ຂ່າວສານ

ເງື່ອນໄຂຕ່າງໆເຊິ່ງແຂກທ່ອງທ່ຽວຕ້ອງມີເມື່ອມາທ່ຽວຢູ່ ຫວຽດນາມໃນໄລຍະຈະມາເຖິງ

ເພື່ອກະກຽມໃຫ້ແກ່ການເປີດປະຕູການທ່ອງທ່ຽວໃນວັນທີ 15 ມີນາຈະມາເຖິງນີ້, ທາງກົມໃຫຍ່ການທ່ອງທ່ຽວຫວຽດນາມ ໄດ້ສ້າງມາດຕະການ, ຂັ້ນຕອນຕ້ອນຮັບແຂກທ່ອງທ່ຽວໃນເງື່ອນໄຂປົກກະຕິໃໝ່ ເພື່ອຮັບປະກັນຄວາມປອດໄພ, ມີວິທະຍາສາດ ແລະມີປະສິດທິຜົນ.
  ແຂກທ່ອງທ່ຽວມາຫວຽດນາມ ຕາມໂຄງການທົດລອງ ປາດສປໍວັກຊິນ (ພາບ: vietnamplus.vn)  

 ໃນອາທິດຜ່ານມາລາຍການພາກພາສາ ລາວພະແນກກະຈາຍສຽງພາກພາສາຕ່າງປະເທດວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບອີແມວຈົດໝາຍ 386 ສະບັບ ໂດຍຜູ້ຟັງຢູ່ 40 ປະເທດ ແລະ ເຂດແຄ້ວນຝາກມາລາຍການ ຄືແອັດສະປາຍອັງກິດຍີ່ປຸ່ນກຳປູເຈຍໄທ ແລະ ລາວໃນນັ້ນລາຍການພາກພາສາ ລາວໄດ້ຮັບຈົດໝາຍ 16 ສະບັບຈາກທ່ານຜູ້ຟັງລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.

ທ່ານ ໄຊສົມພອນ ຢູ່ ແຂວງຫຼວງພະບາງ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນຄືດັ່ງນີ້: ອາທິດຜ່ານມາ, ເມື່ອຕິດຕາມຂ່າວໃນເວັບໄຊ vovworld.vn ລາຍການພາກພາສາລາວ, ຂ້າພະເຈົ້າໄດ້ຮູ້ວ່າ ຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ ຫວຽດນາມ ນັບມື້ນັບເພີ່ມຂຶ້ນສູງ, ແຕ່ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍການຊີ້ນຳນຳພາຢ່າງສະຫຼາດສ່ອງໄສຂອງພັກ ແລະ ລັດ, ຫວຽດນາມ ຈະຜ່ານຜ່າໄປໄດ້ ແລະ ກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິໃໝ່ໂດຍໄວ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ອ້າຍເອື້ອຍນ້ອງບັນນາທິການ ລາຍການພາກພາສາລາວ ຈົ່ງມີສຸຂະພາບເຂັ້ມແຂງ ເພື່ອຕ້ານໂລກລະບາດໂຄວິດ - 19 ກໍ່ຄືສ້າງລາຍການມ່ວນໆກ່ວານີ້ຕື່ມອີກ ເພື່ອຮັບໃຊ້ທ່ານຜູ້ຟັງ.

ເພື່ອນໄຊສົມພອນທີ່ຮັກແພງ! ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈ ຕໍ່ຄຳອວຍພອນ ແລະ ການແບ່ງປັນຂອງຕົນ ທີ່ໄດ້ສົ່ງມາຍັງລາຍການ, ໄລຍະຜ່ານມາ ເຖິງວ່າ ຈຳນວນຜູ້ຕິດເຊື້ອໂຄວິດ - 19 ເພີ່ມຂຶ້ນສູງກໍ່ຕາມ ແຕ່ດ້ວຍມາດຕະການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນຫວຽດນາມ ໝົດທຸກຄົນ ເຮັດໃຫ້ຈຳນວນຜູ້ຕິດເຊື້ອທີ່ມີອາການໜັກຫຼຸດລົງຫຼາຍທີ່ສຸດ. ໃນໄລຍະຈະມາເຖິງ, ຫວຽດນາມ ສືບຕໍ່ມຸ່ງໄປເຖິງເປົ້າໝາຍສັກວັກຊິນໃຫ້ແກ່ນັກຮຽນທີ່ຢູ່ໃນເກນອາຍຸແຕ່ 13 – 18 ປີກໍ່ຄືເດັກນ້ອຍມີອາຍຸຕ່ຳກ່ວາ 13 ປີ ໃຫ້ຄົບຖ້ວນ.

ທ່ານ ໜູເພັດ ໄດ້ສົ່ງອີແມວ ມາຍັງລາຍການດ້ວຍເນື້ອໃນຄືດັ່ງນີ້ຂ້າພະເຈົ້າໄດ້ຮູ້ມາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສົ່ງອອກ ກາເຟຢູ່ແຖວໜ້າ ໂລກຂ້າພະເຈົ້າຢາກຮູ້ກ່ຽວກັບລາຍລະອຽດການສົ່ງອອກກາເຟຂອງ ຫວຽດນາມ ນອນຢູ່ອັນດັບເທົ່າໃດໃນໂລກ ແລະ ຫວຽດນາມ ໄດ້ສົ່ງອອກໄປຍັງປະເທດໃດແດ່ ກໍ່ຄືສະພາບການສົ່ງອອກກາເຟຂອງ ຫວຽດນາມ ໃນປີຜ່ານມາ?

ເພື່ອນໜູເພັດທີ່ຮັກແພງ! ກາເຟແມ່ນຜະລິດຕະພັນກະເສດສົ່ງອອກຫຼັກຂອງ ຫວຽດນາມ, ແຕ່ລະປີໄດ້ນຳເງິນມາໃຫ້ຫວຽດນາມ ກວ່າ 1 ຕື້ USD. ໃນໂລກ, ຫວຽດນາມ ຢືນຢູ່ອັນດັບທີ 2 ກ່ຽວກັບການສົ່ງອອກກາເຟ (ຖັດຈາກ ບຣາຊິນ, ສ່ວນກາເຟ Robusta ຫວຽດນາມຢືນອັນດັບທີ 1 ກ່ຽວກັບການສົ່ງອອກ. ໃນໄລຍະຜ່ານມາ, ຂະແໜງກາເຟ ຫວຽດນາມ ມີສັນຍານທີ່ດີຫຼາຍຢ່າງ, ເປັນຕົ້ນແມ່ນພາຍຫຼັງສັນຍາການຄ້າເສລີ (EVFTA) ໄດ້ຮັບການໃຫ້ສັດຕະຍາບັນນັ້ນ ປະລິມານການສົ່ງອອກກາເຟໄດ້ເພີ່ມຂຶ້ນສູງ. ປັດຈຸບັນ, ກາເຟ ຫວຽດນາມ ພວມມີການພັດທະນາຢ່າງແຮງ ແລະ ມີອິດທິພົນໃດໜຶ່ງຕໍ່ຕະຫຼາດກາເຟໂລກ.

ຕາມກົມໃຫຍ່ພາສີອາກອນ ແລ້ວ, ປີ 2021 ການສົ່ງອອກກາເຟປຸງແຕ່ງບັນລຸມູນຄ່າ 569,46 ລ້ານ USD, ເພີ່ມຂຶ້ນ 2,9%ເມື່ອທຽບໃສ່ປີ 2020. ປັດຈຸບັນ ຫວຽດນາມ ໄດ້ສົ່ງອອກກາເຟປຸງແຕ່ງໄປຫຼາຍກ່ວາ 100 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ. ໃນນັ້ນ, ບັນດາຕະຫຼາດຫຼັກແຫຼ່ງຂອງກາເຟປຸງແຕ່ງ ແມ່ນ ອາຊຽນ, ເອີລົບ, ຈີນ ແລະ ອາເມລິກາ.

ເພື່ອນໜູເພັດທີ່ຮັກແພງ! ທີ່ກ່າວມານັ້ນແມ່ນຄຳຕອບກ່ຽວກັບຂົງເຂດການຜະລິດແລະສົ່ງອອກກາເຟຂອງ ຫວຽດນາມ ຫວັງວ່າຈະເຮັດໃຫ້ເພື່ອນພໍໃຈ.

ເພື່ອນດາລາວັນ ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ Facebook ດ້ວຍເນື້ອໃນຄືດັ່ງນີ້ຂ້າພະເຈົ້າໄດ້ຮູ້ມາວ່າ ເດືອນມີນານີ້ ຫວຽດນາມ ຈະເປີດປະຕູການທ່ອງທ່ຽວໃຫ້ແກ່ແຂກທ່ອງທ່ຽວສາກົນລັດຖະບານຫວຽດນາມ ມີມາດຕະການກະກຽມຫຍັງແດ່ໃຫ້ແກ່ການເປີດປະຕູການທ່ອງທ່ຽວນີ້ພິເສດແມ່ນແຂກທ່ອງທ່ຽວສາກົນຂໍຂອບໃຈ!

ເພື່ອນດາລາວັນ ທີ່ຮັກແພງ! ເພື່ອກະກຽມໃຫ້ແກ່ການເປີດປະຕູການທ່ອງທ່ຽວໃນວັນທີ 15 ມີນາຈະມາເຖິງນີ້, ທາງກົມໃຫຍ່ການທ່ອງທ່ຽວຫວຽດນາມ ໄດ້ສ້າງມາດຕະການ, ຂັ້ນຕອນຕ້ອນຮັບແຂກທ່ອງທ່ຽວໃນເງື່ອນໄຂປົກກະຕິໃໝ່ ເພື່ອຮັບປະກັນຄວາມປອດໄພ, ມີວິທະຍາສາດ ແລະມີປະສິດທິຜົນ.

ການອອກວິຊາແມ່ນໜຶ່ງໃນບັນດາປັດໄຈສຳຄັນເພື່ອດຶງດູດແຂກທ່ອງທ່ຽວ, ສ້າງເງື່ອນໄຂສະດວກໃຫ້ແກ່ການເດີນທາງໄປມາສາກົນ ໃນໄລຍະກ່ອນການເກີດໂລກລະບາດ. ປັດຈຸບັນ, ຫວຽດນາມ ໄດ້ຮັບຮອງເອົາ “ປາດສປອດວັກຊິນ”, ໜັງສືຢັ້ງຢືນການສັກວັກຊິນ ຂອງ 79 ປະເທດ ແລະ ເຂດແຄ້ວນ. ພ້ອມທັງໄດ້ກະກຽມເງື່ອນໄຂກ່ຽວກັບຄວາມສາມາດໃນການຮັບໃຊ້, ພື້ນຖານດ້ານວັດຖຸ, ແຫຼ່ງຊັບພະຍາກອນມະນຸດໃນຂະແໜງການທ່ອງທ່ຽວ.

ຍົກສູງຄຸນນະພາບຜະລິດຕະພັນການທ່ອງທ່ຽວ ແລະ ກຳລັງຄວາມສາມາດໃນການແກ້ງແຍ້ງຂອງສະຖານທີ່ທ່ອງທ່ຽວ. ແລກປ່ຽນ, ເຊື່ອມຕໍ່ລະຫວ່າງບັນດາຕະຫຼາດຈຸດສຸມ ໃນວຽກງານສື່ມວນຊົນ, ສົ່ງເສີມການໂຄສະນາການທ່ອງທ່ຽວ…

ສຳລັບແຂກທ່ອງທ່ຽວເຂົ້າເມືອງຜ່ານທາງການບິນ ຕ້ອງມີໃບຢັ້ງຢືນການສັກວັກຊິນກັນໂຄວິດ - 19 ຫຼືໃບຢັ້ງຢືນປິ່ນປົວພະຍາດໂຄວິດ-19, ໄດ້ເລືອກເອົາການວິໄຈຫາເຊື້ອດ້ວຍວິທີ RT-PCR ໃນຮອບເວລາ 72 ຊົ່ວໂມງ ຫຼືມີຜົນກວດເຊື້ອໄວ 24 ຊົ່ວໂມງກ່ອນທີ່ບິນມາຍັງ ຫວຽດນາມ. ເມື່ອເຮືອບິນລົງຈອດຢູ່ສະໜາມບິນ, ແຂກທ່ອງທ່ຽວຕ້ອງໄປຍັງສະຖານທີ່ພັກ ທີ່ໄດ້ຈົດທະບຽນໄວ້ ແລະ ປະຕິບັດການວິໄຈຫາເຊື້ອຢູ່ສະຖານທີ່ດັ່ງກ່າວ. ພາຍຫຼັງມີຜົນກວດເປັນລົບ, ແຂກທ່ອງທ່ຽວສາກົນ ຈະໄດ້ເຂົ້າຮ່ວມການເຄື່ອນໄຫວທ່ອງທ່ຽວ ແລະ ປະຕິບັດຕາມຂໍ້ກຳນົດຂອງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຄືກັນກັບເງື່ອນໄຂຂອງແຂກທ່ອງທ່ຽວພາຍໃນປະເທດ

ແຂກທ່ອງທ່ຽວຕ້ອງມີປະກັນສຸຂະພາບ ຫຼືມີປະກັນໄພທ່ອງທ່ຽວກ່ຽວກັບພະຍາດ ໂຄວິດ - 19 ດ້ວຍຄ່າໃຊ້ຈ່າຍຢ່າງໜ້ອຍສຸດແມ່ນ 10.000 USD. ໄລ່ສະເລ່ຍແຂກທ່ອງທ່ຽວຕ້ອງໃຊ້ຈ່າຍແມ່ນ 1,5 – 2 USD ຕໍ່ວັນ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວວິທະຍຸກະຈາຍສຽງຫວຽດນາມເຮືອນເລກທີ 45 ຖະໜົນ ບ່າຈ້ຽວຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.438.256.631 ຫຼື ອີແມວ laovov5@gmail.comທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.



top