ແຟຊັ່ນ

ເຄື່ອງແຕ່ງກາຍພື້ນເມືອງ ຂອງ ຊາວ ເອເດ

ຊາວ ເອເດ ແມ່ນໜຶ່ງໃນ 54 ຊົນເຜົ່າ ອ້າຍນ້ອງ ຂອງ ຫວຽດນາມ. ນອກຈາກເທບນິຍາຍ, ບົດເພງ, ລໍາເລື່ອງປະຫວັດສາດ, ລວມທັງ ເຄື່ອງດົນຕີ ທີ່ ມີຊື່ສຽງແລ້ວ, ເຄື່ອງແຕ່ງກາຍພື້ນເມືອງ ຂອງ ຊາວ ເຜົ່າ ເອເດ ກໍເປັນ ອີກໜຶ່ງໃນເອກະລັກ ທີ່ໂດດເດັ່ນ ຂອງ ຜູ້ຄົນ ຢູ່ທີ່ນີ້.

ຊາວ ເອເດ ແມ່ນໜຶ່ງໃນ 54 ຊົນເຜົ່າ ອ້າຍນ້ອງ ຂອງ ຫວຽດນາມ. ນອກຈາກເທບນິຍາຍ, ບົດເພງ, ລໍາເລື່ອງປະຫວັດສາດ, ລວມທັງ ເຄື່ອງດົນຕີ ທີ່ ມີຊື່ສຽງແລ້ວ, ເຄື່ອງແຕ່ງກາຍພື້ນເມືອງ ຂອງ ຊາວ ເຜົ່າ ເອເດ ກໍເປັນ ອີກໜຶ່ງໃນເອກະລັກ ທີ່ໂດດເດັ່ນ ຂອງ ຜູ້ຄົນ ຢູ່ທີ່ນີ້.

ກີ່ທໍ່ຜ້າ ຂອງ ຊົນເຜົ່າ ມນົງ, ມາ ແລະ ເອເດ ແມ່ນຄ້າຍຄືກັນ ແລະ ເຮັດຈາກໄມ້ໄຜ່, ໄມ້ ທີ່ມີຢູ່ແລ້ວ. ນີ້ແມ່ນເຄື່ອງມືຕໍ່າຫູກແບບ ປະຖົມປະຖານ ເວລາ ຕໍ່າ ຈະໃຊ້ຕີນຈັບ ກີ່, ແຕ່ຕໍ່າດ້ວຍມື.

ໃນວັດທະນະທຳ ຂອງ ຊາວ ເອເດ, ເຄື່ອງແຕ່ງກາຍພື້ນເມືອງຂອງ ຜູ້ຊາຍ ແລະ ຜູ້ຍິງ ຈະມີລັກສະນະສະເພາະ, ແຕ່ຍັງຄົງຮັກສາ ຄວາມງາມລວມ ຂອງ ເຜົ່າ ໄວ້ໄດ້. ດ້ວຍສີມືອັນປານີດ ພ້ອມດ້ວຍ ຄວາມລະອຽດອ່ອນ ແລະ ພິຖີພິຖັນ, ຊາວ ເອເດ ໄດ້ ທໍ່ຜ້າ ເປັນ ເຄື່ອງແຕ່ງກາຍ ທີ່ອຸດົມໄປດ້ວຍສີສັນ ຂອງ ເຜົ່າ ຕົນ. ຕາມປະເພ ນີ, ເຄື່ອງແຕ່ງກາຍ ຂອງ ຊາວ ເອເດ ມັກຈະເປັນສີດຳ ຫຼື ສີຄາມ.

ເຄື່ອງແຕ່ງກາຍພື້ນເມືອງ ຂອງ ແມ່ຍິງ ເອເດ ແມ່ນນຸ່ງສິ້ນ ແລະ ເສື້ອສວມຫົວ. ເສື້ອ ຂອງ ແມ່ຍິງ ເອເດ ມີການອອກແບບທີ່ຂ້ອນ ຂ້າງພິເສດ, ມັນຖືກຜ່າຂວາງແຕ່ບ່າຊ້າຍ ຫາ ບ່າຂວາ, ໃສ່ໂດຍ ການສວມ. ເມື່ອໃສ່ແລ້ວ, ເສື້ອຈະໂອບກອດຮ່າງກາຍຂອງ ສາວໆ, ຫ້ອຍຍາວ ລົງໄປຮອດແອວ. ແຂນເສື້ອ ຖືກອອກແບບໃຫ້ສັ້ນ ແລະ ຂ້ອນຂ້າງຮັດ, ຄໍເສື້ອສູງ ແລະ ກວ້າງເພື່ອງ່າຍຕໍ່ການສວມໃສ່. ຢູ່ ເທິງ ພື້ນສີຄາມ, ເສື້ອຖືກຕົກແຕ່ງ ດ້ວຍຂອບທີ່ປະສົມກັບລວດລາຍ ນ້ອຍໆ ທີ່ເຮັດດ້ວຍເສັ້ນໄໝສີແດງ, ສີຂາວ, ສີເຫຼືອງ ຢູ່ບໍລິເວນຄໍ ເສື້ອ, ບ່າ, ແຂນ, ປາຍແຂນ ແລະ ຊາຍເສື້ອ.

ລວດລາຍຕ່າງໆ ໃນເຄື່ອງແຕ່ງກາຍ ຂອງ ຊາວ ເອເດ.
ລວດລາຍຕ່າງໆ ໃນເຄື່ອງແຕ່ງກາຍ ຂອງ ຊາວ ເອເດ.

ແມ່ຍິງ ເອເດ ຈະນຸ່ງສິ້ນ, ພັນຮອບແອວຫຼາຍໆ ຮອບ ແລະ ຖືກຜູກ ດ້ວຍເຊືອກ. ເມື່ອໃສ່ແລ້ວ, ສິ້ນອາດຈະລ່າມ ຮອດ ສົ້ນຕີນ ຂອງ ແມ່ຍິງ ເຊິ່ງສ້າງຄວາມສຸພາບ ຮຽບຮ້ອຍ.

ລວດລາຍຢູ່ເທິງສິ້ນ ຂອງ ແມ່ຍິງ ເອເດ ກໍແມ່ນຂອບທີ່ປະສົມກັບ ເສັ້ນໄໝ ສີແດງ, ສີເຫຼືອງ, ສີຟ້າ ແລະ ສີຂາວ ເພື່ອສ້າງຈຸດເດັ່ນ.

ສ່ວນເຄື່ອງແຕ່ງກາຍ ຂອງ ຜູ້ຊາຍ ເອເດ ແມ່ນ ນຸ່ງ ກະຕ່ຽວ ແລະ ໃສ່ເສື້ອຄຸມ. ເສື້ອ ຂອງ ຜູ້ຊາຍ ມີການອອກແບບທີ່ກວ້າງແລະ ຍາວ ກວ່າ ຂອງ ແມ່ຍິງ. ຄໍເສື້ອຖືກເຈາະເປັນວົງມົນ ເຊິ່ງຈະອຽງ ໄປທາງ ໜ້າ ແລະ ຖືກຜ່າເປັນເສັ້ນຢູ່ໜ້າເອິກ. ແຂນເສື້ອ ຍາວ, ຊາຍ ເສື້ອ ດ້ານ ຫຼັງຍາວກວ່າດ້ານໜ້າ. ຢູ່ເທິງພື້ນສີເຂັ້ມ ຂອງ ຕົວເສື້ອ, ແຂນ ເສື້ອ, ຂອບຄໍ, ບໍລິເວນຜ່າແຂນ, ຊາຍເສື້ອ ຖືກຕົກ ແຕ່ງດ້ວຍ ຂອບ ສີແດງ, ສີຂາວບາງໆ. ໂດຍສະເພາະ, ບໍລິເວນກາງ ເສື້ອມີລາຍ ເສັ້ນຂວາງຢູ່ໃນຮູບສີ່ແຈສາກ. ນີ້ແມ່ນເສື້ອປະເພດທີ່ ໂດດເດັ່ນ ຂອງ ຜູ້ຊາຍຊາວ ເອເດ. ນອກຈາກນັ້ນ, ຍັງມີເສື້ອແຂນ ສັ້ນຮອດ ສອກ ຫຼື ເສື້ອທີ່ບໍ່ມີແຂນ.

 

ຜູ້ຊາຍ ເອເດ ນຸ່ງກະຕ່ຽວ ເພື່ອປົກປິດດ້ານລຸ່ມຂອງຮ່າງກາຍ. ໂດຍ ທົ່ວໄປ, ກະຕ່ຽວ ມີຄວາມກວ້າງປະມານ 30 ຊມ. ຕາມແຕ່ລະໂອ ກາດ ພິທີກຳ, ຄວາມຍາວ ຂອງ ກະຕ່ຽວ ຈະແຕກຕ່າງກັນໄປ.

ກະຕ່ຽວ ຖືກໃສ່ໂດຍການມັດອ້ອມແອວ, ຈາກນັ້ນ ກໍມັດຜ່ານຂາ. ສົ້ນໜຶ່ງຂອງ ກະຕ່ຽວ ຈະຖືກສຽບໄວ້ດ້ານຂ້າງ ເພື່ອຊ່ວຍຮັດຜ້າ ໃຫ້ ແໜ້ນ, ສ່ວນທີ່ເຫຼືອຈະຖືກປ່ອຍລົງມາຢູ່ກາງ ດ້ານໜ້າ. ປະເພດ ກະ ຕ່ຽວ ທີ່ສວຍງາມທີ່ສຸດແມ່ນ ktêh, drai, đrêch, piêk, ສ່ວນປະເພດ bong, băl ແມ່ນກະຕ່ຽວ ທຳມະດາ.

ປັດຈຸບັນ, ຊາວ ເອເດ ມີອົງປະກອບ, ປະເພດເຄື່ອງແຕ່ງ ກາຍ ແລະ ຮູບແບບຄວາມງາມທີ່ໂດດເດັ່ນພໍສົມຄວນສຳ ລັບ ຊົນເຜົ່າ ຕ່າງໆ ໃນເຂດ ໄຕງວຽນ.

ຊາວ ເອເດ ສວມໃສ່ເຄື່ອງແຕ່ງກາຍພື້ນເມືອງໃນ ພິທີບູຊາ ສຸຂະພາບ ຊ້າງ ທີ່ ດັກລັກ.

ບົດ: ເງິນຮ່າ/VNP - ພາບ: ກົງດາດ - ແປໂດຍ: ຢືຟຽນ


top