ຂ່າວສານ

ເງະອານຈັດຕັ້ງການສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຂຶ້ນຢ່າງສົມກຽດ

ເນື່ອງໃນໂອກາດນີ້, ຕອນເຊົ້າວັນທີ 17 ພຶດສະພາ, ນະຄອນໂຮ່ຈີມິນ ກໍ່ໄດ້ຈັດຕັ້ງພິທີ ປຸກລະດົມ “ວັນບຸນປູກຕົ້ນໄມ້ຮູ້ບຸນຄຸນຂອງລຸງໂຮ່ຕະຫຼອດການ”. ປີນິີ້, ນະຄອນໂຮ່ຈີມິນ ໄດ້ຕັ້ງເປົ້າໝາຍປູກຕົ້ນໄມ້ໃຫ້ໄດ້ 1 ລ້ານຕົ້ນ ເພື່ອເພີ່ມອັດຕາສ່ວນປົກຄຸມໃຫ້ແກ່ນະຄອນ.

ພິທີສະເຫຼີມ ສະຫຼອງ130ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2020) (ພາບ: TTXVN) 

ຕອນເຊົ້າວັນທີ 17 ພຶດສະພາ, ຢູ່ນະຄອນວິງ, ແຂວງເງະອານ ໄດ້ຈັດຕັ້ງພິທີສະເຫຼີມ ສະຫຼອງ130ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2020). ເຂົ້າຮ່ວມພິທີ ມີທ່ານຫງວຽນຊິງຮຸ່ງ ອະດີດປະທານສະພາແຫ່ງຊາດ, ທ່ານຟານດິ່ງຈາກ ຫົວໜ້າຄະນະການເມືອງພາຍໃນສູນກາງ, ການນຳບັນດາກະຊວງ, ຂະແໜງການສູນກາງ, ບັນດາສະຫາຍ, ພະນັກງານປະຕິວັດຜູ້ອາວຸໂສ, ແມ່ຫວຽດນາມ ວິລະຊົນ ພ້ອມກັບພໍ່ແມ່ປະຊາຊົນທ້ອງຖິ່ນເປັນຈຳນວນຫຼາຍ.

ເມື່ອອ່ານບົດກ່າວປາໄສທີ່ພິທີ, ທ່ານທ໊າຍແທງກຸ໊ຍ ເລຂາພັກແຂວງເງະອານ ໄດ້ຊີ້ແຈ້ງວ່າ: ເງະອານມີຄວາມເອກອ້າງທະນົງໃຈ ແມ່ນເປັນບ້ານເກີດເມືອງນອນຂອງປະ ທານໂຮ່ຈີມິນ, ມີມູນເຊື້ອປະຕິວັດຕິດ ພັນກັບທຸກໆໄຊຊະນະຂອງທົ່ວປະເທດໃນພາລະກິດ ຕໍ່ສູ້, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ ຈາກປະທານໂຮ່ຈີມິນ. ໃນໄລຍະທີ່ຜ່ານມາ, ແຂວງເງະອານ ສືບຕໍ່ປຸກລຸກເຈດຈຳນົງບືນຕົວຂຶ້ນຂອງທົ່ວລະບົບ ການເມືອງ ແລະ ປະຊາຊົນ, ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງໃຫ້ດີທີ່ສຸດ, ຕັ້ງໜ້າເປັນເຈົ້າການໃນການເຊື່ອມໂຍງ ແລະ ຮ່ວມມື.

 (ແຫຼ່ງຄັດຈາກ VOV)


top