ຂ່າວສານ

ເຄົາລົບ ແລະ ປົກປ້ອງສິດທິມະນຸດແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ

ມາຮອດປະຈຸບັນ, ຫວຽດນາມ ໄດ້ໃຫ້ສັດຕະຍາບັນ 7/9 ສົນທິສັນຍາສາກົນພື້ນຖານກ່ຽວກັບສິດທິມະນຸດ.
  ທ່ານຮອງນາຍົກລັດຖະມົນຕີ ເຈີນລຶວກວາງ ຕ້ອນຮັບທ່ານປະທານອານຸກຳມະການສິດທິມະນຸດລັດຖະສະພາ ເອີລົບ Udo Bllmann (ພາບ: VGP)  

ເຄົາລົບ ແລະ ປົກປ້ອງສິດທິມະນຸດແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ; ຫວຽດນາມ ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອສ້າງລະບົບກົດໝາຍວ່າດ້ວຍສິດທິມະນຸດໃຫ້ສົມບູນແບບ, ການພັດທະນາເສດຖະກິດ ຕ້ອງໄປຄຽງຄູ່ກັບການຮັບປະກັນຄວາມຍຸຕິທຳ, ຮັບປະກັນຊີວິດສັງຄົມ, ຍົກສູງຊິວິດການເປັນຢູ່ຂອງປະຊາຊົນ, ເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.

ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ໂດຍແມ່ນປະເທດມີລາຍຮັບປານກາງຕ່ຳ, ແຕ່ ຫວຽດນາມ ນອນໃນບັນດາປະເທດມີດັດຊະນີພັດທະນາມະນຸດສູງ, ສ້າງພື້ນຖານຢ່າງໝັ້ນແກ່ນເພື່ອປົວແປງຊີວິດການເປັນຢູ່ຂອງປະຊາຊົນ, ພ້ອມທັງສ່ອງແສງການພັດທະນາຂອງສັງຄົມ ແລະ ຮັບປະກັນສິດທິມະນຸດຢູ່ ຫວຽດນາມ. ມາຮອດປະຈຸບັນ, ຫວຽດນາມ ໄດ້ໃຫ້ສັດຕະຍາບັນ 7/9 ສົນທິສັນຍາສາກົນພື້ນຖານກ່ຽວກັບສິດທິມະນຸດ. ດ້ວຍບົດບາດເປັນສະມາຊິກຂອງສະພາສິດທິມະນຸດສະຫະປະຊາຊາດອາຍຸການ 2023 – 2025, ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງແຮງຕໍ່ລັດທິຫຼາຍຝ່າຍ, ກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ; ປາດຖະໜາຢາກຕັ້ງໜ້າປະກອບສ່ວນ, ມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນກວ່າເຂົ້າໃນຄວາມມານະພະຍາຍາມລວມ ເພື່ອຊຸກຍູ້ ແລະ ປົກປ້ອງສິດທິມະນຸດ.

ປະທານອະນຸກຳມະການສິດທິມະນຸດຂອງລັດຖະສະພາ ເອີລົບ ໄດ້ຕີລາຄາສູງບັນດາຜົນງານໃນການພັດທະນາຂອງ ຫວຽດນາມ ກໍຄືບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ບັນດາອົງການຈັດຕັ້ງ, ເວທີປາໄສຫຼາຍຝ່າຍ; ປາດຖະໜາຢາກສືບຕໍ່ຮ່ວມມືກັບ ຫວຽດນາມ ໃນຂົງເຂດສິດທິມະນຸດຢ່າງແໜ້ນແຟ້ນຫຼາຍກວ່າເກົ່າ.

 


top