ເຈົ້າໜ້າທີ່ຂັ້ນສູງ ອາເມລິກາ ແລະ ຈີນ ຈະພົບປະກັນໃນທ້າຍອາທິດນີ້ຢູ່ ສະວິດ ເພື່ອເລີ່ມຕົ້ນການເຈລະຈາດ້ານການຄ້າລະຫວ່າງສອງປະເທດ.
ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Scott Bessent (ເບື້ອງຊ້າຍມື) ແລະ ທ່ານຮອງນາຍົກລັດຖະມົນຕີ ຮາຫຼີເຟີງ (ພາບ:AFP)
ຜູ້ຕາງໜ້າໃຫ້ຝ່າຍ ອາເມລິກາ ແມ່ນທ່ານລັດຖະມົນຕີກະຊວງການເງິນ Scott Besent ແລະ ຜູ້ຕາງໜ້າດ້ານການຄ້າຂອງ ອາເມລິກາ ທ່ານ Jamieson Greer ໃນຂະນະນັ້ນ, ຜູ້ຕາງໜ້າໃຫ້ແກ່ຝ່າຍ ຈີນ ແມ່ນທ່ານຮອງນາຍົກລັດຖະມົນຕີ ຮາຫຼີເຟິງ. ກ່າວຄຳເຫັນກ່ຽວກັບການພົບປະທີ່ຈະມາເຖິງ, ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Scott Besent ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຈະພົບປະກັນພາຍໃນ 2 ວັນ, ຄືໃນວັນເສົາ ແລະ ວັນອາທິດ. ສອງຝ່າຍມີທັດສະນະອັນດຽວກັນວ່າ ສະພາບການປັດຈຸບັນແມ່ນບໍ່ໝັ້ນຄົງ. ອັດຕາພາສີ 145% ແລະ 125% ຄ້າຍຄືກັນກັບຄຳສັ່ງຂວ້ຳບາດ. ພວກຂ້າພະເຈົ້າບໍ່ຢາກແບ່ງແຍກ, ພຽງແຕ່ຢາກການຄ້າມີຄວາມຍຸຕິທຳ”.
ນີ້ແມ່ນຄັ້ງທຳອິດທີ່ເຈົ້າໜ້າທີ່ຂັ້ນສູງ ອາເມລິກາ ແລະ ຈີນ ພົບປະກັນເພື່ອປຶກສາຫາລື ກ່ຽວກັບຄວາມເຄັ່ງຕຶງດ້ານການຄ້າ ທີ່ໄດ້ປິ່ນຂັ້ນໄດຢ່າງວ່ອງໄວ ນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ຮັບດຳລົງຕຳແໜ່ງເມື່ອເດືອນມັງກອນ.