ອາຊີບ ຫວຽດ

ເຄື່ອງເຟີນີເຈີ ເຮັດຈາກກວດແກ້ວ 10.000 ກວດ

ເມື່ອເວົ້າເຖິງທ່ານ ດິງຫງວຽນບິ່ງ, ປະຊາຊົນ ທີ່ອາໄສຢູ່ ເມືອງ ເຕິນຟູ ບໍ່ມີຜູ້ໃດ ບໍ່ຮູ້ຜູ້ຊາຍຄົນໜຶ່ງ ອາຍຸ 50 ປີ ມີ ຄວາມມັກສະສົມ ແລະ ປະກອບກວດແກ້ວ, ຝາຢາງ ໃຫ້ ກາຍເປັນເຄື່ອງເຟີນີເຈີ ທີ່ໜ້າຈັບໃຈ ແລະ ປະດິດສ້າງ.
ຕາມການສັງເກດ, ເຄື່ອງໃຊ້ໃນເຮືອນຂອງທ່ານ ບິ່ງ ສ່ວນ ຫຼາຍໄດ້ເຮັດດ້ວຍກວດແກ້ວ ແລະ ຝາຢາງ. ເດັ່ນກວ່າໝູ່ ແມ່ນຊຸດໂຕະ, ຕັ່ງ ໄດ້ເຮັດຈາກກວດເຫຼົ້າຫຼາຍ ຮ້ອຍກວດ ຖືກຕັ້ງໄວ້ໃນຫ້ອງຮັບແຂກຂອງຄອບຄົວ. ທ່ານ ບິ່ງ ໃຫ້ຮູ້ ວ່າ: “ນີ້ແມ່ນຜະລິດຕະພັນທີ່ເຮັດໃຫ້ເພິ່ນເສຍເວລາ ແລະ ເຫື່ອແຮງຫຼາຍໃນການຜະລິດ. ຍາກກວ່າໝູ່ແມ່ນ ຂັ້ນຕອນ ການເຈາະກົ້ນ, ຖ້າບໍ່ມີຄວາມລະມັດລະວັງ, ກົ້ນກວດແກ້ວ ຈະແຕກ”.

ເຄີຍເຮັດວຽກໃນຂົງເຂດຄ້າຂາຍເຄື່ອງກົນຈັກ, ສະນັ້ນ​ທ່ານ ບິ່ງ ຈຶ່ງມີຄວາມຮູ້ຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບວິທີ ການນຳໃຊ້ເຄື່ອງມືຫຼາຍປະເພດເຊັ່ນ: ເຄື່ອງເຈາະ, ນັ້ນແມ່ນທ່າດີໃນເວລາປະຕິບັດ ການປະກອບກວດແກ້ວ, ຝາຢາງ ກວ່າ 10.000 ກວດ ເປັນເຄື່ອງໃຊ້ໃນເຮືອນ. ໃນ ນັ້ນ, ຍາກກວ່າໝູ່ແມ່ນການສະສົມກວດແກ້ວ, ຝາຢາງຫຼາຍຮ້ອຍຢ່າງ ທີ່ມີສີສັນ, ຮູບຊົງ ແລະ ຂະໜາດຄ້າຍຄືກັນ.ຕາມອ້າຍ ບິ່ງ ແລ້ວ, ເຄື່ອງໃຊ້ໃນເຮືອນບາງອັນ ຕ້ອງໃຊ້ເວລາກວ່າ 2 ປີ ເພື່ອເກັບກວດແກ້ວມາໃຫ້ພຽງພໍ ແລ້ວ ຈຶ່ງ ລົງມືເຮັດໄດ້. ຕົວຢ່າງຄື: ຕຽງໜ່ວຍໜຶ່ງໄດ້ປະກອບຈາກກວດແກ້ວກວ່າ 200 ກວດ ທີ່ມີຄວາມໝາຍສະເຫຼີມ ສະ ຫຼອງ 15 ປີແຫ່ງວັນແຕ່ງງານທ່ານ. ທ່ານ ບິ່ງ ເວົ້າວ່າ: “ທຸກ ສິ່ງທຸກຢ່າງ ແມ່ນເຮັດດ້ວຍຄວາມຮັກຂອງ ຂ້າພະເຈົ້າ ໃຫ້ ກັບຄອບຄົວ”. 


ຫຼັງຈາກເຂົ້າມາເຮືອນຂອງອ້າຍ ດິງຫງວຽນບິ່ງ, ຫຼາຍຄົນ ຈະຮູ້ ສຶກປະທັບໃຈຕໍ່ເຄື່ອງເຟີນີເຈີ ໄດ້ເຮັດຈາກກວດແກ້ວ.


ເຖິງວ່າ ການປະກອບກວດແກ້ວເຂົ້າກັນປະຕິບັດໄດ້ຢ່າງ ງ່າຍ ດາຍ, ໃນນັ້ນ ຍາກກວ່າໝູ່ແມ່ນຂັ້ນຕອນການເຈາະກົ້ນແກ້ວ.


ກວດແກ້ວໄດ້ຕໍ່ເຂົ້າກັນດ້ວຍ ຕະປູມີກຽວ.  


ກວດແກ້ວໄດ້ຕໍ່ເຂົ້າກັນ. 


ເຄື່ອງປະດັບປະດາພາຍໃນເຮືອນກໍ່ໄດ້ປະກອບດ້ວຍກວດແກ້ວ. 


ຊຸດຕັ່ງໂຕະໄດ້ປະກອບດ້ວຍກວດແກ້ວ. 


ຕັ່ງໄດ້ປະກອບດ້ວຍກວດແກ້ວ. 


ຊຸດຕັ່ງໂຕະໄດ້ປະກອບດ້ວຍກວດແກ້ວ. 


ຕຽງໜ່ວຍໜຶ່ງໄດ້ປະກອບຈາກກວດແກ້ວກວ່າ 200 ກວດ ທີ່ ມີຄວາມໝາຍສະເຫຼີມສະຫຼອງ 15 ປີແຫ່ງວັນແຕ່ງງານ ຂອງທ່ານ ບິ່ງ ແລະ ພັນລະຍາ. 


ໂຄມໄຟຖືກແຂວນເທິງເພດານ ໄດ້ປະກອບເພີ່ມເຕີມດອກໄຟ
ເຊິ່ງເຮັດໃຫ້ມີແສງສະຫວ່າງຢ່າງມະຫັດສະຈັນ. 



ໂມງ ໄດ້ອອກແບບຄືນຕາມແບບແຜນຂອງກວດແກ້ວ.


ແມງປໍ ໄດ້ແຂວນ ຢູ່ຂົງເຂດຂັ້ນໄດ. 


ຕົ້ນໄມ້ປະດັບປະດາໄດ້ປະກອບດ້ວຍຝາກວດແກ້ວ.


ຫຼັງຈາກເຂົ້າມາເຮືອນຂອງອ້າຍ ດິງຫງວຽນບິ່ງ, ຫຼາຍຄົນ ຈະຮູ້ ສຶກປະທັບໃຈຕໍ່ເຄື່ອງເຟີນີເຈີ ໄດ້ເຮັດຈາກກວດແກ້ວ.

ທ່ານ ບິ່ງ ໃຫ້ຮູ້ວ່າ ເພິ່ນໄດ້ຖືບັນຫາປົກປັກຮັກສາ ສິ່ງແວດ ລ້ອມເປັນສິ່ງສຳຄັນ ແລະ ສອນໃຫ້ລູກມີສະຕິໃນການປະ ຢັດ, ເພາະສະນັ້ນ ການນຳໃຊ້ກວດແກ້ວ ເພື່ອປະກອບ ເປັນເຄື່ອງໃຊ້ໃນເຮືອນ ໄດ້ເຮັດໃຫ້ເພິ່ນຮູ້ສຶກດີໃຈ ແລະ ຖື ວ່າ ນັ້ນແມ່ນຈຸດປະສົງໃນຊີວິດຂອງເພິ່ນເອງ.
 
ປະຕິບັດ: ທົງຫາຍ

top