ພາບຊີວິດ

ເຈົາແທ່ງຕວ່ານ: ໃຊ້ເວລາ 22 ປີ ເປັນອາສາສະໝັກ

ຊາຍໜຸ່ມ ເຈົາແທ່ງຕວ່ານ ມີຮູບຮ່າງລັກສະນະລຽບງ່າຍ, ອ່ອນ ໂຍນ ແລະ ມີຄວາມສະໜິດຕິດພັນກັບວຽກງານ ອາສາສະໝັກ ໃນຊ່ວງໄວໜຸ່ມ ຂອງຕົນ, ບໍ່ວ່າ ຈະເປັນກາງເວັນ ຫຼື ກາງຄືນ ແລະ ຄວາມຫຍຸ້ງຍາກ, ຢູ່ໃສມີຄົນຕ້ອງການຄວາມຊ່ວຍເຫຼືອ ແມ່ນ ເພິ່ນອອກໄປຫາຢ່າງທັນທີ. 
ຢູ່ຮ້ານ ກາເຟ ນ້ອຍແຫ່ງໜຶ່ງທີ່ນະຄອນ ໂຮ່ຈີມິນ, ພວກຂ້າພະ ເຈົ້າ ໄດ້ມີໂອກາດນັ່ງລົມກັບທ່ານ ເຈົາແທ່ງຕວ່ານ, ເປັນລັດຖະກອນສາທາລະນະສຸກ, ອາຍຸ 37 ປີ, ແຕ່ໃຊ້ເວລາ 22 ປີ ເຮັດວຽກໃນຂົງເຂດອາສາສະໝັກ. 

ເມື່ອອາຍຸ 15 ປີ, ຕອນຍັງເປັນນັກຮຽນ, ທ່ານ ແທ່ງຕວ່ານ ໄດ້ ມີສະຕິ ຕໍ່ເລື່ອງເລັກນ້ອຍ ແຕ່ສາມາດຊ່ວຍເຫຼືອຜູ້ອື່ນໄດ້. ເພິ່ນ ເລີ່ມຕົ້ນເຂົ້າຮ່ວມໃນການເກັບຂີ້ເຫຍື້ອ, ເກັບກວດເປົ່າ ຢູ່ອ້ອມ ຮອບບໍລິເວນ ຄຸ້ມຖະໜົນ ແລະ ເອົາເງິນຈຳນວນ ທີ່ໄດ້ຮັບ ຈາກວຽກງານດັ່ງກ່າວ ໄປມອບໃຫ້ບັນດານັກຮຽນ ມີສະພາບ ການເປັນຢູ່ພົບຄວາມຫຍຸ້ງຍາກ. ເພິ່ນຍັງໄປຄູດສີ ຕາມທ້ອງ ຖະໜົນ, ອາສາສະໝັກເຂົ້າຮ່ວມໃນການຮັກສາ ຄວາມເປັນ ລະບຽບຮຽບຮ້ອຍ ດ້ານຄົມມະນາຄົມ ຢູ່ບ່ອນທີ່ມີລົດຫຼາຍ.


ທ່ານ ເຈົາແທ່ງຕວ່ານ ເປັນລັດຖະກອນສາທາລະນະສຸກ ເຮັດວຽກຢູ່ສຸກສາລາບ້ານ ດາກາວ, ເຂດ 1, ນະຄອນ ໂຮ່ຈີມິນ. 


ຫຼຽນກາທີ່ລະນຶກຂອງບັນດາຂະບວນການອາສາສະໝັກ ໄດ້ທ່ານ ເຈົາແທ່ງຕວ່ານ ຮັກສາຢ່າງລະມັດລະວັງ.


ທ່ານ ເຈົາແທ່ງຕວ່ານ ຢ້ຽມຢາມຄົນພິການ ທີ່ສູນກາງ ປິ່ນ ປົວ ແລະ ຟື້ນຟູສຸຂະພາບ ການເຄື່ອນເໜັງ ເຂດ 3, ນະ ຄອນ ໂຮ່ຈີມິນ. 



ເພິ່ນເປັນຜູ້ນຳຄວາມມ່ວນຊື່ນ ມາຊ່ວຍເຫຼືອ ຄົນພິການເພີ່ມພະລັງໃນຊີວິດ. 


ທ່ານ ເຈົາແທ່ງຕວ່ານ ບຸກລະດົມກຳລັງໃຈ ຄົນເຈັບຖືກ ໄຟໄໝ້ ພວມຢູ່ໃນໄລຍະຟື້ນຟູ ທີ່ສູນກາງຟື້ນຟູສຸຂະພາບ
ການເຄື່ອນເໜັງ ເຂດ 3, ນະຄອນ ໂຮ່ຈີມິນ.



ທ່ານ ເຈົາແທ່ງຕວ່ານ ເປັນພິທີກອນ ໃນລາຍການມອບຂອງຂວັນ ແລະ ລົດຖີບໃຫ້ແກ່ບັນດານັກຮຽນ ທ່ີມີສະພາບ
ການເປັນຢູ່ພົບຄວາມຫຍຸ້ງຍາກ ທີ່ແຂວງ ໄຕນິງ.



ທ່ານ ເຈົາແທ່ງຕວ່ານ ພ້ອມກັບບັນດາອາສາສະໝັກ ໃນການແຂ່ງຂັນລອຍນຳ້ ຄົນພິການທົ່ວປະເທດ ປິ 2019.


ທ່ານ ເຈົາແທ່ງຕວ່ານ ພ້ອມກັບບັນດານ້ອງນ້ອຍເຜົ່າ ຂະແມ ທີ່ເທດສະບານ ຫວິງເຈົາ, ແຂວງ ຊອກຈັງ.


ທ່ານ ເຈົາແທ່ງຕວ່ານ ໃນຂະບວນການອາສາສະໝັກ ຢູ່ ໄຕນິງ.

ໃນຊຸມປີທີ່ຮຽນຢູ່ມັດທະຍົມຕອນປາຍ, ທ່ານ ແທ່ງຕວ່ານ ຍັງ ເຮັດວຽກ ເປັນອາສາສະໝັກ. ດ້ວຍຄວາມມຸ່ງຫວັງ ຢາກຊ່ວຍ ເຫຼືອ ບັນດາເດັກກຳພ້າ, ຜູ້ທີ່ບໍ່ມີເງື່ອນໄຂມາໂຮງຮຽນ ໄດ້ຮຽນ ໜັງສື, ເພິ່ນໄດ້ມີການປະສານສົມທົບ ກັບບັນດາ ອ້າຍ ເອື້ອຍ ທ່ີເປັນອາສາສະໝັກ ແລ້ວເປີດຫ້ອງຮຽນ ເພື່ອສອນໜັງສືໃຫ້ ແກ່ເດັກກຳພ້າ. 

ເດືອນ ມີນາ ຜ່ານມາ, ສູນກາງສະມາຄົມ ສະຖິຕິ ຫວຽດນາມ-ອົງການຈັດຕັ້ງ ສະຖິຕິ ຫວຽດນາມ ໄດ້ມອບໃບຢັ້ງຢືນ ຜູ້ສ້າງ ສະຖິຕິ ອາສາສະໝັກ ຫວຽດນາມ ໃຫ້ແກ່ທ່ານ ເຈົາແທ່ງ ຕວ່ານ ເພື່ອເຊີດຊູ ຜົນງານການປະກອບສ່ວນ ແລະ ວຽກເຮັດ ທີ່ມີຄວາມໝາຍຂອງເພິ່ນ. ເນື່ອງໃນໂອກາດດັ່ງກ່າວ, ທ່ານ ຕວ່ານ ໄດ້ນໍາສະເໜີປຶ້ມ “ເຈົາແທ່ງຕວ່ານ-ສ້າງຄວາມ ສະ ຫງົບສຸກໃຫ້ແກ່ຊີວິດ ” ທີ່ເປັນສານ ແລະ ສ້າງແຮງບັນດານ ໃຈໃຫ້ແກ່ຄົນໜຸ່ມສາວ. 
ເວລາເປັນນັກສຶກສາຂອງຂະແໜງສັດຕະວະແພດຢູ່ ມະຫາວິ ທະຍາໄລ ກະສິກຳ ແລະ ປ່າໄມ້, ນະຄອນ ໂຮ່ຈີມິນ, ທ່ານ ຕວ່ານ ເປັນຫົວໜ້າກຸ່ມນັກສຶກສາຫຼາຍກຸ່ມ ທີ່ມາຈາກ ບັນດາ ມະຫາວິທະຍາໄລ ໃນຂະບວນການ ລະດູຮ້ອນສີຂຽວ, ລະດູ ບານໃໝ່ ແຫ່ງການອາສາສະໝັກ... ຕົວຢ່າງກຸ່ມ SV07 ສັງ ກັດກັບສະພາກາແດງ ໄຕນິງ, ກຸ່ມມີສະມາຊິກ 20-30 ຄົນ ເປັນນັກສຶກສາທີ່ຫ້າວຫັນ ຂອງບັນດາມະຫາວິທະຍາໄລ.

ທ່ານ ຕວ່ານ ໃຫ້ຮູ້ວ່າ: “ຂ້າພະເຈົ້າບໍ່ຄິດວ່າ ການຊ່ວຍເຫຼືອຜູ້ ອື່ນເປັນບັນຫາທີ່ຍິ່ງໃຫຍ່. ເວລາສະມາຊິກເກົ່າຢູ່ໃນກຸ່ມອາສາ ສະໝັກຮຽນຈົບ, ຈະມີສະມາຊິກໃໝ່ ມາເຂົ້າຮ່ວມ ແລະ ສືບຕໍ່ ເຄື່ອນໄຫວ ເພື່ອອາສາສະໜັກ. 

ດ້ວຍຄວາມກະຕືລືລົ້ນ ຂອງໄວໜຸ່ມ ແລະ ນຳ້ໃຈ “ໃຫ້ໄປ ໂດຍ ບໍ່ຫວັງ ຜົນຕອບແທນ”, ທ່ານ ຕວ່ານ ເວົ້າວ່າ ຕົນເອງເປັນຜູ້ ທ່ີ ມັກຮ້ອງເພງ, ເຖິງວ່າ ຮ້ອງເພງບໍ່ມ່ວນ ແລະ ບໍ່ຖືກຈັງຫວະ, ແຕ່ເວລາໄດ້ຮ້ອງເພງ ນຳຜູ້ທີ່ມີສະພາບການເປັນຢູ່ທີ່ ຫຍຸ້ງ ຍາກ, ເພິ່ນເຫັນວ່າ ຊີວິດມີຄວາມໝາຍ ແລະ ອົບອຸ່ນຂຶ້ນ. 
 
ປະຕິບັດ: ຫງວຽນລວນ

top