
ວັດຖຸເພື່ອປຸງແຕ່ງ ເຂົ້າໜົມບົວລອຍ ລວມມີ ແປ້ງເຂົ້າໜຽວ ເຂົ້າຈ້າວບົດ, ນ້ຳຕານກ້ອນ, ສ່ວນ ເຂົ້າໜົມຫວານຕົ້ມ ລວມມີ ແປ້ງເຂົ້າໜຽວ ເຂົ້າຈ້າວບົດ, ແປ້ງມັນສະຄູ ແລະ ໝາກຖົ່ວ ຂຽວ.

ນ້ຳຕານກ້ອນຖືກຫໍ່ຢູ່ຂ້າງໃນ ຂອງ ເຂົ້າໜົມບົວລອຍ.

ແປ້ງຖົ່ວຂຽວສຸກ ຖືກຫໍ່ ຢູ່ຊ້າງໃນເຂົ້າໜົມຫວານຕົ້ມ.

ເຂົ້າໜົມບົວລອຍ- ເຂົ້າໜົມຫວານຕົ້ມ ຫຼັງຈາກປັ້ນເປັນເມັດ ແລ້ວ ຈະເອົາໄປຕົ້ມໃສ່ໝໍ້ນ້ຳຮ້ອນ
ຈົນເຂົ້າໜົມຟູຂຶ້ນ ໝາຍ ຄວາມວ່າ ເຂົ້າໜົມສຸກແລ້ວ.

ເຂົ້າໜົມບົວລອຍ ທີ່ສຸກແລ້ວ ຕັກໃສ່ຈານ...

... ຫຼັງຈາກນັ້ນ ໂຮຍໝາກງາໃສ່ໜ້າ.

ເຂົ້າໜົມຫວານຕົ້ມ ໄດ້ຕັກໃສ່ຖ້ວຍ ແລະ ຕື່ມອີກນ້ຳຫວານມັນສະຄູໃສ່.

ບຸນ ຮ່ານຖືກ ແມ່ນໂອກາດເພື່ອໃຫ້ບັນດາສະມາຊິກ ໃນຄອບ ຄົວ ປຸ້ມລຸ້ມກັນ ເຮັດລາຍການອາຫານ
ເຂົ້າໜົມບົວລອຍ- ເຂົ້າ ໜົມຫວານຕົ້ມ.

ເຂົ້າໜົມບົວລອຍ-ເຂົ້າໜົມຫວານຕົ້ມ ຊຶ່ງຊາວຫວຽດນາມ ໃຫ້ການນັບຖື ເອົາຂຶ້ນບູຊາຢູ່ຫໍ.

ເຂົ້າໜົມບົວລອຍ ຕັກໃສ່ຈານ ແລະ ເຂົ້າໜົມຫວານຕົ້ມ ຕັກໃສ່ຖ້ວຍ.

ຜູ້ປຸງແຕ່ງສາມາດຕື່ມວັດຖຸປະກອບຕ່າງໆເຊັ່ນ ໝາກເຂົ້າ, ມັນດ້າງ ເພື່ອສ້າງສີສັນງາມໆໃຫ້ແກ່ລາຍການອາຫານ. |