ອາຫານການກິນ

ເຂົ້າໜຽວຊີ້ນນົກອ່ອນ ແລະ ຫອມ

ລາຍການອາຫານເຂົ້າໜຽວຊີ້ນນົກແມ່ນເຍື່ອງອາຫານທີ່ປະສົມຫລາຍວັດຖຸປະກອບປົນເຂົ້າກັນເຊັ່ນ: ເຂົ້າໜຽວ, ຊີ້ນນົກ, ຫົວຜັກບົ່ວຈືນ, ຜັກແພວ ແລະ ພິກໄທ ສ້າງເປັນ ລົດຊາດຫອມຫວນ ດຶງດູດໃຈຜູ້ໄດ້ຮັບປະທານ. 
ຫວຽດນາມເປັນປະເທດທີ່ມີເຂົ້າຫຼາຍຊະນິດ ທີ່ເປັນຜະລິດ ຕະພັນພິເສດ, ໃນນັ້ນມີເຂົ້າຫນຽວໄຮ່. ເຂົ້າຫນຽວໄຮ່ແມ່ນ ປະເພດເຂົ້າໄດ້ຮັບການປູກຫຼາຍ ຢູ່ເຂດພູດອຍພາກເໜືອ ຫວຽດນາມ. ເຂົ້າຫນຽວໄຮ່ໄດ້ຮັບຄັດເລືອກນຳມາປຸງແຕ່ງອາ ຫານເຍື່ອງເຂົ້າໜຽວຊີ້ນນົກ ເພາະວ່າເຂົ້າຫນຽວໄຮ່ເປັນ ເມັດໃຫຍ່ ແລະ ກົມສະເໝີ. ຕາມທ່ານ ດັ້ງເຈື່ອງ, ພໍ່ຄົວຮ້ານ ອາຫານ ກ໋ຽນ ຢູ່ຮ່າໂນ້ຍໃຫ້ຮູ້ວ່າ, ຜູ້ເຮັດອາຫານເຍື່ອງນີ້ ຕ້ອງກຳໄດ້ຂັ້ນຕອນປຸງແຕ່ງຕ່າງໆ ແລະ ເຄັດລັບເຮັດໃຫ້ເຂົ້າ ໜຽວສຸກອ່ອນ ແລະ ມີກິ່ນຫອມທີ່ກົມກືນດີ.

ປະເພດນົກທີ່ໄດ້ຄັດເລືອກມາປຸງແຕ່ງ ເຍື່ອງອາຫານເຂົ້າໜຽວຊີ້ນນົກນີ້ແມ່ນນົກເຂົາ ຫຼື ນົກກາງແກອ່ອນທີ່ຍັງບໍ່ ທັນບິນໄດ້. ນົກຕ້ອງໄດ້ລ້າງສະອາດ, ຟັກໃຫ້ມຸ່ນໆ ແລະ  ປົນກັບເຄື່ອງປຸງແຕ່ງຕ່າງໆແລ້ວນຳໄປຂົ້ວ ຈົນເຖິງເມື່ອຊີ້ນ ມີກິ່ນຫອມຈຶ່ງຕັກອອກໃສ່ຈານ.


ວັດຖຸປະກອບເພື່ອປຸງແຕ່ງລາຍການອາຫານເຂົ້າໜຽວຊີ້ນນົກ ແມ່ນເຂົ້າໜຽວໄຮ່, ນົກເຂົາ ຫຼື ນົກກາງແກອອ່ນ ແລະ ເຄື່ອງ ປຸງຕ່າງໆ. 


ຊີ້ນນົກທີ່ໄດ້ຟັກໃຫ້ມຸ່ນໆ. 


ຊີ້ນນົກໄດ້ຂົ້ວໃຫ້ສຸກສົ່ງກິ່ນຫອມຫວນ. 


ເຂົ້່າໜຽວທີ່ໄດ້ໜຶ້ງໃຫ້ສຸກພໍດີ. 


ວັດຖຸປະກອບຕ່າງໆມີ: ນົກ, ຜັກບົ່ວແຫ້ງ, ຜັກແພວ ແລະ ເຂົ້າຫນຽວຫນຶ້ງ. 


ປະສົມເຄື່ອງທັງຫມົດເຂົ້າກັນ ແລະ ນຳໄປໜຶ້ງອີກເທື່ອໜຶ່ງ. 


ລາຍການອາຫານເຂົ້າໜຽວຊີ້ນນົກສຳເລັດຮູບຈະມີກິ່ນຫອມ ແລະ ມັນແຊບນົວດີ. 
 
ເອົາເຂົ້າໜຽວທີ່ສຸກແລ້ວ ແລະ ໄດ້ປົນກັນຊີ້ນນົກ, ໂຮຍຜັກ  ແຜວ ແລະ ນຳໄປໜຶ້ງອີກເທື່ອໜຶ່ງ. ວິທີການໜຶ້ງເທື່ອທີສອງ ນີ້ເຮັດໃຫ້ເປັນລາຍການອາຫານສຳເລັດຮູບຈະມີຄວາມ ອ່ອນໜຽວຂອງເຂົ້າໜຽວ, ຄວາມແຊບນົວຂອງຊີ້ນນົກ ແລະ ຄວາມກອບຂອງຫົວຜັກບົ່ວຈືນເຈືອປົນເຂົ້າກັນ ຊຶ່ງເຮັດໃຫ້ ນັກຊີມທັງຫຼາຍເພີ່ງພໍໃຈ. 
ບົດ: ບິກເວີນ - ພາບ: ເຈີ່ນແທງຢາງ


 


top