ປົກກະຕິແລ້ວ, ວຽກງານຕຳເຂົ້າໜົມໄຢ່ ແມ່ນຜູ້ຊາຍໄວໜຸ່ມ ຈະເປັນຮັບຜິດຊອບ ແລະ ມີສອງຄົນຈັບສາກ ຢືນຢູ່ສອງຂ້າງຄົກ. ບັນດາອ້າຍບ່າວຈະພະຍາຍາມຕຳຢ່າງໄວ ເມື່ອເຂົ້າໜຽວ ໃນຄົກຍັງອຸ່ນ ແຕ່ແຫຼກດີແລ້ວ ກໍຖືວ່າສຳເລັດ.
ທັນທີຫຼັງຈາກບັນດາອ້າຍບ່າວ ຢຸດມື ແມ່ນເຖິງຄາວບັນດານາງສາວ ສະແດງຄວາມຄ່ອງແຄ້ວຂອງເຂົາເຈົ້າ. ທຳອິດເຂົາເຈົ້າຈະປັ້ນເຂົ້າໜົມເປັນຮູບມົນແລ້ວຫໍ່ດ້ວຍໃບກ້ວຍ ທີ່ໄດ້ຜ່ານການລົນໄຟ. ຈາກນັ້ນ, ເຂົາເຈົ້າຄ່ອຍໆ ກົດເຂົ້າໜົມດ້ວຍມື ເພື່ອສ້າງ ເປັນຮູບກົມແປ ຄືຮູບດວງຈັນ ແລະ ດວງອາທິດ. ຍ້ອນໄດ້ຮັບການຕຳຢ່າງແຫຼກດີ, ສະນັ້ນເຂົ້າໜົມໄຢ່ ຂອງຊາວເຜົ່າ ມົ້ງຂຽວຈຶ່ງມີຄວາມແຊບໜຽວ ແລະ ເກັບໄວ້ໄດ້ດົນ.ຊາວເຜົ່າ ມົ້ງຂຽວ ພຽງແຕ່ເຮັດເຂົ້າໜົມ ໄຢ່ ໃນໂອກາດງານບຸນປະເພນີອັນເປັນມູນເຊື້ອ. ບາງທີດ້ວຍເຫດນັ້ນ ເມື່ອມີໂອກາດ, ສະຖານທີ່ເຮັດເຂົ້າໜົມ ໄດ້ກາຍເປັນຈຸດນັດພົບ ຂອງ ບ່າວ ສາວ ໃນໝູ່ບ້ານສະເໝີ. ເປັນບ່ອນທີ່ອ້າຍບ່າວ ສະແດງໃຫ້ເຫັນຄວາມເຂັ້ມແຂງ, ນາງສາວ ສະແດງ ຄວາມຄ່ອງແຄ້ວ ແລະ ພາຍຫຼັງໂອກາດຕ່າງໆ ຄືດັ່ງກ່າວ ມີຄູ່ບ່າວ ສາວ ຫຼາຍຄູ່ ໄດ້ກາຍເປັນຜົວເປັນເມຍ.
ປັດຈຸບັນ, ໃນງານເທດສະການວັດທະນະທຳ ທີ່ສຳຄັນຢູ່ ເມືອງ ມົກເຈົາ (ແຂວງ ເຊີນລາ) ຍັງຈັດພິທີສະແດງການເຮັດເຂົ້າໜົມ ໄຢ່ ຂອງຊາວເຜົ່າ ມົ້ງຂຽວ. ນັກທ່ອງທ່ຽວ ຈະໄດ້ສຳຜັດ ກັບການ ເຮັດເຂົ້າໜົມ ໄຢ່, ຊີມເຂົ້າໜົມຫາກໍ່ເຮັດໃໝ່ ທີ່ຍັງມີກິ່ນຫອມ ແລະ ຍິ່ງໄປກວ່ານັ້ນແມ່ນໄດ້ເຂົ້າຮ່ວມການເຄື່ອນໄຫວ ດ້ານວັດທະນະທຳ ຊຸມຊົນທີ່ເປັນເອກະລັກ ສະເພາະ ຂອງ ຊາວເຜົ່າມົ້ງຂຽວ.
ນັກທ່ອງທ່ຽວ ລອງກຳລັງ ຕຳເຂົ້າໜົມ ໄຢ່ ທີ່ສິ້ນເປືອງເຫື່ອແຮງ ຂອງ ຊາວເຜົ່າ ມົ້ງຂຽວ ຢູ່ ມົກເຈົາ. ປະຕິບັດໂດຍ: ຫວຽດເກື່ອງ - ແປໂດຍ: ບິກລຽນ