ວິຖີຊີວິດ ຂອງ ຄົນ ຫວຽດ

ເຄື່ອງແຕ່ງກາຍສຳລັບການບູຊາເຈົ້າແມ່ ເທິງຕຸກກະຕາ

ຄວາມເຊື່ອຖື ບູຊາເຈົ້າແມ່ ຂອງ ຫວຽດນາມ ໄດ້ຮັບການ ຮັບຮອງ ຈາກອົງການ UNESCO ວ່າເປັນ ມໍລະດົກ ວັດທະນະທຳ ທີ່ເປັນ ນາມມະທຳ ຂອງ ມວນມະນຸດ ແຕ່ປີ

ມາຍັງ​ໂຮງ​ງານ​ຕັດຫຍິບ​ ແຟຊັ່ນ ​ທີ່​ມີ​ຊື່​ວ່າ ເວິນແອງ Scarlet ຢູ່ ເຮືອນເລກທີ 42F ຖະໜົນ ຫວໍທິເສົາ, ຮ່າ​ໂນ້ຍ, ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​​ດີ​ໃຈ​ ເມື່ອ​ໄດ້​ເຫັນ ກຳມະກອນ ຂອງນາງ ເວິນແອງ Scalet ກຳລັງ​ເຮັດ​ວຽກ​ຢ່າງຂະຫຍັນ ຢູ່ຂ້າງ​ຈັກ​ຫຍິບ ເພື່ອປະຕິບັດຂັ້ນ ຕອນຕ່າງໆ ໃນຊຸດສະສົມ “ບຸບຮ້ວາຕື໋ຝູ” (ຊຸດສະສົມກ່ຽວກັບ ເຄື່ອງແຕ່ງກາຍ ສຳລັບການບູຊາເຈົ້າແມ່ ເທິງຕຸກກະຕາ). ນີ້​ກໍ​ແມ່ນ​ຊຸດ​ສະສົມທຳ​ອິດ​ຂອງ ຫວຽດນາມ ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ ​ເຊື່ອ​ຖື​ໃນ​ການ​​ບູຊາ​ເຈົ້າ​ແມ່ ຊຶ່ງຖືກສ້າງ​ຂຶ້ນ​ ຈາກ​ຄວາມ​ຄິດ ​ຂອງ ​ນັກ​ອອກ​ແບບ ໂດ໊ເວິນແອງ - ຜູ້ອຳນວຍການ ຂອງ ເວິນແອງ Scarlet.

ນັກອອກແບບ ເວິນແອງ ຕິດເຄື່ອງປະດັບເສີມ ໃສ່ຊຸດແຕ່ງກາຍ ຂອງ ຕຸກກະຕາ. ພາບ: ຫວຽດເກື່ອງ/VNP
ຂັ້ນຕອນວາດພາບຕົວແບບ​ເຄື່ອງ​ນຸ່ງ​ໃນ ​ຄອມ​ພິວ​ເຕີ. ພາບ: ຫວຽດເກື່ອງ/VNP
ຂັ້ນຕອນແຕ່ງ ໃບໜ້າຕຸກກະຕາ ໄດ້ຮັບການປະຕິບັດຢ່າງພິຖີພິຖັນ ຄືກັນກັບແຕ່ງຕົວໃຫ້ຄົນ. ພາບ: ຫວຽດເກື່ອງ/VNP
ຢູ່ທີ່ໂຮງງານຕັດຫຍິບ, ນາງ ເວິນແອງ ແລະ ທີມງານ ໄດ້ພ້ອມກັນ ປະຕິບັດຂັ້ນຕອນຕ່າງໆ ຂອງ ເຄື່ອງແຕ່ງກາຍ ຕຸກກະຕາ. ພາບ: ຫວຽດເກື່ອງ/VNP

ໂດ໊ເວິນແອງ ເລີີ່ມຕົ້ນທຸລະກິດ ຈາກໂຮງງານຕັດ​ຕັດຫຍິບ​ຂະ ໜາດນ້ອຍ ສະເພາະກ່ຽວກັບ ແຟຊັ່ນສຳລັບສຸພາບສະຕີ ນັບຕັ້ງ ແຕ່ຫາກໍຮຽນຈົບ ​ມະຫາວິທະຍາ​ໄລ ​ວິຈິດ​ສິນ​ ຮ່າ​ໂນ້ຍ ໃໝ່ໆ. ນາງ ມີຄວາມຫຼົງໄຫຼ ແລະ ປາຖະໜາ ຢາກນໍາເອົາ ບັນດາຊຸດ ແຟຊັ່ນ ຂອງ ຕົນເຖິງຊີວິດ ຂອງ ແມ່ຍິງທຸກຄົນ. ເຖິງວ່າປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ​ໃນ​ຂະ​ບວນການ ​ສ້າງ​ເຄື່ອງໝາຍ​ການ​ຄ້າ ​ແລະ ພັດທະນາ​ຕະຫຼາດ, ​ແຕ່​ມາ​ຮອດ​ປັດຈຸ​ບັນ ເວິນແອງ ​ໄດ້​ເປີດ​ຮ້ານ​ຄ້າ 7 ແຫ່ງ ​ຢູ່​ບັນດາ​ແຂວງ, ນະຄອນ​ຂອງ​ ຫວຽດນາມ.

ຍາມໃດກໍ່ຄິດເຖິງວິທີນຳເອົາ ຄວາມງາມ ຂອງ ວັດທະນະທຳ ຫວຽດນາມ ມາສູ່ບັນດາຕົວແບບແຟຊັ່ນ, ເວິນແອງ ໄດ້ຕັດສິນໃຈ ລົງທຶນ ໃຊ້ເວລາເພື່ອປະດິດສ້າງອອກ ຊຸດສະສົມ ກ່ຽວກັບເຄື່ອງ ແຕ່ງກາຍ ສຳລັບການບູຊາເຈົ້າແມ່. ​ເວິນແອງ ເປັນຄົນ ມີໃຈໃສ ສັດທາ ກັບຄວາມເຊື່ອຖືບູຊາເຈົ້າແມ່ ເປັນເວລາກວ່າ 10 ປີ, ທັງ​ແມ່ນ “ແທງດົ່ງ” (ຜູ້ມີອິດທິລິດ ພິເສດ, ສວມບົດບາດ ເປັນຄົນ ກາງ ເພື່ອຕິດຕ່ໍ ລະຫວ່າງມະນຸດ ກັບ ເທບພະເຈົ້າ) ເພາະສະນັ້ນ ມີ​ຄວາມ​ຮູ້ຢ່າງລະອຽດ ​ກ່ຽວ​ກັບ​ວັດທະນະທຳ​ ການ​ບູຊາເຈົ້າ​ແມ່, ພິ​ເສດ​ແມ່ນ​ຊຸດ​ອາພອນ​ ສໍາລັບການ ເຂົ້າຊົງ ໃນເວລາ​ເລີ່​ມປະດິດ ສ້າງຕົວແບບ “ບຸບຮ້ວາຕື໋ຝູ”. ແຕ່ລະລາຍລະອຽດ ຂອງ ຊຸດແຕ່ງກາຍ ເຈົ້າແມ່ຈະຕຸລັດ, ເຈົ້າແມ່ຜູ້ພິທັກ ທັງສາມໂລກ, ນາງ ແຕ້ມໃສ່ ຄອມພີວເຕີ ກ່ອນແລ້ວ ຈິ່ງປະຕິບັດດ້ວຍມື ໂດຍການ ເຂົ້າຮ່ວມຂອງກຳມະກອນ 20 ຄົນ ໃນແຕ່ລະຂັ້ນຕອນ ຈົນເຮັດໃຫ້ຊຸດ ເຄື່ອງແຕ່ງກາຍ ສຳເລັດ. 

ເຄື່ອງແຕ່ງກາຍສຳລັບການເຂົ້າຊົງ ມີຄວາມຫຼາກຫຼາຍ ແລະ ​ເປັນ​ເອກະລັກ​ສະ​ເພາະ, ແຕ່​ລະ​ຊຸດ​ທີ່​ໃຊ້ ໃນແຕ່ສາກ ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ລັກສະນະສະເພາະ ຂອງ ຕົວລະຄອນ ໃນຄວາມເຊື່ອຖື ບູຊາເຈົ້າແມ່. ​ເພາະສະນັ້ນ ສີ ທີ່ໃຊ້ສໍາລັບ ເຄື່ອງແຕ່ງກາຍ ແຕ່ ລະຊຸດ ແມ່ນມີຄວາມສົດໃສ ແລະ ສະເພາະຕ່າງຫາກ. ເວິນແອງ ​ໄດ້​ເລືອກ​ແພໄໝ ປັກແສ່ວ ຊຶ່ງສະແດງໃຫ້ ເຫັນຄວາມງາມ ແບບ ສະຫງ່າ ຂອງ ຕົວແບບຕຸກກະຕາ. ລາຍ​ລະ​ອຽດ​ທີ່​ປະດັບໃສ່​ເຄື່ອງ​ນຸ່ງ​ເຊັ່ນ​: ສາຍ​ຄໍ​, ແຫວນ​ ແລະ ​ສາຍ​ແຂນ​ແມ່ນ​ຄໍາ​ ທັງ​ໝົດ​. ຈຸດ ເດັ່ນເທິງຕຸກກະຕາ ແມ່ນຕາ, ເພາະສະນັ້ນໄດ້ຮັບການ ຕົບແຕ່ງ ຢ່າງພິຖີພິຖັນ ແລະ ລະມັດລະວັງ. ຕາມ​ປົກ​ກະ​ຕິ, ຕົວ​ແບບ​ໜຶ່ງ ໃນຊຸດ “ບຸບຮ້ວາຕື໋ ຝູ” ຕ້ອງໃຊ້ເວລາຢ່າງໜ້ອຍ 2 ເດືອນ ຈຶ່ງສຳ​ເລັດ​. ​ປັດຈຸ​ບັນ, ເວິນແອງ ​ໄດ້​ສຳ​ເລັດ 16 ຕົວ​ແບບ​ ​ຕຸກກະຕາ ​ຈຳ​ລອງ ​ກ່ຽວກັບຄວາມເຊື່ອຖື ບູຊາ​ເຈົ້າແມ່​ຂອງ ​ຫວຽດນາມ. ນາງ ມີ ຄວາມມຸຸ່ງຫວັງ ​ຈະ​ເຮັດຕົວແບບ​ຕຸກກະຕາ ຕົວ​ນ້ອຍ​ ເພື່ອ​ແນະນຳ ​ຢູ່​ສະໜາມ​ບິນ ​ແລະ ​ໂຮງ​ແຮມ​ສາກົນ ​ເພື່ອ​ເຜີຍ​ແຜ່​ຄວາມ​ງາມ ​ດ້ານ​ວັດທະນະທຳ​ ຄວາມເຊື່ອຖືບູຊາ​ແມ່ຂອງ ​ຫວຽດນາມ.

ຕົວຢ່າງຊຸດແຕ່ງກາຍຂອງ ນາງສາວ ເສົາເຊີນຈາງ (ຕົວລະຄອນ ໜ່ຶງໃນພິທີເຂົ້າຊົງ). ພາບ: ຫວຽດເກື່ອງ/VNP
ເກີບ ແລະ ຕີນສິ້ນ ຂອງ ຕຸກກະຕາ ມີຄວາມງາມແບບສຸພາບ ຮຽບຮ້ອຍ. ພາບ: ຫວຽດເກື່ອງ/VNP
ຕິດດອກໄມ້ ໃສ່ເຄື່ອງແຕ່ງກາຍ ຂອງ ຕຸກກະຕາ ມີຄວາມງາມ ທີ່ສົມບູນແບບ. ພາບ: ຫວຽດເກື່ອງ/VNP
ຕົວແບບເຄື່ອງແຕ່ງກາຍ ຂອງ ຕຸກກະຕາ ເຈົ້າແມ່ຈະຕຸໂລກ. ພາບ: ເອກກະສານໂດຍຜູ້ກ່ຽວສະໜອງໃຫ້
ຕົວແບບເຄື່ອງແຕ່ງກາຍ ຂອງ ຕຸກກະຕາ ເຈົ້າແມ່ ຜູ້ປົກຄອງແມ່ນ້ຳລຳເຊ). ພາບ: ເອກກະສານໂດຍຜູ້ກ່ຽວສະໜອງໃຫ້
ໃບໜ້າຂອງ ຕຸກກະຕາ ມີຄວາມງາມສົມບູນແບບ ແລະ ໄດ້ຮັບການຕົວແຕ່ງ ຢ່າງລະອຽດ. ພາບ: ຫວຽດເກື່ອງ/VNP
​ໄດ້ສ້າງຮູບ​ຮ່າງ​ອັນ​ລະອຽດ​ອ່ອນ ​ກັບ​ເຄື່ອງ​ນຸ່ງ​ ທີ່​ສວຍ​ງາມ, ສະ​ແດງ​ໃຫ້​ເຫັນ​ ຊຸດ​ອາພອນຖືກຕາມ ແບບເຄື່ອງນຸ່ງ​ ສຳລັບ ພິທີ ເຂົ້າຊົງ.                     ພາບ: ເອກກະສານ ໂດຍຜູ້ກ່ຽວສະໜອງໃຫ້

ບັນດາຕົວແບບ ຕຸກກະຕາ ເຈົ້າແມ່ຈະຕຸໂລກ ແລະ ເຈົ້າແມ່ຜູ້ ພິ ທັກທັງສາມ ທີ່ສ້າງຂຶ້ນໂດຍ ນາງ ເວິນແອງ ໄດ້ຮັບຄວາມນິຍົມ ຢ່າງຫຼວງຫຼາຍ, ສະນັ້ນເຂົາເຈົ້າຈຶ່ງສັ່ງຊື້ຫຼາຍ. ຫວັງ​ວ່າ​ດ້ວຍ​ຄວາມ​ຮັກ​ດ້ານ​ແຟຊັ່ນ ​ແລະ ວັດທະນະທຳ, ເວິນແອງ ຈະນຳບັນດາ ຕົວ ແບບ ຕຸກກະຕາ ກັບເລື່ອງລາວກ່ຽວກັບຄວາມເຊື່ອຖືບູຊາເຈົ້າແມ່ ​ໄປ​ເຖິງ​ເພື່ອນ​ມິດສາ​ກົນຫຼາຍ​ຍິ່ງຂຶ້ນ ​ແລະ ຄົນໜຸ່ມສາວກໍ​ມີ​ໂອກາດ​ຊອກ​ຮູ້​ບັນດາ​ຄວາມ​ງາມ​ດ້ານ​ສິລະ​ປະ ​ທີ່​ສະ​ແດງ​ອອກຈາກ ຊາວໜຸ່ມ ຜູ້ມີຄວາມສາມາດ ຂອງ ຫວຽດນາມ ທີ່ມີ​ຄວາມ​ຮັກຕໍ່​ອາຊີບ.

  

top