ນີ້ແມ່ນການເຄື່ອນໄຫວທີ່ນອນຢູ່ໃນກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ສະຫະລັດອາເມຣິກາ (1995-2025).
ລາຍການສະແດງສິລະປະ ຢູ່ ການພົບປະແລກປ່ຽນມິດຕະພາບຫວຽດນາມ-ສະຫະລັດອາເມຣິກາ (ພາບ: hanoimoi.vn)
ໃນວັນທີ 23 ພະຈິກ ຢູ່ ນະຄອນຫຼວງຮ່າໂນ້ຍ, ສະຫະພັນອົງການຈັດຕັ້ງມິດຕະພາບຫວຽດນາມ, ຄະນະຜູ້ແທນການທູດສະຫະລັດອາເມຣິກາ ປະຈຳ ຫວຽດນາມ ແລະ ຄະນະກຳມະການປະຊາຊົນ ນະຄອນຫຼວງຮ່າໂນ້ຍ ສົມທົບກັນຈັດຕັ້ງລາຍການ “ພົບປະແລກປ່ຽນມິດຕະພາບຫວຽດນາມ-ສະຫະລັດອາເມຣິກາ’’. ນີ້ແມ່ນການເຄື່ອນໄຫວທີ່ນອນຢູ່ໃນກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ສະຫະລັດອາເມຣິກາ (1995-2025). ລາຍການພົບປະແລກປຽນມິດຕະພາບ ຫວຽດນາມ-ສະຫະລັດອາເມຣິກາ ຢູ່ ນະຄອນຫຼວງຮ່າໂນ້ຍ ລ່ວມມີຫຼາຍກິດຈະກຳຄື: ພົບປະແລກສະແດງສີລະປະ, ກິລາ, ຫຼີ້ນເກມພື້ນເມືອງຂອງສອງປະເທດ; ບັນດາຮ້ານວາງສະແດງ ເຄື່ອງວັດຖະນະທຳ, ອາຫານຫວຽດນາມ, ອາຫານອາເມຣິກາ ແລະ ບັນດາຜົນສຳເລັດໃນສາຍພົວພັນການຕ່າງປະເທດ ຫວຽດນາມ-ສະຫະລັດອາເມຣິກາ; ນຳສະເໜີກ່ຽວກັບນະຄອນຫຼວງຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ແລະ ສະມາຄົມຫວຽດນາມ - ອາເມຣິກາ, ຄະນະຜູ້ແທນການທູດສະຫະລັດອາເມລິກາ ປະຈຳ ຫວຽດນາມ, ກິດຈະກໍາຂອງບັນດາການຈັດຕັ້ງທີ່ບໍ່ຂື້ນກັບລັດຖະບານ, ລັດວິສາຫະກິດ ຫວຽດນາມ-ສະຫະລັດອາເມລິກາ...ບັນດາກິດຈະກຳປະກອບສ່ວນເຊີດຊູພື້ນຖານວັດຖະນະທຳຫຼາກຫຼາຍສີສັນ ແລະ ສາຍພົວພັນລະຫວ່າງປະຊາຊົນ ຫວຽດນາມ-ສະຫະລັດອາເມລິກາ.