ຂ່າວສານ

ເຊື່ອມຕໍ່ບາງຖ້ຽວບິນການຄ້າສາກົນຄືນໃໝ່ ນັບແຕ່ວັນທີ 15 ກັນຍາ ເປັນຕົ້ນໄປ

      ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ໄດ້ຕົກລົງເຫັນດີຕໍ່ແບບວິທີເຊື່ອມຈອດບັນດາຖ້ຽວບິນການຄ້າສາກົນຄືນໃໝ່, ໂດຍມີການຂົນສົ່ງຜູ້ໂດຍສານລະຫວ່າງ ຫວຽດນາມ ກັບບາງປະເທດຄູ່ຮ່ວມມື.
 
ສະໜາມບິນເຕິນເຊີນເຍິດ (ພາບປະກອບ: TTXNV)
      ຕາມນັ້ນແລ້ວ, ນັບແຕ່ວັນທີີ 15 ກັນຍາ 2020, ບັນດາຖ້ຽວບິນລະຫວ່າງ: ຫວຽດນາມ - ກວາງໂຈ (ຈີນ), ຫວຽດນາມ - ໂຕກຽວ (ຍີ່ປຸ່ນ), ຫວຽດນາມ - ໄທເປ (ຈີນ) ໄດ້ເຊື່ອມຕໍ່ຄືນໃໝ່. ນັບແຕ່ວັນທີ 22 ກັນຍາ 2020 ເປັນຕົ້ນໄປ, ຈະເຊື່ອມຕໍ່ບັນດາຖ້ຽວບິນລະຫວ່າງ: ຫວຽດນາມ - ພະນົມເປັນ (ກໍາປູເຈຍ), ຫວຽດນາມ - ວຽງຈັນ (ລາວ) ດ້ວຍຈໍານວນຖ້ຽວບິນ ບໍ່ເກີນ 2 ຖ້ຽວ ຕໍ່ ອາທິດ ສໍາລັບແຕ່ລະຝ່າຍ ແລະ ແຕ່ລະຄູ່ຮ່ວມມື (ຈໍານວນຖ້ຽວບິນກໍຈະໄດ້ເພີ່ມຂຶ້ນ ຕາມຄວາມເໝາະສົມຂອງສະພາບການຕົວຈິງ).
        ເພື່ອຮັບປະກັນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ ເມື່ອປະຕິບັດການເຊື່ອມຕໍ່ບັນດາຖ້ຽວບິນການຄ້າຄືນໃໝ່ນັ້ນ, ທ່ານນາງ ຫງວຽນແທງເຟືອງ, ຮອງຜູ້ອໍານວຍການກົມທ່າກໍ່າປັ່ນ ພາກເໜືອ ຖືວ່າ ວຽກງານຕ້ອນຮັບຜູ້ໂດຍສານເມື່ອລົງຈອດຢູ່ສະໜາມບິນນັ້ນ, ຕ້ອງປະຕິບັດຂັ້ນຕອນກັນພະຍາດກວດສຸຂະພາບ, ຈັດແບ່ງຜູ້ໂດຍສານໃຫ້ລະອຽດ ເພື່ອເອກະພາບກັນປະຕິບັດ. ໄປຄຽງຄູ່ກັນນັ້ນ, ບັນດາອົງການທີ່ກ່ຽວຂ້ອງຕ້ອງປຶກສາຫາລື, ເຮັດແຈ້ງບັນດາເງື່ອນໄຂໄດ້ຮັບອະນຸຍາດໃຫ້ເຂົ້າເມືອງຫວຽດນາມ ສໍາລັບແຕ່ລະເປົ້າໝາຍຂອງຜູ້ໂດຍສານ ແລ້ວແຈ້ງໃຫ້ບັນດາປະເທດກ່ຽວຂ້ອງໄດ້ຮັບຊາບຢ່າງທົ່ວເຖິງ. ສໍາລັບຄ່າບໍລິການໄປ - ມາ, ຄ່າພັກເຊົາຢູ່ໂຮງແຮມ ກໍຈະໄດ້ແຈ້ງໃຫ້ຜູ້ໂດຍສານຮູ້ລ່ວງໜ້າ ກ່ອນທີ່ຈະຊື່ປີ້ຍົນ. ພິເສດແມ່ນຄ່າບໍລິການສາທາລະນະສຸກ, ບ່ອນພັກເຊົາຢູ່ໂຮງແຮມຕ້ອງມີຄວາມໂປ່ງໃສ.
(ແຫຼ່ງຄັດຈາກ VOV)


top