ຂ່າວສານ

ເຈົ້າໜ້າທີ່ ສ.ເກົາຫຼີ, ຍີ່ປຸ່ນ ຢັ້ງຢືນ ສປປ.ເກົາຫຼີ ຍິງລູກສອນໄຟ

      ສືບຕໍ່ອັບເດັດຂໍ້ມູນຂ່າວສານກ່ຽວກັບກໍລະນີ ສປປ.ເກົາຫຼີ ຍິງວັດຖຸຊະນິດໜຶ່ງໃນຕອນເຊົ້າວັນທີ 25 ກໍລະກົດ, ສຳນັກຂ່າວສານ Yonhap ໄດ້ຄັດສະເໜີແຫຼ່ງຂ່າວຈາກສະພາຫົວໜ້າເສນາທິການທະຫານປະສົມ ສ.ເກົາຫຼີ (JCS) ໂດຍຢັ້ງຢືນວ່າ ບັນດາວັດຖຸທີ່ຍິງນັ້ນ ເບິ່ງຄືວ່າແມ່ນລູກສອນໄຟໄລຍະສັ້ນ.
            ໃນຂະນະນັ້ນ, ເມື່ອແລກປ່ຽນກັບສຳນັກຂ່າວສານ ຝຣັ່ງ AFP, ເຈົ້າໜ້າທີ່ JCS ທ່ານໜຶ່ງກໍ່ຢືນຢັນວ່າ ນີ້ແມ່ນບັນດາລູກສອນໄຟ ແລະ ປັດຈຸບັນ ວົງການເຈົ້າໜ້າທີ່ ເຊີອູນ ແລະ ອາເມລິກາ ພວມປະຕິບັດການວິໄຈລວມກ່ຽວກັບອາວຸດ. ເຈົ້າໜ້າທີ່ທ່ານນີ້ເວົ້າວ່າ “ພວກຂ້າພະເຈົ້າຢັ້ງຢືນວ່າ ນັ້ນແມ່ນບັນດາລູກສອນໄຟ. ລູກໜຶ່ງບິນໄປໄກໄດ້ 430 ກິໂລແມັດ ແລະ ລູກທີ່ຍັງເຫຼືອໄດ້ຮັບການຄິດໄລ່ຈະບິນໄປໄກກ່ວາອີກໜ້ອຍໜຶ່ງ”.
ພາບປະກອບ / AFP/ TTXVN
      ໃນປະລິກິລະຍາໜຶ່ງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ຢັ້ງຢືນວ່າ ສປປ.ເກົາຫຼີ ໄດ້ຍິງ “ບັນດາວັດຖຸເຫຼົ່ານັ້ນ” ໃນຕອນເຊົ້າວັນທີ 25 ກໍລະກົດ ແລະ ໄດ້ຕົກຢູ່ນອກເຂດນ່ານທະເລ ຍີ່ປຸ່ນ, ພ້ອມທັງ ເອີ້ນນີ້ວ່າແມ່ນການກະທຳທີ່ “ເປັນໜ້າເສຍດາຍທີ່ສຸດ”.
 (ແຫຼ່ງຄັດຈາກ VOV)


top