ຂ່າວສານ

ເຊື່ອມຕໍ່ວິສາຫະກິດ ກວາງນາມ - ໄທ

ໃນບໍລິເວນແຂວງ ກວາງນາມ, ປະຈຸບັນມີ 40 ໂຄງການລົງທຶນຂອງ ໄທ, ດ້ວຍເງິນຈົດທະບຽນທັງໝົດກວ່າ 43,4 ລ້ານ USD.
  ທີ່ເວທີປາໄສເຊື່ອມຕໍ່ວິສາຫະກິດ ກວາງນາມ - ໄທ (ພາບ: congthuong.vn)  

ເລື່ອງຊຸກຍູ້ການຮ່ວມມືທາງດ້ານເສດຖະກິດລະຫວ່າງແຂວງ ກວາງນາມ ກັບວິສາຫະກິດ ໄທ ຈະປະກອບສ່ວນເພີ່ມທະວີການຮ່ວມສຳພັນແລກປ່ຽນສິນຄ້າຢູ່ລຽບຕາມແລວເສດຖະກິດທິດຕາເວັນອອກ - ຕາເວັນຕົກ, ຊຸກຍູ້ວິວັດທະນາການເຊື່ອມຕໍ່ ແລະ ສ້າງປະຊາຄົມ ອາຊຽນ. ນີ້ແມ່ນເນື້ອໃນເຊິ່ງໄດ້ຍົກອອກມາທີ່ເວທີປາໄສເຊື່ອມຕໍ່ວິສາຫະກິດ ກວາງນາມ - ໄທ ເຊິ່ງດຳເນີນໃນຕອນບ່າຍວັນທີ 05 ກໍລະກົດ, ທີ່ນະຄອນ ໂຮ້ຍອານ ໂດຍຄະນະກຳມະການປະຊາຊົນແຂວງ ກວາງນາມ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ໄທຈັດຂຶ້ນ.

ປະຈຸບັນ, ໄທ ພວມແມ່ນຄູ່ຮ່ວມມືເສດຖະກິດໃຫຍ່ຂອງ ຫວຽດນາມ, ແມ່ນນັກລົງທຶນຕ່າງປະເທດຢືນອັນດັບທີ 9 ຢູ່ ຫວຽດນາມ ດ້ວຍກວ່າ 600 ໂຄງການ ລວມມູມຄ່າກວ່າ 13 ຕື້ USD. ໃນບໍລິເວນແຂວງ ກວາງນາມ, ປະຈຸບັນມີ 40 ໂຄງການລົງທຶນຂອງ ໄທ, ດ້ວຍເງິນຈົດທະບຽນທັງໝົດກວ່າ 43,4 ລ້ານ USD.


top