ອາຫານການກິນ

ເຂົ້າໜົມຫົວຂີງຂອງຊົນເຜົ່າ ຈຳ

ເຂົ້າໜົມຫົວຂີງແມ່ນໜຶ່ງໃນຈຳນວນເຄື່ອງ ບູຊາທີ່ຂາດບໍ່ໄດ້ ຂອງຊາວຊົນເຜົ່າຈຳ, ແຂວງນິງຖ້ວນ ເພື່ອໄຫວ້ບູຊາບັນພະບຸລຸດ ດ້ວຍຄວາມປາດຖະຫນາໃຫ້ມີຊີວິດອີ່ມໜຳສຳລານ ແລະ ມີຄວາມຜາສຸກຍິ່ງໆຂຶ້ນ. 
ເຂົ້າໜົມຫົວຂີງໄດ້ເຮັດຈາກແປ້ງເຂົ້າໜຽວປະສົມ, ນ້ຳຕານ, ໄຂ່ ແລະ ແປ້ງເຫຼົ້າ. ນຳແປ້ງເຂົ້າໜຽວຕີປົນກັບໄຂ່ ແລະ ແປ້ງເຫຼົ້າ ແລ້ວຕຳປະສົມເຂົ້າໃສ່ກັນຈົນແຫລກ. ຫຼັງຈາກນັ້ນຈິ່ງນຳມາ ປັ້ນດ້ວຍມືເປັນຮູບຊົງຄືຫົວຂີງ ແລະ ນຳໄປຈືນກັບນ້ຳມັນໃນເວ ລາປະມານ 5 ນາທີ, ເຂົ້າໜົມຈະເປັນສີເຫຼືອງ ແລະ ມີກິ່ນ ຫອມ. 

ການກະກຽມແປ້ງເຂົ້າໜຽວເພື່ອການເຮັດເຂົ້າໜົມຫົວຂີງ. 


ເພື່ອເຮັດໃຫ້ເຂົ້າໜົມຫົວຂີງມີລົດຊາດຫອມແຊບ ຕ້ອງປົນແປ້ງເຂົ້າໜຽວ ກັບໄຂ່, ເຫຼົ້າເລັກໜ້ອຍແລ້ວຕຳເຂົ້າກັນໃຫ້ແຫຼກດີ. 


ຜູ້ຍິງຊາວຊົນເຜົ່າຈຳກຳລັງປັ້ນແປ້ງທີ່ຕຳດີແລ້ວ ເປັນຮູບຫົວຂີງ. 


ເຂົ້າໜົມຫົວຂີງທີ່ປັ້ນສຳເລັດຈາກແປ້ງ.


ເຂົ້າໜົມຫົວຂີງຈັດວາງໃສ່ພາຖາດໄຫວ້ ຊຶ່ງສະແດງໃຫ້ເຫັນ ວັດທະນະທຳອັນໂດດເດັ່ນ ໃນອາຫານພື້ນເມືອງ ຂອງຊາວ ຊົນເຜົ່າຈຳ. 
 
ເຂົ້າໜົມຫົວຂີງພາຍຫຼັງຈືນນ້ຳມັນຮຽບຮ້ອຍແລ້ວຈະໄດ້ນຳມາຈຸ່ມໃສ່ ນ້ຳນ້ຳຕານເພື່ອໃຫ້ເຂົ້າໜົມກ້ຽງງາມ ແລະ ກໍ່ບໍ່ຄົດກົ່ງອີກ. ຂັ້ນຕອນສຸດທ້າຍແມ່ນນຳເຂົ້າໜົມ ໄປຕາກໃຫ້ແຫ້ງ ໃນເວລາປະມານ 10-15 ນາທີເພື່ອໃຫ້ເຂົ້າຫນົມເພີ່ມຄວາມແຂງ ແລະ ກອບ.

ຕາມຮີດຄອງປະເພນີຂອງຊາວຊົນເຜົ່າຈຳ, ເຂົ້າໜົມຫົວຂີງ ເປັນອາຫານໂດດເດັ່ນໃນທຸກໆງານບຸນໃຫຍ່ນ້ອຍ ແລະ ງານ ສຳຄັນຂອງວົງຄະນາຍາດຊາວຊົນເຜົ່າຈຳເຊັ່ນ: ງານດອງ, ງານບຸນເຕັດ ກາເຕ… ເຂົ້າໜົມຫົວຂີງມີກິ່ນຫອມຂອງເຂົ້າຫນຽວ, ໄຂ່ ແລະ ແປ້ງເຫລົ້າ ເຮັດໃຫ້ຜູ້ຊີມມີຄວາມຮູ້ສຶກກັບລົດຊາດຫວານຊື່ນ, ກອບ ແລະ ມັນດີ.
«
        ເຂົ້າໜົມຫົວຂີງພາຍຫຼັງຈືນນ້ຳມັນຮຽບຮ້ອຍແລ້ວຈະໄດ້ນຳມາຈຸ່ມໃສ່ ນ້ຳນ້ຳຕານເພື່ອໃຫ້ເຂົ້າໜົມກ້ຽງງາມ ແລະ ກໍ່ບໍ່ຄົດກົ່ງອີກ. ຂັ້ນຕອນສຸດທ້າຍແມ່ນນຳເຂົ້າໜົມ ໄປຕາກໃຫ້ແຫ້ງ ໃນເວລາປະມານ 10-15 ນາທີເພື່ອໃຫ້ເຂົ້າຫນົມເພີ່ມຄວາມ ແຂງ ແລະ ກອບ.

ຕາມຮີດຄອງປະເພນີຂອງຊາວຊົນເຜົ່າຈຳ, ເຂົ້າໜົມຫົວຂີງ ເປັນອາຫານໂດດເດັ່ນໃນທຸກໆງານບຸນໃຫຍ່ນ້ອຍ ແລະ ງານ ສຳຄັນຂອງວົງຄະນາຍາດຊາວຊົນເຜົ່າຈຳເຊັ່ນ: ງານດອງ, ງານບຸນເຕັດ ກາເຕ… ເຂົ້າໜົມຫົວຂີງມີກິ່ນຫອມຂອງເຂົ້າຫນຽວ, ໄຂ່ ແລະ ແປ້ງເຫລົ້າ ເຮັດໃຫ້ຜູ້ຊີມມີຄວາມຮູ້ສຶກກັບລົດຊາດຫວານຊື່ນ, ກອບ ແລະ ມັນດີ.
»
 
ບົດ ແລະ ພາບ: ກິ່ງແອງ

top