ຂ່າວສານ

ເຈົ້າໜ້າທີ່ຂັ້ນສູງອາເມລິກາ: ການເຄື່ອນໄຫວສືບລາຊະການລັບຂອງສະຖານກົງສູນຈີນ ຢູ່ Houston ໄດ້ເກີນລະດັບອະນຸຍາດ

      ບັນດາການເຄື່ອນໄຫວເປັນນັກສືບຢູ່ທີ່ນີ້ແມ່ນກ່ຽວຂ້ອງເຖິງເລື່ອງຈີນ ແລ່ນຕາມການຄົ້ນຄວ້າ ວັກຊິນຕ້ານໂລກລະບາດໂຄວິດ-19  ເພື່ອແນໃສ່ຢາກນຳໜ້າຕະຫຼາດໂລກກ່ຽວກັບຂົງເຂດດັ່ງກ່າວ.

ສະຖານກົງສູນຈີນ ປະຈຳ Houston
(ພາບ: AP)
      ວັນທີ 24 ກໍລະກົດ, ບັນດາເຈົ້າໜ້າທີ່ຂັ້ນສູງອາເມລິກາ ຖືວ່າ, ສະຖານກົງສູນຈີນ ປະຈຳ Houston ແມ່ນໜຶ່ງໃນບັນດາສູນສືບລາຊະການລັບຊົ່ວຮ້າຍທີ່ສຸດຂອງຈີນ ຢູ່ອາເມລິກາ ແລະ ການເຄື່ອນໄຫວຂອງອົງການນີ້ໄດ້ເກີນລະດັບອະນຸຍາດ. ອາເມລິກາ ໄດ້ອອກຄຳສັ່ງປິດປະຕູສະຖານກົງສູນດັ່ງກ່າວ ດ້ວຍຄຳກ່າວຫາທີ່ວ່າ ໄດ້ເຂົ້າຮ່ວມການເຄື່ອນໄຫວເປັນນັກສືບການຄ້າ ແລະ ການປ້ອງກັນຊາດ. ໃນແຈ້ງການທີ່ຍົກອອກມາຕໍ່ກັບນັກຂ່າວໃນວັນທີ 24 ກໍລະກົດ, ເຈົ້າໜ້າທີ່ຂັ້ນສູງກະຊວງປ້ອງກັນປະເທດອາເມລິກາ ທ່ານໜຶ່ງໃຫ້ຮູ້ວ່າ, ບັນດາການເຄື່ອນໄຫວເປັນນັກສືບຢູ່ທີ່ນີ້ແມ່ນກ່ຽວຂ້ອງເຖິງເລື່ອງຈີນ ແລ່ນຕາມການຄົ້ນຄວ້າວັກຊິນຕ້ານໂລກລະບາດໂຄວິດ-19 ເພື່ອແນໃສ່ຢາກນຳໜ້າຕະຫຼາດໂລກກ່ຽວກັບຂົງເຂດດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)




top