ຖ້າຫາກ ເຝີ ແມ່ນຈິດວິນຍານຂອງອາຫານຕາມທ້ອງຖະໜົນຂອງຫວຽດນາມ, ເຂົ້າເໝົ້າ ກໍແມ່ນຕົວແທນແຫ່ງຄວາມສວຍງາມລະອຽດອ່ອນ ຂອງວັດທະນະທຳອາຫານການກິນຂອງຮ່າໂນ້ຍ. ເຂົ້າເໝົ້າ ບໍ່ພຽງແຕ່ແມ່ນອາຫານປະເພດໜຶ່ງເທົ່ານັ້ນ, ແຕ່ມັນຍັງແມ່ນຄວາມຮູ້ສຶກແຫ່ງລະດູໃບໄມ້ຫຼົ່ນ, ແມ່ນມໍລະດົກທີ່ຕິດພັນກັບບັນດາໝູ່ບ້ານອາຊີບເກົ່າແກ່ ເຊັ່ນ: ໝູ່ບ້ານ ເມຈີ່ (ເມືອງຕື່ລຽມ, ຮ່າໂນ້ຍ).
ຜະລິດຕະພັນຂອງ ເຂົ້າເໝົ້າ ມົກລາມ ມີຄວາມອຸດົມສົມບູນທາງດ້ານຮູບແບບ.
ຄຸນຄ່າຫຼັກຂອງເຂົ້າເໝົ້າຮ່າໂນ້ຍ ແມ່ນນອນຢູ່ໃນຂະບວນການຜະລິດທີ່ເກືອບວ່າສົມບູນແບບ. ນີ້ແມ່ນຂອງຂວັນພິເສດສະເພາະຂອງລະດູໃບໄມ້ຫຼົ່ນ, ເມື່ອເມັດເຂົ້າໜຽວທີ່ຍັງອ່ອນ ແລະ ມີນ້ຳນົມ ໄດ້ຮັບການເກັບກ່ຽວໃນເວລາທີ່ເໝາະສົມທີ່ສຸດ. ມີພຽງແຕ່ຄວາມລະອຽດອ່ອນ ແລະ ປະສົບການອັນຍາວນານເທົ່ານັ້ນ ທີ່ຊ່ວຍໃຫ້ຊ່າງຫັດຖະກຳເຮັດເຂົ້າເໝົ້າຮູ້ໄດ້ເຖິງຊ່ວງເວລາທີ່ເຂົ້າໜຽວມີຄວາມໜຽວ ແລະ ມີກິ່ນຫອມທີ່ດີທີ່ສຸດ.
ຂະບວນການປຸງແຕ່ງຜະລິດຕະພັນ ເຂົ້າເໝົ້າຂົ້ວນ້ຳໝາກພ້າວ ຂອງ ເຂົ້າເໝົ້າ ມົກລາມ.
ຜະລິດຕະພັນເຂົ້າເໝົ້າສົດ ຍາມໃດກໍແມ່ນຜະລິດຕະພັນຕົ້ນຕໍ ແລະ ໄດ້ຮັບຄວາມນິຍົມທີ່ສຸດຈາກຜູ້ບໍລິໂພກ.
ວັດຖຸດິບຕົ້ນຕໍເພື່ອເຮັດ ເຂົ້າເໝົ້າຂົ້ວ ປະກອບມີ ເຂົ້າເໝົ້າອ່ອນ, ນ້ຳໝາກພ້າວປະສົມກັບນ້ຳຕານເລັກນ້ອຍ.
ທາງດ້ານລົດຊາດ, ເຂົ້າເໝົ້າມູນເຊື້ອມັກຈະມີລົດຊາດຫວານ ແລະ ມັນເຂັ້ມຂຸ້ນ. ເຖິງຢ່າງໃດກໍຕາມ, ເພື່ອບຸກເບີກຕະຫຼາດທີ່ທັນສະໄໝ ແລະ ສາກົນ, ສຳລັບຜູ້ທີ່ມຸ່ງເນັ້ນໃສ່ສຸຂະພາບ ແລະ ຄວາມປານີດ, ເຂົ້າເໝົ້າ ມົກລາມ ໄດ້ເປັນຜູ້ບຸກເບີກໃນການປັບປຸງລົດຊາດ ເພື່ອນຳມາຊຶ່ງຄວາມແຊບທີ່ເບົາບາງ ແລະ ມີກິ່ນຫອມແບບທຳມະຊາດ.
ເຂົ້າເໝົ້າ ຫຼັງຈາກຂົ້ວແລ້ວ ຈະຖືກໂຮຍດ້ວຍເນື້ອໝາກພ້າວອ່ອນໄວ້ທາງເທິງ.
ດ້ວຍວິທີນີ້, ເຂົ້າເໝົ້າຂົ້ວ ຈະມີຄວາມໜຽວອ່ອນນຸ່ມ ແຕ່ຍັງຮັກສາເມັດເຂົ້າເໝົ້າໄວ້ທາງໃນ, ບໍ່ໃຫ້ມຸ່ນເກີນໄປໃນເວລາຄົນດ້ວຍຈັກ.
ຜະລິດຕະພັນ ເຂົ້າເໝົ້າຂົ້ວ ຂອງຮາກຖານ ມົກລາມ.
ເມື່ອບັນດາວິສາຫະກິດ ຫຼື ອົງການການທູດ ເລືອກເອົາກ່ອງຂອງຂວັນເຂົ້າເໝົ້າ ເພື່ອສະແດງຄວາມຂອບໃຈຕໍ່ຄູ່ຮ່ວມມືສາກົນ, ເຂົາເຈົ້າບໍ່ພຽງແຕ່ມອບອາຫານເທົ່ານັ້ນ ແຕ່ຍັງໄດ້ສົ່ງຕໍ່ຄວາມເຄົາລົບຕໍ່ວັດທະນະທຳ ແລະ ເອກະລັກຂອງ ຫວຽດນາມ ຢ່າງເປັນລະບຽບຮຽບຮ້ອຍ ແລະ ສະຫງ່າງາມອີກດ້ວຍ.
ທ່ານນາງ ຫວູທິຟຸກ, ເຈົ້າຂອງຮາກຖານຜະລິດ ເຂົ້າເໝົ້າ ມົກລາມ ຖ່າຍຮູບຮ່ວມກັບຜະລິດຕະພັນຂອງຕົນ.
ຜະລິດຕະພັນ ເຂົ້າມູນເຂົ້າເໝົ້າໝາກບົວ, ເປັນອາຫານວ່າງທີ່ມີກິ່ນຫອມແຊບ ແລະ ໄດ້ຮັບຄວາມນິຍົມຫຼາຍ.
ຂະບວນການຫຸ້ມຫໍ່ຜະລິດຕະພັນ ຢູ່ຮາກຖານຜະລິດ ເຂົ້າເໝົ້າ ມົກລາມ.
ການປ່ຽນແປງຂອງເຂົ້າເໝົ້າຮ່າໂນ້ຍ ໃນກຸ່ມຂອງຂວັນລະດັບສູງ ແມ່ນເລື່ອງລາວແຫ່ງຄວາມສຳເລັດຂອງການຫັນມໍລະດົກໃຫ້ເປັນທັນສະໄໝ. ມັນໄດ້ພິສູດໃຫ້ເຫັນວ່າ, ເມື່ອມູນເຊື້ອໄດ້ຮັບການເຄົາລົບ ແລະ ປັບປຸງດ້ວຍຄວາມລະອຽດລະອໍທີ່ທັນສະໄໝ, ຂອງຂວັນທາງດ້ານອາຫານນີ້ ສາມາດກ້າວຂ້າມຊາຍແດນ, ກາຍເປັນທູດວັດທະນະທຳ ແລະ ເປັນພາກສ່ວນໜຶ່ງທີ່ຂາດບໍ່ໄດ້ໃນພາສາການທູດຂອງຫວຽດນາມ.
ບັນດາຜະລິດຕະພັນທີ່ເຮັດຈາກ ເຂົ້າເໝົ້າ ຂອງ ມົກລາມ ໄດ້ຮັບການບັນຈຸກ່ອງເພື່ອເຮັດເປັນຂອງຂວັນ.
ເຂົ້າໜົມເຂົ້າເໝົ້າ ໄດ້ຮັບການບັນຈຸໃນກ່ອງຂອງຂວັນທີ່ສວຍງາມ.
ຜະລິດຕະພັນ ເຂົ້າເໝົ້າ ຂອງ ມົກລາມ, ເໝາະສຳລັບເຮັດເປັນຂອງຂວັນໃຫ້ແກ່ນັກທ່ອງທ່ຽວໃນເວລາເດີນທາງມາຮອດ ຮ່າໂນ້ຍ.
ທາງໃນກ່ອງຂອງຂວັນທີ່ບັນຈຸບັນດາຜະລິດຕະພັນຂອງ ເຂົ້າເໝົ້າ ມົກລາມ.
ບາງຜະລິດຕະພັນທີ່ໂດດເດັ່ນ ແລະ ຈັບຕາຈັບໃຈ ຂອງ ເຂົ້າເໝົ້າ ມົກລາມ.