ຂ່າວສານ

ເຊຍຣາເລອອນ ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບ ແລະ ຮ່ວມມືອັນດີງາມກັບ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, 2 ຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອສາມາດຍົກສູງປະສິດທິຜົນການຮ່ວມມືກວ່າອີກ.

  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານປະທານາທິບໍດີ

ປະເທດ ສ.ເຊຍຣາເລອອນ Julius Maada Bio (ພາບ: VGP)  

 ຕອນບ່າຍວັນທີ 15 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ດຳເນີນການພົບປະເຈລະຈາກັບທ່ານປະທານາທິບໍດີປະເທດ ສ.ເຊຍຣາເລອອນ Julius Maada Bio.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, 2 ຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອສາມາດຍົກສູງປະສິດທິຜົນການຮ່ວມມືກວ່າອີກ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ 2 ຝ່າຍຄວນເພີ່ມທະວີການພົວພັນແລກປ່ຽນ, ພົບປະ, ຍູ້ແຮງການເຄື່ອນໄຫວໂຄສະນາກ່ຽວກັບຕະຫຼາດຂອງແຕ່ລະປະເທດ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຊອກຫາກາລະໂອກາດຮ່ວມມືດຳເນີນທຸລະກິດ ແລະ ການລົງທຶນ. ທ່ານນາຍົກລັດຖະມົນຕີຢືນຢັນວ່າ ຫວຽດນາມ ພ້ອມແລ້ວຈະຮ່ວມມືກັບ ເຊຍຣາເລອອນ ຍູ້ແຮງການຮ່ວມມືໃນຂົງເຂດກະສິກຳ, ເລືອກເອົາບາງວຽກງານຈຸດສຸມ, ພິເສດແມ່ນການປູກຝັງ ແລະ ປຸງແຕ່ງເຂົ້າສານ.

ສ່ວນທ່ານປະທານາທິບໍດີ Julius Maada Bio ເນັ້ນໜັກວ່າ, ເຊຍຣາເລອອນ  ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຢ່າງດີງາມກັບ ຫວຽດນາມ; ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືໃນບັນດາຂົງເຂດເຊິ່ງ ຫວຽດນາມ ມີທ່າແຮງຄື: ການຄ້າ, ການລົງທຶນ, ໂທລະຄົມມະນາຄົມ, ການສຶກສາ ແລະ ບຳລຸງສ້າງ.

ທີ່ການພົບປະເຈລະຈາ, ການນຳ 2 ກໍ່ແບ່ງປັນກ່ຽວກັບບົດຮຽນໃນການສ້າງສາ ແລະ ພັດທະນາປະເທດຊາດ, ປະຕິບັດການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ແລະ ການພັດທະນາເສດຖະກິດ ຢ່າງມີປະສິດທິຜົນ; ແລກປ່ຽນກ່ຽວກັບການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໜູນຊ່ວຍກັນເພີ່ມທະວີການຮ່ວມມືກັບບັນດາອົງການຈັດຕັ້ງພາກພື້ນຢູ່ ອາຟະລິກາໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ສະພາບການຢູ່ ອາຟະລິກາ ແລະ ທະເລຕາເວັນອອກ.

  ພິທີລົງນາມໃນຂໍ້ຕົກລົງຮ່ວມມື (ພາບ: TTXVN)  

 ໃນເຫດການທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 16 ມີນາ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີຫົວໜ້າຫ້ອງວ່າການປະທານາທິບໍດີ ສ.ເຊຍຣາເລອອນ Jacob Jusu Saffa ແລະ ທ່ານປະທານສະພາບບໍລິການ FPT ເຈືອງຢາບິ່ງ ກໍ່ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືຊຸກຍູ້ການຫັນເປັນດີຈີຕອນແຫ່ງຊາດ ແລະ ບຳລຸງສ້າງຊັບພະຍາກອນດີຈີຕອນໃຫ້ແກ່ ເຊຍຣາເລອອນ. ນີ້ແມ່ນຄັ້ງທຳອິດທີ່ FPT ໄດ້ລົງນາມຂໍ້ຕົກລົງຮ່ວມມືຊຸກຍູ້ການຫັນເປັນດີຈີຕອນແຫ່ງຊາດໃຫ້ຕ່າງປະເທດ.



top