ຂ່າວສານ

ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ - ຍົກສູງທີ່ຕັ້ງບົດບາດ

ປີ 2020 ຄຸນຄ່າເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ເພີ່ມ 29%, ຫຍັບຂຶ້ນ 9 ຂັ້ນ ຢືນອັນດັບ 33 ໃນ TOP 100 ເຄື່ອງໝາຍການຄ້າແຫ່ງຊາດທີ່ມີຄຸນຄ່າກວ່າໝູ່ໃນໂລກ ແລະ ຍັງຄົງຮັກສາອັນດັບນີ້ໃນປີ 2021 ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ 19. ປີ 2021 ຄຸນຄ່າເຄື່ອງໝາຍແຫ່ງຊາດ ຫວຽດນາມ ສືບຕໍ່ເພີ່ມຂຶ້ນ 21,6% ເມື່ອທຽບໃສ່ປີ 2020, ຈາກ 319 ຕື້ USD ຂຶ້ນເຖິງ 388 ຕື້ USD. ສິ່ງນີ້ສືບຕໍ່ຢັ້ງຢືນທີ່ຕັ້ງບົດບາດ ແລະ ປະສິດທິຜົນຂອງຍຸດທະສາດກໍ່ສ້າງ ແລະ ພັດທະນາໂຄງການເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ຈາກບັນດານັກຄຸ້ມຄອງຕະຫລອດຮອດ ປະຊາຄົມວິສາຫະກິດ.
  ທ່ານ ເທີນດຶກຫວຽດ ຜູ້ອຳນວຍການໃຫຍ່ ບໍລິສັດຕັດຫຍິບ 10. ພາບ:baodautu.vn  

 ຍຸດທະສາດກໍ່ສ້າງ ແລະ ພັດທະນາໂຄງການເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ໄດ້ຍົກທີ່ຕັ້ງບົດບາດຂອງເຄື່ອງໝາຍການຄ້າ ຫວຽດນາມ ໃນເວທີສາກົນ. ບັນດາວິສາຫະກິດ ສ້າງໄດ້ເຄື່ອງໝາຍການຄ້າແຫ່ງຊາດ ພວມປັບປຸງບັນດາຄຸນຄ່າທີ່ມີຄຸນນະພາບປ່ຽນແປງໃຫມ່, ປະດິດຄິດສ້າງ ແລະ ກຳລັງຄວາມສາມາດນຳຫນ້າຂອງຕົນ ກໍ່ຄື ແຜ່ກະຈາຍຄຸນຄ່າ, ເພີ່ມກຳລັງຫນູນໃຫ້ບັນດາເຄື່ອງໝາຍການຄ້າ ຫວຽດນາມ ອອກໄປສູ່ຕ່າງປະເທດ.

ພາຍຫລັງ 18 ປີແຫ່ງການຜັນຂະຫຍາຍ, ໂຄງການເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ໄດ້ປຸກລຸກຄວາມມານະພະຍາຍາມຂອງປະຊາຄົມວິສາຫະກິດ ໃນກິດຈະການກໍ່ສ້າງເຄື່ອງໝາຍການຄ້າວິສາຫະກິດ ເວົ້າສະເພາະ ແລະ ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ເວົ້າລວມ. ປີ 2022, ໃນຂະນະທີ່ໂລກລະບາດໂຄວິດ 19 ຍັງຜັນແປສັບສົນ, ມີ 124 ວິສາຫະກິດບັນລຸມາດຖານເຄື່ອງໝາຍການຄ້າແຫ່ງຊາດ ຍັງຄົງສືບຕໍ່ຢັ້ງຢືນທີ່ຕັ້ງບົດບາດຂອງຕົນຄື: ບໍລິສັດ ຕັດຫຍິບ ເລກ 10, ບໍລິສັດ ເຕີນກ໋າງໄຊງ່ອນ, ບໍລິສັດຫຸ້ນສ່ວນທ່ອງທ່ຽວ ເລີມດົ່ງ, Hapro, Habeco…,

ທ່ານ ເທີນດຶກຫວຽດ, ຜູ້ອຳນວຍການໃຫຍ່ ບໍລິສັດຕັດຫຍິບ ເລກ 10 ໃຫ້ຮູ້ວ່າ:

ເພື່ອສ້າງເປັນເຄື່ອງໝາຍການຄ້າ ບໍລິສັດຕັດຫຍິບ ເລກ 10, ປັດໄຈທຳອິດແມ່ນຄຸນນະພາບຜະລິດຕະພັນທີສອງແມ່ນຮູບແບບຄວາມນິຍົມຂອງລູກຄ້າເຄື່ອງໝາຍການຄ້າບໍລິສັດຕັດຫຍິບເລກ 10 ຂອງພວກຂ້າພະເຈົ້າ ອັບເດດຕາມການອອກແບບຂອງເອີລົບເຕັກໂນໂລຊີ ແລະ ຄຸນນະພາບຜະລິດຕະພັນຂອງຍີ່ປຸ່ນການໃຊ້ງ່າຍສະດວກແບບຂອງ ອາເມລິກາ ແຕ່ລາຄາສິນຄ້າແມ່ນຂອງ ຫວຽດນາມ

ໃນຫລາຍປີຕໍ່ເນື່ອງ ບໍລິສັດຫຸ່ນສ່ວນການຢາ ດາຫນັງ - Danapha ມີ 2 ຜະລິດຕະພັນບັນລຸເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ນັ້ນແມ່ນ Botidana ແລະ Cholestin ພັດທະນາຈາກສະໝູນໄພ. ຄຸນນະພາບ - ການປ່ຽນແປງໃຫມ່ປະດິດຄິດສ້າງ - ກຳລັງຄວາມສາມາດນຳຫນ້າ ນັ້ນແມ່ນ ພື້ນຖານສ້າງຜົນສຳເລັດ ແລະ ອິດທິພົນຊື່ສຽງໃຫ້ແກ່ເຄື່ອງໝາຍການຢາຂອງ ຫວຽດນາມ.

ບໍລິສັດ ໄດ້ລົງທຶນເຂົ້າເຂດປູກວັດຖຸດິບ ຕາມມາດຕະຖານທີ່ໄດ້ກຳນົດກ່ຽວກັບການປະຕິບັດການຜະລິດກະສິກຳທີ່ດີໃຫ້ແກ່ບັນດາຜະລິດຕະພັນກະສິກຳ, ສິນໃນນ້ຳ ຢູ່ ຫວຽດນາມ (VietGap), ຄຸ້ມຄອງຄຸນນະພາບສະໝູນໄພນັບແຕ່ເວລາປູກ. ດ້ວຍເລື່ອງສຸມໃສ່ລົງທຶນເຂົ້າເຕັກໂນໂລຊີ ແລະ ພື້ນຖານໂຄງລ່າງ, ພາຍຫລັງຫລາຍປີ ປະຈຸບັນ Danapha ໄດ້ມີໂຮງງານຜະລິດ ຢາສະໝູນໄພບັນລຸມາດຖານປະຕິບັດການຜະລິດຢາເປັນຢ່າງດີ ໂດຍອົງການສາທາລະນະສຸກ ໂລກ (GMP- WHO) ກໍ່ສ້າງ ຢູ່ເຂດອຸດສາຫະກຳ ຮວ່າແຄງ - ດາຫນັງ.

  ທ່ານ ຮ່ວາງມິງຈຽນ ຮອງຫົວຫນ້າກົມສົ່ງເສີມການຄ້າ(ກະຊວງອຸດສາຫະກຳ ການຄ້າຫວຽດນາມ) .ພາບ: TTXVN  

 ທ່ານ ເລທັງບີ່ງຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນກາຢາ Danapha ໃຫ້ຮູ້ວ່າ:

ບໍລິສັດໄດ້ຜະລິດອອກຮ້ອຍໆຜະລິດຕະພັນທີ່ມີຕົ້ນກຳເນີດຈາກຕົ້ນສະໝູນໄພຢາພື້ນເມືອງອັນລ້ຳຄ່າຂອງຄົນລຸ້ນກ່ອນປະໄວ້ບໍ່ພຽງແຕ່ ມີສອງຜະລິດຕະພັນດັ່ງກ່າວໄດ້ຮັບການຮັບຮອງຈາກລັດຖະບານແມ່ນເຄື່ອງໝາຍການຄ້າແຫ່ງຊາດເທົ່ານັ້ນ ຫາກຍັງມີຫລາຍຜະລິດຕະພັນອື່ນໆອີກ

ວິສາຫະກິດ ຫວຽດນາມ ເຂົ້າໃຈໄດ້ບົດບາດສຳຄັນຂອງເຄື່ອງໝາຍ ນັ້ນແມ່ນກຸນແຈຊ່ວຍເພີ່ມມູນຄ່າຜະລິດຕະພັນ ກໍ່ຄືຄຸນຄ່າວິສາຫະກິດ, ປະກອບສ່ວນຍົກສູງກຳລັງຄວາມສາມາດແກ້ງແຍ່ງ ແລະ ຢັ້ງຢືນທີ່ຕັ້ງບົດບາດຢູ່ຕະຫລາດພາຍໃນ ແລະ ຕ່າງປະເທດ. ທ່ານ ຮ່ວາງມີງຈຽນ, ຮອງຫົວຫນ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:    

ອົງການຄຸ້ມຄອງບັນດາຜູ້ຊ່ຽວຊານອົງການຈັດຕັ້ງ ແລະ ວິສາຫະກິດ ກ່ຽວຂ້ອງເຖິງການພັດທະນາເຄື່ອງໝາຍ ແລະ ການນຳເຂົ້າສົ່ງອອກ ໄດ້ສຸມໃສ່ເຂົ້າໃນບັນດາບັນຫາໂດຍມີວິສາຫະກິດ ຫວຽດນາມ ຫລາຍແຫ່ງທີ່ມີຄວາມສົນໃຈ ແລະ ສະເຫນີບັນດາມາດຕະການຫນູນຊ່ວຍໃຫ້ແກ່ ວິສາຫະກິດ ຜ່ານຜ່າສິ່ງທ້າທາຍ ສືບຕໍ່ກໍ່ສ້າງ ພັດທະນາ ແລະ ໂຄສະນາເຄື່ອງໝາຍຜະລິດຕະພັນຫວຽດນາມ ຢ່າງເປັນມືອາຊີບຢັ້ງຢືນທີ່ຕັ້ງບົດບາດເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ຢູ່ຕະຫລາດພາຍໃນ ແລະ ສາກົນ

ພື້ນຖານເສດຖະກິດ ຫວຽດນາມ ມີອັດຕາສ່ວນ ການນຳເຂົ້າສົ່ງອອກ/ GDP ນັບມື້ນັບສູງ, ດ້ວຍກຳລັງຄວາມສາມາດການຜະລິດ ແລະ ເຂົ້າຮ່ວມຕະຫລາດສາກົນ ທີ່ນັບມື້ນັບເຂັ້ມແຂງ, ວົງເງິນສົ່ງອອກສິນຄ້າ ຄາດວ່າບັນລຸກວ່າ 336 ຕື້  USD ໃນປີ 2021, ເພີ່ມຂຶ້ນ 19% ເມື່ອທຽບໃສ່ປີ 2020. ບັນລຸໄດ້ຜົນງານຄືດັ່ງກ່າວ ກໍ່ຍ້ອນມີການປະກອບສ່ວນຂອງບັນດາວິສາຫະກິດ ຜະລິດ ແລະ ສົ່ງອອກ ຂອງຄຸນຄ່າເຄື່ອງໝາຍການຄ້າທີ່ໄດ້ ແລະ ພວມສ້າງຂຶ້ນຢູ່ຕະຫລາດພາຍໃນປະເທດ ແລະ ສາກົນ. ໄລຍະຈະມາເຖິງ, ດ້ວຍເລື່ອງ ໂຄງການເຄື່ອງໝາຍການຄ້າແຫ່ງຊາດ ສຸມໃສ່ຍົກສູງຄວາມຮັບຮູ້, ຄວາມຮູ້ກ່ຽວກັບການກໍ່ສ້າງ, ຄຸ້ມຄອງເຄື່ອງໝາຍການຄ້າ, ກຳລັງຄວາມສາມາດແກ້ງແຍ່ງໃຫ້ແກ່ວິສາຫະກິດ, ຈະສືບຕໍ່ຊ່ວຍບັນດາຜະລິດຕະພັນເຄື່ອງໝາຍການຄ້າ ຫວຽດນາມ ນັບມື້ນັບມີທີ່ຕັ້ງອັນໝັ້ນແກ່ນ, ກ້າວໄປໄກກວ່າອີກໃນທົ່ວໂລກ. ປະຊາຄົມວິສາຫະກິດ ດ້ວຍບັນດາຍຸດທະສາດກະໂດດຂັ້ນ, ຕັດສິນໃຈ ກໍ່ສ້າງເຄື່ອງໝາຍການຄ້າແຫ່ງຊາດ ໃຫ້ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງໃນຕະຫລາດສາກົນ ດ້ວຍຫລາຍສະມາຊິກໃຫມ່.


top