶນລົງທຶນຂອງ ສະວິດ ເປີດກວ້າງການລົງທຶນເຂົ້າ ຫວຽດນາມ ໃນບັນ​ດາຂົງເຂດ: ການເງິນ - ທະນາຄານ, ອຸດ​ສາ​ຫະ​ກຳ​ຜະ​ລິດ, ເຕັກໂນໂລຊີຊີວະພາບ. ທ່ານນາຍົກ​ລັດ​ຖະ​ມົນ​ຕີກໍ່​ສະ​ເໜີ​ໃຫ້ ສະ​ວິດ ແບ່ງປັນບົດ​ຮຽນ, ໜູນ​ຊ່ວຍ​ພັດ​ທະ​ນາສູນກາງການເງິນສາກົນຢູ່ ຫວຽດນາມ, ຊຸກຍູ້ການເຊື່ອມຕໍ່ກັບບັນ​ດາສູນການເງິນໃຫຍ່​ໃນໂລກ.

ສ່ວນທ່ານປະທານາທິບໍດີ Guy Parmelin ໃຫ້​ຮູ້​ວ່າ ຄະນະຜູ້ແທນທີ່ມາຢ້ຽມຢາມ ຫວຽດນາມ ໃນ​ຄັ້ງ​ນີ້ລວມມີ​ວິ​ສາ​ຫະ​ກິດ ແລະ ນັກວິທະຍາສາດ ສະວິດ ເປັນຈຳ​ນວນຫຼາຍ, ເຊິ່ງສະແດງໃຫ້ເຫັນຄວາມສົນໃຈ ແລະ ຄວາມຄາດຫວັງອັນຍິ່ງໃຫຍ່ຕໍ່​ຄວາມ​ສາ​ມາດ​ບົ່ມ​ຊອນການຮ່ວມມືລະຫວ່າງສອງປະເທດ. ທ່ານປະທານາທິບໍດີໄດ້ສະເໜີເຊື່ອມຕໍ່ສູນ Crypto Valley ຂອງ ສະວິດ ກັບລະບົບນິເວດນະວັດຕະກຳຂອງ ຫວຽດນາມ, ຊຸກ​ຍູ້ການຮ່ວມມືໃນດ້ານ blockchain, ປັນຍາປະດິດ (AI), ເຕັກໂນໂລຊີ quantum.


top