ວັດທະນະທຳ

ເຄື່ອງຕົບແຕ່ງພາຍໃນ ເຮັດຈາກສໍສີ

ປັດຈຸບັນ, ໂຕະໜ່ວຍທຳອິດຂອງເຄື່ອງໝາຍການຄ້າ Henry Le Design ໄດ້ມີໜ້າຢູ່ນະຄອນ Sydney, ປະເທດ ອົດສະ ຕຣາລີ, ເຖິງວ່າ ເປັນຜະລິດຕະພັນ ທ່ີຍັງບໍ່ທັນສົມບູນແບບ, ແຕ່ຄູ່ຜົວເມຍ ຊາວ ອົດສະຕຣາລີ ຕ້ອງຊື້ໃຫ້ໄດ້ ເພື່ອ ມີມູມ ທ່ີບໍ່ຄືໃຜ ຢູ່ໃນເຮືອນຂອງ ຕົນ. 
ປັດຈຸບັນ, ໂຕະຫຼາຍໜ່ວຍ ທີ່ເຮັດຈາກສໍສີ ທ່ີເປັນເອກະລັກ ສະເພາະຢູ່ ຫວຽດນາມ ຍັງແມ່ນທ່ານ ເລຊວນເຮືອງ, ຜູ້ສ້າງ ຕັ້ງເຄື່ອງໝາຍການຄ້າ Henry Le Design ເປັນຜູ້ປະດິດ. ທ່ານ ເລຊວນເຮືອງ ຮຽນຈົບມະຫາວິທະຍາໄລ ສິລະປະການ ອອກແບບ ອຸດສາຫະກຳ. ຫຼັງຈາກຮຽນຈົບ, ເພື່ອຫາລ້ຽງຊີບ, ເພິ່ນໄປເຮັດວຽກ ໃນຂະແໜງການທ່ອງທ່ຽວ ແລະ ປະສົບ ຄວາມສໍາເລັດ ກັບບໍລິສັດທ່ອງທ່ຽວ. ແຕ່ປີ 2006, ເພິ່ນກໍ່ ປະ ສົບຄວາມສຳເລັດ ໃນການເປີດຫ້ອງວາງສະແດງ ຮູບພາບ Nguyen Art Gallery. ແຕ່ເພິ່ນຍັງໃຝ່ຝັນ ຄວາມຫວັງ ຂອງຜູ້ ທີ່ໄດ້ຮຽນ ແລະ ເຮັດວຽກ ກ່ຽວກັບ ການອອກແບບສິລະປະ ແມ່ນ ສ້າງສັນ ສິ່ງສວຍງາມ, ເຊິ່ງແມ່ນ ຈຸດເດັ່ນໃນການ ດຳລົງຊີວິດປະຈຳວັນຂອງມະນຸດ.

ທ່ານ ເລຊວນເຮືອງ ບອກວ່າ ການສ້າງເຄື່ອງໝາຍການຄ້າ Henry Le Design ແມ່ນເພື່ອຕອບສະໜອງໃຫ້ແກ່ ຄວາມ ປາຖະໜາ ສ້າງເຄື່ອງໝາຍການຄ້າ ເຄື່ອງຕົບແຕ່ງ ພາຍໃນ ຫວຽດ ທີ່ມີສັນຍາລັກສະເພາະ. ເພິ່ນໃຫ້ຮູ້ວ່າ: “ຂ້າພະເຈົ້າ ຢາກປະດິດສ້າງບັນດາຜະລິດຕະພັນ ທີ່ເປັນຈຸດເດັ່ນ, ເປັນ ຜະລິດຕະພັນ ບໍ່ມີຂີດຈຳກັດ ດ້ານຊາຍແດນ. ຍາມໃດ ຂ້າພະ ເຈົ້າກໍ່ຄິດໃນໃຈວ່າ ເມື່ອເຮົາປະດິດສ້າງຜະລິດຕະພັນ ໃດໜຶ່ງ ອອກມາ, ແນ່ນອນວ່າ ພວກເຮົາຈະພະຍາຍາມນຳມາ ສິ່ງທີ່ດີ ທີສຸດມາໃຫ້ແກ່ຄົນ ຫວຽດ”. 

ສໍສີ-ວັດຖຸດິບ ທີ່ນຳໃຊ້ເພື່ອຜະລິດເຄື່ອງຕົບແຕ່ງພາຍໃນຂອງ Henry Le Design.


ສໍສີ ຈະຖືກຕັດຕາມຂະໜາດແຕກຕ່າງກັນ ເພື່ອໃຊ້ໃນການ ຜະລິດເຄື່ອງຕົບແຕ່ງພາຍໃນ.


ສໍສີ ຫຼັງຈາກຖືກຈັດວາງໃຫ້ຮຽບຮ້ອຍແລ້ວ ຈະຖອກ ຢາງກາວ ໃສ່ໃຫ້ຕິດກັນ ຈຶ່ງເອົາໄປຜະລິດເປັນເຄື່ອງຕົບແຕ່ງພາຍໃນ.


ທ່ານ ເລຊວນເຮືອງ ທີ່ໂຮງງານຜະລິດເຄື່ອງຕົບແຕ່ງພາຍ ໃນຈາກສໍສີ.


ເພື່ອຜະລິດອອກມາຜະລິດຕະພັນໜຶ່ງ, ນາຍຊ່າງຕ້ອງໃຊ້ ເວ ລາ ໃນການຕົບແຕ່ງລວດລາຍ ແລະ ສີສັນ.


ການຕົບແຕ່ງລວດລາຍ ແລະ ສີສັນໃຫ້ໜ້າໂຕະໜ່ວຍໜຶ່ງ ດ້ວຍສໍສີ.
ຄວາມຈິງ, ບັນດາຜະລິດຕະພັນປະດັບປະດາ ຫຼື ຕົບແຕ່ງພາຍ ໃນເຮັດຈາກສໍສີ ໄດ້ youtuber ຈໍານວນໜຶ່ງໃນໂລກ ເຮັດເພື່ອ ໂຄສະນາ. ແຕ່ສຳລັບທ່ານ ເລຊວນເຮືອງ, ການນຳໃຊ້ສໍສີ ໃນ ການຜະລິດ ຈະເຮັດໃຫ້ເພິ່ນໄດ້ ກັບຄືນສູ່ຍາມເຍົາໄວຂອງ ຕົນ, ເມື່ອພໍ່ ໄປປະຕິບັດງານ ໄດ້ຊື້ສໍສີ ກັບໜຶ່ງທີ່ມີ 36 ເສັ້ນ ມາໃຫ້. ທ່ານ ເລຊວນເຮືອງ ໃຫ້ຮູ້ວ່າ: “36 ສີ ອາດສາມາດ ປະ ດິດສ້າງ ຫຼາຍລ້ານຜະລິດຕະພັນ ທີ່ມີສີສັນ ແຕກຕ່າງກັນ. ສຳ ລັບຂ້າພະເຈົ້າ, ສໍສີ ແມ່ນແຮງບັນດານໃຈ”.

ຄວາມໃຝ່ຝັນແມ່ນເລື່ອງໜຶ່ງ, ແຕ່ເລື່ອງໄປຊອກຫາແຫຼ່ງວັດ ຖຸດິບ ກໍ່ແມ່ນອີກເລື່ອງໜຶ່ງທີ່ຫຍຸ້ງຍາກ, ສຸດທີ່ສິ້ນເປືອງ ເພາະ ສໍສີ ແຕ່ລະເສັ້ນ ຈະມີລາຄາແພງຢູ່ແລ້ວ, ເພື່ອເຮັດຜະລິດຕະ ພັນໜຶ່ງ ກໍ່ຕ້ອງຕັດສໍສີ ເປັນຈໍານວນຫຼາຍເສັ້ນ. ຈຳນວນເງິນທີ່ ປະຢັດໄດ້, ທ່ານ ເລຊວນເຮືອງ ເອົາໄປທຸ້ມເທ ໃສ່ການທົດ ລອງ ເພື່ອ ສາມາດຊອກເຫັນຂັ້ນຕອນການຜະລິດ ຜະລິດຕະ ພັນໜຶ່ງ . 


ເຄື່ອງຕົບແຕ່ງພາຍໃນ ທ່ີເປັນເອກະລັກ ສະເພາະ ຂອງ Henry Le Design.


ໂຕະທ່ີເປັນເອກະລັກ ແລະ ສວຍງາມຈາກ ການຈັດລຽງສໍສີ ທ່ີຄ່ອງແຄ້ວ.


ຊັ້ນວາງເຫຼົ້າ ທ່ີເປັນເອກະລັກ ກັບຮູບພາບແມ່ຍິງ ຫວຽດນາມ ໄດ້ເຮັດຈາກສໍສີ ຂອງ Henry Le Design.


 ເຄື່ອງຕົບແຕ່ງພາຍໃນທີ່ເຮັດຈາກສໍສີ ຂອງ Henry Le Design ເປັນທ່ີຈັບໃຈນັກທ່ອງທ່ຽວຕ່າງປະເທດ. 


ເຄື່ອງຕົບແຕ່ງພາຍໃນຂອງ Henry Le Design ສ່ວນຫຼາຍ
ແມ່ນຜະລິດຕະພັນສະເພາະ, ມັນຍາກທ່ີຈະຈັດແຈງສໍສີ ໃນຕໍາ ແໜ່ງດຽວກັນ ເມື່ອທໍາການຜະລິດ.



ໂຖດອກໄມ້ທີ່ສວຍງາມຂອງ Henry Le Design.


ທ່ານ ເລຊວນເຮືອງ ແນະນຳຜະລິດຕະພັນທີ່ຫ້ອງວາງສະແດງ
ເຄື່ອງຕົບແຕ່ງພາຍໃນຂອງ Henry Le Design. 

ປັດຈຸບັນ, ນັກທ່ອງທ່ຽວຕ່າງປະເທດ ໄດ້ຮູ້ຈັກໂຕະຫຼາຍໜ່ວຍ ທ່ີປະດິດ ຈາກສໍສີ ຂອງ Henry Le Design. ພາຍຫຼັງການ ອອກແບບ, ໂຕະໜ່ວຍໜຶ່ງ ຈະໄດ້ປະກອບຈາກ ສໍສີ ຫຼາຍພັນ ອັນ ດ້ວຍສີສັນ ທ່ີແຕກຕ່າງກັນ ແລະ ຫຼັງຈາກນັ້ນ ຈຶ່ງໃຊ້ຢາງ ກາວ, ໜີບ, ສຳເລັດຂັ້ນຕອນການຂັດໜ້າໂຕະ ໃຫ້ເຫຼື້ອມ. ຜະລິດຕາມແບບຫັດຖະກຳ, ຜະລິດຕະພັນ ທີ່ປະດິດອອກມາ ບໍ່ມີອັນໃດຄືກັບອັນໃດ, ມີຫຼາກຫຼາຍ ສີສັນ, ລວດລາຍ ແລະ ເປັນຜະລິດຕະພັນສະເພາະ ໜຶ່ງບໍ່ມີສອງ.

ເຄື່ອງໝາຍການຄ້າ ເຄື່ອງຕົບແຕ່ງພາຍໃນ Henry Le Design ແລະ ຜະລິດຕະພັນໄດ້ວາງສະແດງທີ່ Nguyen Art Gallery ເຮືອນເລກທີ 31, ຖະໜົນ ວັນມຽວ, ຮ່າໂນ້ຍ. 

Henry Le Design ໄດ້ສົ່ງອອກຜະລິດຕະພັນໄປຍັງບັນດາ ປະເທດ ເອີຣົບ, ສ ອາເມລິກາ, ຍີ່ປຸ່ນ, ສ ເກົາຫຼີ ... ແລະ ຂັ້ນ ຕອນການຜະລິດເຄື່ອງຕົບແຕ່ງພາຍໃນຈາກສໍສີ ໄດ້ກາຍເປັນ ບໍລິການທ່ອງທ່ຽວໜຶ່ງ ເມື່ອນັກທ່ອງທ່ຽວ ມາຍັງນະຄອນຫຼວງ ຮ່າໂນ້ຍ. 
ບົດ: ບິກເວິນ - ພາບ: ຫວຽດເກື່ອງ

top